ວັນທີ 24 ພຶດສະພາ 2018 ນີ້, ຢູ່ທີໂຮງຮຽນປະຖົມສຶກສາວັງຊຽງ 1 ເມືອງໂພນທອງ, ແຂວງຫລວງພະບາງ ໄດ້ຈັດພິທີສະຫຼຸບວຽກງານການຮຽນ-ການສອນ ປະຈຳສົກຮຽນ 2017-2018 ຂຶ້ນພາຍໃນການປະທານ ຂອງ ທ່ານນາງ ບຸນຄ່ຽມ ວິລະວົງສາ ອຳນວຍການໂຮງຮຽນປະຖົມສຶກສາວັງຊຽງ1, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມແພດ ພົມມະຈັນ ຮອງຫົວໜ້າຫ້ອງການສຶກສາທິການແລະ ກິລາເມືອງໂພນທອງ, ທ່ານ ໄມວັນ ເຮືອງຄໍາຫຼ້າ ຮອງນາຍບ້ານໆວັງຊຽງ, ມີບັນດາແຂກ ທີ່ຖືກເຊີນ, ອົງການປົກຄອງບ້ານ-ພໍ່ແມ່ນັກຮຽນຕະຫຼອດຮອດ ຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ທ່ານນາງ ບຸນຄ່ຽມ ວິລະວົງສາ ໄດ້ຂຶ້ນຜ່ານບົດສະຫຼຸບຜົນຂອງການຈັດຕັ້ງປະຕິບັດວຽກງານ ການຮຽນ-ການສອນປະຈຳສົກຮຽນ2017-2018 ເຊິ່ງທ່ານໃຫ້ຮູ້ວ່າ: ໂຮງຮຽນປະຖົມ-ອານຸບານສຶກສາ ວັງຊຽງ 1 ມີຄະນະອໍານວຍການ 2 ທ່ານ, ຍິງ 1 ທ່ານ, ຄູສອນທັງໝົດ 5 ຄົນ, ຍິງ 4 ຄົນ ມີນັກຮຽນຈໍານວນ 127 ຄົນ, ຍິງ 59 ຄົນ, ຕະຫຼອດໄລຍະ 1 ປີຜ່ານມາ ໄດ້ປະຕິບັດໜ້າທີຕາມຈັນຍາບັນຂອງຄູໃນການສຸມໃສ່ປັບປຸງຕາມ 3 ຫຼັກສະນະ 5 ຫຼັກມູນຂອງການສຶກສາ ພ້ອມທັງຍົກລະດັບການສຶກສາດ້ວຍການບຳລຸງຍົກລະດັບຄວາມຮູ້ຄວາມສາມາດຂອງຄູ, ຍົກລະດັບຄຸນນະພາບການຮຽນຂອງນັກຮຽນໃຫ້ສູງຂື້ນ ແລະ ໄດ້ເອົາໃຈໃສ່ຕໍ່ວິຊາສະເພາະໃນການແຕ່ງບົດສອນຕໍ່ເນື່ອງ ຖືກຕາມແຜນການສອນ, ເຊິ່ງສາມາດຍາດໄດ້ຜົນງານໃນການບັນລຸຄຳຂວັນ ຄູສອນດີ-ນັກຮຽນຮຽນເກັ່ງ ຜົນການຮຽນປະຈຳພາກຮຽນທີ 2 ຂອງນັກຮຽນມີອັດຕາເສັງໄດ້100 ສ່ວນຮ້ອຍ ແລະ ສ້າງຄູປະສົບການໄດ້ຈໍານວນໜຶ່ງ, ນອກນີ້, ຍັງນໍານ້ອງນ້ອຍນັກຮຽນໜ່ວຍ ສີລະປະວັນນະດີ ເຂົ້າຮ່ວມງານຕ່າງຂອງເມືອງ ເພື່ອເຮັດໃຫ້ການຮຽນ-ການສອນໄດ້ຖືກຈັດຕັ້ງປະຕິບັດຖືກຕ້ອງຕາມຫຼັກສູດການຮຽນ-ການສອນ, ການແຕ່ງບົດສອນຕາມກະຊວງສຶກສາທິການ ແລະ ກີລາວາງອອກ ໂຮງຮຽນປະຖົມສຶກສາວັງຊຽງ 1 ຍັງຈະຕ້ອງສືບຕໍ່ສ້າງຄູປະສົບການເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການສຶກສາໃນໄລຍະໃໝ່, ສາມາດສ້າງສື່ການຮຽນ-ການສອນ ໃຫ້ມີຄຸນນະພາບ ແລະ ສ້າງໃຫ້ເປັນໂຮງຮຽນແບບຢ່າງທາງດ້ານການສຶກສາ.
ຈາກນັ້ນກໍ່ໄດ້ມອບຂອງຂັວນໃຫ້ກັບນ້ອງນັກຮຽນທີ່ເສັງ ໄດ້ປະເພດ 1, ປະເພດ 2, ເປັນກຽດພັດປ່ຽນກັນຂຶ້ນມອບຂອງທ່ານຄະນະປະທານ. ພ້ອມກັນນັ້ນໃນພິທີ ກໍ່ໄດ້ຮັບຟັງການຜ່ານຂໍຕົກລົງຂອງເລຂາຄະນະບລິຫານງານຊາວໝຸ່ມເມືອງໂພນທອງ ວ່າດ້ວຍການຕົກລົງຍ້ອງຍໍບຸກຄົນ ແລະ ກົມກອງດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2017 ແລະ ຂໍຕົກລົງຂອງສະຫະພັນກຳມະບານເມືອງ ຂໍ້ແຂ່ງຂັນ 5 ເປັນເຈົ້າ, ຂອງໝ່ວຍ ໂຮງຮຽນ ປະຖົມສຶກສາ ວັງຊຽງ 1 ແລະ ຄູສອນ
ທ້າຍພິທີ ທ່ານ ສົມແພດ ພົມມະຈັນ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງໂພນທອງ ຊຶ່ງກ່ອນອື່ນ ທ່ານ ໄດ້ຍ້ອງຍໍຊົມເຊີຍ ຕໍ່ພະນັກງານຄູສອນ ແລະ ນັກຮຽນທີ່ຮຽນ ສອບເສັງໄດ້ປະເພດເດັ່ນທີປະຕິບັດວຽກງານການຮຽນການສອນໃນຕະຫຼອດໄລຍະ 1 ປີ ຜ່ານມາ ພ້ອມທັງໃຫ້ສືບຕໍ່ຮັກສາມູນເຊື່ອອັນດີງາມໄວ້ໃຫ້ໜັ້ນຄົງ.
ຂ່າວ: ນັກຂ່າວ ເມືອງໂພນທອງ ແຂວງຫລວງພະບາງ
Editor: ກຳປານາດ ລັດຖະເຮົ້າ