Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງປາກລາຍ ສຳເລັດກອງປະຊຸມຜູ້ບໍລິຫານ ການສຶກສາ ປະຈໍາສົກປີ 2017-2018

Details
ທະວີສັກ ໃບລາສີ
Category: Education
Hits: 664

ໃນລະຫ່ວາງວັນທີ່ 7-8 ມີຖຸນາ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງການສືກສາທິການ ແລະ ກິລາເມືອງ ປາກລາຍ, ແຂວງ ໄຊຍະບູລີ ໄດ້ເປີດກອງປະຊຸມຜູ້ບໍລິຫານການສຶກສາຂື້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມໃຈ ຄຳມູນທາ ກຳມະການພັກເມືອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ. ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ພິມປະໄພ ສຸຂະລາດ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆປາກລາຍຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ມີຫົວໜ້າຮອງຫົວໜ້າຫ້ອງການ ແລະ ຜູ້ບໍລິຫານໂຮງຮຽນໃນທົ່ວເມືອງພ້ອມດ້ວຍວິຊາການທີ່ກ່ຽວເຂົ້າຮ່ວມ.
ໃນພິທີທ່ານ ສຸກສະຫວັນ ບຸນທອງສຸກ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ກໍ່ໄດ້ຂື້ນ ຜ່ານບົດສະຫຼຸບຕີລາຄືນສະພາບການສືກສາ ແລະ ກິລາ ໃນສົກຮຽນ 2017-2018 ແລະ ຜ່ານແຜນພັດທະນາການສຶກກສາ ແລະ ກິລາ ສົກປີ 2018-2019, ວິໄສທັດການພັດທະນາການສືກສາ ແລະ ກິລາ ຮອດປີ 2020, ວຽກງານການສຶກສາ ແລະ ກິລາ ໄດ້ຮັບການປັບປຸງ ແລະ ດີຂື້ນເທື່ອລະກ້າວ ແຕ່ກໍ່ຍັງມີບັນຫາ ແລະ ສິ່ງທ້າທາຍທີ່ເປັນອຸປະສັກຕໍ່ການພັດທະນາການສືກສາ. ເຊີ່ງໃນສົກປີ 2017-2018 ຜ່ານມາ ແຕ່ພາຍໃຕ້ການຊີ້ນຳໆພາຂອງຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ, ອຳນາດການປົກຄອງເມືອງ, ຄະນະນຳການສຶກສາທິການ ແລະ ກິລາເມືອງ, ຕະຫຼອດຮອດຜູ້ບໍລິຫານການສຶກສາທຸກຂັ້ນໄດ້ເອົາໃຈໃສ່ປະຕິບັດພາລະໜ້າທີ່ ຈົນສາມາດຍາດໄດ້ຜົນສຳເລັດເປັນພື້ນ ຖານສະແດງອອກຄື: ທົ່ວເມືອງປາກລາຍມີໂຮງຮຽນລ້ຽງເດັກ-ອະນຸບານ ທັງໝົດ 48 ແຫ່ງ, ມີນັກຮຽນລ້ຽງເດັກ-ອະນຸບານ ແລະ ກຽມ ທັງໝົດ 2.924 ຄົນ, ຍິງ 1.479 ຄົນ. ອັດຕາການເຂົ້າຮຽນຂອງເດັກ 0-2 ປະຕິບັດໄດ້ 4,8% ເພີ່ມຂື້ນ 1,1 %, ອັດຕາການເຂົ້າຮຽນເດັກ 3-5 ປີ ປະຕິບັດໄດ້ 78,5% ເພີ່ມຂື້ນ 6,4%, ອັດຕາການເຂົ້າຮຽນຂອງເດັກກຸ່ມອາຍຸ 5 ປີ ປະຕິບັດໄດ້ 93,2% ເພີ່ມຂື້ນ 8 %, ມີໂຮງຮຽນປະຖົມທັງໝົດ 69 ແຫ່ງມີນັກຮຽນທັງໝົດ 6.745 ຄົນ, ຍິງ 3.337 ຄົນ. ອັດຕາການເຂົ້າຮຽນໃໝ່ສຸດທິ ປ 1 ປະຕິບັດໄດ້ 99,9 % ເພີ່ມຂື້ນ 0,1 %, ອັດຕາການເຂົ້າຮຽນສຸດທິປະຖົມປະຕິບັດໄດ້ 99,8 % ເທົ່າກັບສົກຮຽນຜ່ານມາ, ອັດຕາປະລະຊັ້ນປະຖົມທັງໝົດ 0,5 %ເພີ່ມຂື້ນ 0,4 %, ອັດຕາຄ້າງຫ້ອງລວມຊັ້ນປະຖົມປະຕິບັດໄດ້ 0,4 % ເທົ່າສົກຮຽນຜ່ານມາ, ອັດຕາການເລື່ອນຂັ້ນ-ຈົບຊັ້ນປະຕິບັດໄດ້ 99 % ຫຼຸດລົງ 0,5 %, ມີໂຮງຮຽນມັດທະຍົມຕົ້ນ 7 ແຫ່ງ, ມີນັກຮຽນທັງໝົດ 4.407 ຄົນ, ຍິງ 2.134 ຄົນ, ອັດຕາການເລື່ອນຈາກ ປ 5 - ມ 1 ປະຕິບັດໄດ້ 90,6 % ຫຼຸດລົງ 1,5 %, ອັດຕາເຂົ້າຮຽນລວມປະຕິບັດໄດ້ 91 % ເພີ່ມຂື້ນ 0,6 %, ອັດຕາການປະລະປະຕິບັດໄດ້ 8,3 %, ເພີ່ມຂື້ນ 2,2 %, ອັດຕາການຄ້າງຫ້ອງປະຕິບັດໄດ້ 1 %ເພີ່ມຂື້ນ 0,6 %, ອັດຕາການເລື່ອນຂັ້ນຈົບຊັ້ນປະຕິບັດໄດ້ 90,7 % ຫຼຸດລົງ 2,7 %, ມີໂຮງຮຽນມັດທະຍົມສົມບູນ 8 ແຫ່ງ ມີນັກຮຽນທັງໝົດ 2.591 ຄົນ, ຍິງ 1.325 ຄົນ, ອັດຕາການເລື່ອນຂັ້ນຈາກ ມ 4 - ມ 5 ປະຕິບັດໄດ້ 84,9 % ຫຼຸດລົງ 3,9 %, ອັດຕາການເຂົ້າຮຽນທັງໝົດປະຕິບັດໄດ້ 63,6 % ເພີ່ມຂື້ນ 0,2 %, ອັດຕາການປະລະປະຕິບັດໄດ້ 7 % ເພີ່ມຂື້ນ 2,4 %, ອັດຕາການຄ້າງຫ້ອງປະຕິບັດໄດ້ 1 % ເພີ່ມຂື້ນ 0,8 %, ອັດຕາການເລື່ອນຂັ້ນຈົບຊັ້ນປະຕິບັດໄດ້ 92, 1 % ຫຼຸດລົງ 3,1 %. ນອກຈາກນັ້ນຍັງໄດ້ເປີດການຮຽນການສອນບຸງລຸງຍົກລະດັບມັດທະຍົມຕົ້ນ ແລະ ຕອນປາຍ ຢູ່ກອງພັນໃຫຍ່ ສອງສູນຫນຶ່ງ 201 ເຊີ່ງມີນັກຮຽນທັງໝົດ 118 ຄົນ, ຍິງ 1 ຄົນ.
ກອງປະຊຸມໃນຄັ້ງນີ້ໄດ້ເປັນເອກະພາບກັນຮັບຮອງເອົາບັນຫາສຳຄັນ ເພື່ອນຳເອົາໄປຈັດຕັ້ງປະຕິບັດໃນຕໍ່ ໜ້າຄື: ສືບຕໍ່ປະຕິບັດໂຮງຮຽນຕົວແບບປອດສິ່ງເສບຕິດ ແລະ ມີຈຸດສຸມສ້າງໂຮງຮຽນຕົວແບບສະອາດສວຍງາມຢູ່ແຕ່ລະກຸ່ມໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຄູ-ອາຈານ ແລະ ນ້ອງນັກຮຽນຮັບປະກັນບໍ່ໃຫ້ມີຫາງສຽງຈາກສັງຄົມເກີດຂື້ນໃນຂົງເຂດການສຶກສາ, ເອົາໃນໃສ່ປະຕິບັດກົດໝາຍໃຫ້ເຂັ້ມງວດຈຳກັດແກ້ໄຂຕ້ານ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆໃຫ້ນັບມື້ນັບຫຼຸດນ້ອຍຖອບລົງ ແລະ ໝົດໄປ, ສືບຕໍ່ປັບປຸງຄຸນນະພາບການຮຽນ-ການສອນ, ຊຸກຍູ້ການບຳລຸງນັກຮຽນເກັ່ງ, ນັກຮຽນອ່ອນໃຫ້ເປັນລະບົບຕໍ່ເນື່ອງ ແນ່ໃສ່ເຮັດໃຫ້ວຽກງານການສືກສາ ແລະ ກິລາ ຢູ່ພາຍໃນເມືອງໃຫ້ມີຜົນສຳເລັດເປັນກ້າວໆ

Editor: ຕະວັນ ແສງສະຫວັນ


  • Click to enlarge image 2018-06-14_14-40-15.jpg
  • Click to enlarge image 2018-06-14_14-40-45.jpg
  • Click to enlarge image 2018-06-14_14-41-06.jpg
  • Click to enlarge image 2018-06-14_14-41-54.jpg
  • Click to enlarge image 2018-06-14_14-42-27.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top