Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງ ວຽງທອງ ສອບເສັງຈົບຊັ້ນມັດທະຍົມຊັ້ນ ມ4 ສາຍສາມັນ ສົກປີ 2017-2018

Details
ທະວີສັກ ໃບລາສີ
Category: Education
Hits: 745

ໃນຕອນແລງຂອງວັນທີ 11 ມີຖຸນາ 2018 ຢູ່ສະໂມສອນໂຮງຮຽນ ມສ ວຽງທອງ, ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີສອບເສັງຈົບຊັ້ນມັນທະຍົມຕອນຕັ້ນຊັ້ນ ມ4 ສາຍສາມັນ ສົກຮຽນ 2017-2018. ໂດຍເປັນກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ຮອງເຈົ້າາເມືອງ ວຽງທອງ, ມີຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ຄູ-ອານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການ ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບບັ້ນສອບເສັງ. ທົ່ວ ເມືອງວຽງທອງ ມີໂຮງຮຽນມັດທະຍົມ 6 ແຫ່ງ, ມ ຕົ້ນ 4 ແຫ່ງ, ມສ 2 ແຫ່ງ, ແບ່ງສູນສອບຈົບຊັ້ນ ມ4 ເປັນ 2 ສູນສອບເສັງ ຄືື: ສູນສອບເສັງ ມສ ວຽງທອງ ແລະ ສູນສອບເສັງ ມສ ຈອມທອງ. ສູນສອບເສັງ ມສ ວຽງທອງ ປະກອບມີ ມສ ວຽງທອງ, ມຕົ້ນ ນໍ້າກ້າງ ແລະ ມຕົ້ນ ມີໄຊ, ມີນັກສອບເສັງທັງໝົດ 393 ຄົນ, ຍິງ 172 ຄົນ, ເຊິ່ງແບ່ງເປັນ 18 ຫ້ອງສອບເສັງ, ຫ້ອງໜຶ່ງ ຕໍ່ 21 – 22 ຄົນ ແລະ ສູນສອບເສັງ ມສ ຈອມທອງປະກອບມີ: ມສ ຈອມທອງ, ມຕົ້ນ ທ່າເດື່ອ, ມຕົ້ນ ນາເພີນ, ມີນັກສອບເສັງທັງໝົດ 161 ຄົນ, ຍິງ 57 ຄົນ, ແບ່ງເປັນ 7 ຫ້ອງສອບເສັງ , ຫ້ອງໜຶ່ງຕໍ່ 23 ຄົນ, ວິຊາທີ່ນໍາເຂົ້າສອບເສັງມີ 6 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາສຶກສາພົນລະເມືອງ, ວິຊາວິທະຍາສາດທໍາມະຊາດ, ວິຊາວິທະຍາສາດ-ສັງຄົມ, ວິຊາຄະນິດສາດ ແລະ ວິຊາພາສາອັງກິດ. ການສອບເສັງຄັ້ງນີ້ຈະໃຊ້ເວລາ 3 ວັນ ເລີ່ມແຕ່ວັນທີ່ 12-14 ຈຶ່ງຈະປິດ.
ຕອນທ້າຍກໍ່ໄດ້ຮັບຟັງການໂອ້ລົມຈາກ ທ່ານ ຄໍາມອນ ໄຊພົມມີ ຮອງເຈົ້າເມືອງ ວຽງທອງ ໂດຍທ່ານໄດ້ ເໜັ້ນໃຫ້ ກໍາມະການຍາມຫ້ອງສອບເສັງ ແລະ ນັກສອບເສັງຈົ່ງປະຕິບັດລະບຽບການສອບເສັງຢ່າງເຂັ້ມງວດ ໂດຍປາສະຈາກການນໍາເອົາເຈ້ຍໃຫຍ່-ເຈ້ຍນ້ອຍເຂົ້າຫ້ອງສອບເສັງ, ປະຕິບັດຕາມໂມງເວລາທີ່ກໍານົດໄວ້, ທັງນີ້ ກໍ່ເພື່ອເຮັດໃຫ້ການສອບເສັງຄັ້ງນີ້ ໄດ້ຮັບປະສິດຕິພາບສຸງ ແລະ ໄດ້ຕາມຄາດໝາຍ.

Editor: ເມືອງວຽງທອງ


  • Click to enlarge image 2018-06-14_14-54-29.jpg
  • Click to enlarge image 2018-06-14_14-54-58.jpg
  • Click to enlarge image 2018-06-14_14-55-20.jpg
  • Click to enlarge image 2018-06-14_14-55-37.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top