Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ຫ້ອງການສຶກສາ ທິການ ແລະ ກິລາເມືອງຫົງສາ ໄດ້ສໍາເລັດ ກອງປະຊຸມ ຜູ່ບໍລິຫານການສຶກສາ ແລະ ກິລາຂັ້ນເມືອງປີ 2018

Details
Category: Education
Hits: 685

ຫ້ອງການສຶກສາ ທິການ ແລະ ກິລາເມືອງຫົງສາ ໄດ້ສໍາເລັດ ກອງປະຊຸມ ຜູ່ບໍລິຫານການສຶກສາ ແລະ ກິລາຂັ້ນເມືອງ ປີ 2018 ຂື້ນ,ເຊີ່ງໄດ້ດໍາເນີນມາເປັນເວລາ 2 ວັນ ແຕວັນທີ 7 - 8 ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານນາງ ດາວ ວິນລາດຊະກິດ ຮອງເຈົ້າເມືອງຫົງສາ ຜູ່ຊີ້ນໍາວຽກງານວັດທະນະທໍາສັງຄົມຂອງເມືອງ, ມີ ທ່ານ ພັນ ດວງຕາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ,ຜູ່ຊີ້ນໍາວຽກງານການສຶກສາ 4 ເມືອງເໜືອແຂວງໄຊຍະບູລີ, ທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງການສຶກທິການ ແລະ ກິລາເມືອງ, ມີຜູ່ບໍລິຫານອໍານວຍການໂຮງຮຽນທົ່ວເມືອງ ຄູອາຈານ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 138 ຄົນ,ຍິງ 39 ຄົນ.

ຈຸດປະສົງ: ຂອງກອງປະຊຸມໃນຄັ້ງນີ້ ເພື່ອເປັນການຕີລາຄືນ ດ້ານດີ - ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາປະຈໍາສົກຮຽນ 2017 – 2018 ຕາມ 3 ແຜນງານຂອງກະຊວງສຶກສາວາງອອກຄື: ແຜນງານຂະຫຍາຍໂອກາດເຂົ້າຮຽນ,ແຜນງານປັບປຸງຄຸນນະພາບ ແລະ ຄວາມສອດຄ່ອງ,ແຜນງານບໍລິຫານ ແລະ ການຄຸ້ມຄອງການສຶກສາ,ໃນໂອກາດດັ່ງກ່າວນີ້ ຜູ່ເຂົ້າຮ່ວມແມ່ນໄດ້ພ້ອມກັນຮັບຟັງ ຜ່ານບົດສະຫຼຸບປະຈໍາສົກຮຽນ 2017 – 2018 ແລະ ແຜນການປະຈໍາສົກຮຽນ 2018 – 2019 ຈາກ ທ່ານ ປຽ່ນ ຈິນດາ ຫົວ ໜ້າຫ້ອງການສຶກທິການ ແລະ ກິລາເມືອງ, ຮັບຟັງຄາດໝາຍມະຕິກອງປະຊຸຸມຂອງສະພາແຫ່ງຊາດສະໄໝ 4 (ຂະແໜງການສຶກສາ) ແລະ ບັນດາເປົ້າໝາຍຂອງແຜນພັດທະນາການສຶກສາຄັ້ງທີ 8 ( 2016 – 2020), ຮັບຟັງບົດ ວິໄຈສະພາບບັນຫາຂອງວຽກງານສຶກສາທົ່ວເມືອງ, ກົດໝາຍວ່າດ້ວຍການສຶກສາສະບັບປັງປຸງ ແລະ ຮັບຟັງຄໍາສັ່ງວ່າດ້ວຍການປະຍັດລາຍຈ່າຍງົບປະມານແຫ່ງຊາດ ຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແລະ ຮັບຟັງການປະກອບຄໍາຄິດ ຄໍາເຫັນ ຈາກຜູ່ເຂົ້າຮວ່ມຢ່າງກົງໄປກົງມາ ເພື່ອເປັນເອກະພາບກັນ,ພ້ອມກັນນໍາໄປປັບປຸງແກ້ໄຂ ແລະ ພັດທະນາວຽກງານດັ່ງກ່າວ ໃຫ້ດີຂື້ນເລື້ອຍໆ.

ໃນຕອນທ້າຍກອງປະຊຸມ ທ່ານນາງ ດາວ ວິນລາດຊະກິດ ຮອງເຈົ້າເມືອງຫົງສາ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ເໜັກໜັກຫຼາຍບັນຫາ ເປັນຕົ້ນແມ່ນໃຫ້ເພີ່ມທະວີສຶກສາອົບຮົມແນວຄິດໃຫ້ຖັນແຖວພະນັກງານຄູອາຈານ ແລະ ນ້ອງນັກຮຽນໃຫ້ມີຄວາມໜັກແໜ້ນ.ເລິກເຊີ່ງ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽໃຫ້ມີຄວາມຖືກຕ້ອງຕາມລະບົບຂອງການບໍລິຫານການຄຸ້ມຄອງ, ກໍາແໜ້ນບັນດາ 8 ໜ້າວຽກຂອງຜູ່ອໍານວຍການໂຮງຮຽນໃຫ້ເລີກເຊີ່ງ, ກໍາແໜ້ນ 15 ຄາດໝາຍຂອງສະພາແຫ່ງຊາດທີ່ວາງໄວ້, ຊຸກຍູ້ຂະບວນການຮຽນດີ - ຮຽນເກັ່ງ ເລັ່ງໃສ່ວຽກງານວິຊາສະເພາະ ສ້າງ ແລະ ຊວ່ຍເຫຼືອເຊີ່ງກັນ ແລະ ກັນ ເພື່ອໃຫ້ໄດ້ສະເໜີຕໍາແໜ່ງວິຊາການຄູ ແລະ ບັນຫາອື່ນໆຕື່ມອີກ.

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 00.jpg
  • Click to enlarge image 01new.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top