Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພິທີປິດກິດຈະກຳການຮຽນ - ການສອນ ຂອງໂຮງຮຽນ ມສ ຊຳໃຕ້

Details
Category: Education
Hits: 666

ວັນທີ 8 ມີຖຸນາ 2018 ທີ່ຜ່ານມານີ້ ຢູ່ທີ່ໂຮງນ ມສ ຊຳໃຕ້ ໄດ້ຈັດໃຫ້ມີພິທີ ປິດກິດຈະກຳການຮຽນ ການສອນ ຂອງໂຮງຮຽນ ມສ ຊຳໃຕ້ ສົກປີ 2017-2028 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ພອນແກ້ວ ສິງທອງສຸກ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊຳໃຕ້, ມີ ທ່ານ ມາລີ ຫອມແສນເມືອງ ອຳນວຍການໂຮງຮຽນ ມສ ຊຳໃຕ້, ມີພະນັການຫ້ອງການທີ່ກ່ຽວຂ້ອງ, ຄະນະພັກບ້ານພັນສະຫວັນ, ຕະຫຼອດຮອດຄູອາຈານ ແລະ ນ້ອງຫຼານນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບ ການຈັດຕັ້ງການຮຽນ - ການສອນຂອງໂຮງຮຽນໃນໄລຍະສົກປີ 2017 – 2018 ທີ່ຜ່ານມາ ໂດຍ ທ່ານ ມາລີ ຫອມແສນເມືອງ ໃຫ້ຮູ້ວ່າ ໃນໂຮງຮຽນ ມສ ຊຳໃຕ້ ມີຄູ່ທັງໝົດ 47 ຄົນ, ຍິງ 37 ຄົນ. ມີອາຄານຮຽນທັງໝົດ 8 ຫຼັງ ອາຄານຖາວອນ 3 ຫຼັງ, ຊົ່ວຄາວ 5 ຫຼັງ, ມີຫ້ອງການຄູ 3 ຫ້ອງ, ປ້ອມຍາມ 1 ຫຼັງ, ເຮືອນຝາກລົດ 1 ຫຼັງ, ໂຮງຮຽນມີນ້ໍາປະປາໃຊ້ຕະຫຼອດປີ, ມີຫ້ອງນ້ຳ, ມີໄຟ້າໃຊ້, ມີຫ້ອງຮຽນທັງໝົດ 30 ຫ້ອງ, ມີນັກຮຽນ ແຕ່ມໍ 1 ຫາ ມໍ 7 ທັງໝົດ 1253 ນ້ອງ, ຍິງ 554 ນ້ອງ, ມີການນໍາໃຊ້ທຶນທີ່ເປັນເງິນບໍລິຫານຂອງໂຮຽນ ແລະ ທຶນປະກອບ ສ່ວນຂອງຊຸມຊົນ ເຂົ້າໃນການປັບປຸງອາຄານສະຖານທີ່, ນໍາໃຊ້ເຂົ້າໃນການຊື້ວັດຖຸອຸປະກອນການຮຽນການສອນ ແລະ ອື່ນໆ ທັງໝົດ 45 ລ້ານ 2 ແສນກວ່າ ກີບ, ມີການຊຸກຍູ້ສົ່ງເສີມໃຫ້ເດັກໃນເກນອາຍຸຮຽນໄດ້ເຂົ້າໂຮງຮຽນ, ປະຕິບັດການຮຽນການສອນ ແລະ ສອບເສັງເລີ່ນຊັ້ນໄດ້ 100 ສ່ວນຮ້ອຍ, ມີນັກຮຽນເດັ່ນ ປະເພດ 1 ມີ 99 ນ້ອງ, ຍິງ 47 ນ້ອງ. ປະເພດ 2 ຈໍານວນ 98 ນ້ອງ, ຍິງ 56 ນ້ອງ.

ເດັ່ນດ້ານການຮ່ຳຮຽນ ປະເພດ1 ມີ 5 ນ້ອງ, ຍິງ 3 ນ້ອງ, ປະເພດ 2 ມີ 8 ນ້ອງ, ຍິງ 7 ນ້ອງ. ນອກນີ້ຍັງມີນັກຮຽນທີ່ມີ ຄະແນນສະເລ່ຍທຸກວິຊາ 7 ຂຶ້ນໄປ ຈຳນວນ 324 ນ້ອງ, ກວມເອົາ 38,29 ສ່ວນຮ້ອຍ, ຂອງນັກຮຽນທັງໝົດ.

ຈາກນັ້ນພິທີໄດ້ເປີດໂອກາດໃຫ້ແຂກທີ່ເຂົ້າຮ່ວມປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ມອບຂອງຂວັນໃຫ້ນັກຮຽນດີເດັ່ນປະເພດ 1 ແລະ ປະເພດ 2 ຕາງໜ້າມອບໂດຍ ທ່ານ ພອນແກ້ວ ສິງທອງສຸກ. ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊຳໃຕ້

ຕອນທ້າຍຂອງພິທີ ທ່ານ ພອນແກ້ວ ສິງທອງສຸກ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊຳໃຕ້ ໄດ້ມີຄຳເຫັນຕໍ່ພິທີ ກ່ອນອື່ນທ່ານໄດ້ສະແດງຄວາມດີອົກດີໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ດ້ານດີຜົນງານ ທີ່ທາງໂຮງຮຽນ ກໍຄືຄູອາຈານ ລວມເຖິງນ້ອງຫຼານນັກຮຽນຍາດມາໄດ້ ໃນການຈັັດຕັ້ງປະຕິບັດການຮຽນການສອນທີ່ຜ່ານມາ ແລະ ທ່ານຍັງມີຄຳແນະນຳຕື່ມໃນການຈັດຕັ້ງປະຕິບັດໃນຕໍ່ໜ້າທຸກຄົນຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດຜ່ານຜ່າອຸປະສັກ ຄວາມຍຸ້ງຍາກທຸກປະການ ເພື່ອກ້າວສູ່ຜົນສຳເລັດຂອງຕົນກໍຄືສ່ວນລວມ ສຸມທຸກກຳລັງເຫື່ອແຮງ, ສະຕິປັນຍາເຂົ້າໃນທຸກກິດຈະກຳທາງດ້ານການຮຽນ - ການສອນ ລວມເຖິງການເຄື່ອນໄຫວກິລາວັນນະຄະດິ ແລະ ກິດຈະກຳ ນອກຫຼັກສູດໃຫ້ສຳເລັດຕາມຄາດໝາຍ, ປະຕິບັດຕາມພາລະບົດບາດ, ສິດ - ໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້ສຳເລັດທັນຕາມກຳນົດເວລາ ແລະ ເປົ້າໝາຍທີ່ວາງໄວ້. ພິທີດັ່ງກ່າວໄດ້ດຳເນີນໄປເປັນເວລາໜຶ່ງຕອນ ແລະ ປິດລົງດ້ວຍຄວາມຈົບງາມ.

ຂອບໃຈ ທີມຂ່າວ ເມືອງຊໍາໄຕ້

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03new.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top