Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງເຊໂປນ ເປີດບັ້ນສອບເສັງນັກຮຽນ ຈົບຊັ້ນປະຖົມ ປໍ5 ສົກຮຽນ2017-2018

Details
Category: Education
Hits: 668

ເຊົ້າວັນທີ 22 ພຶດສະພາ 2018 ນີ້, ຢູ່ໂຮງຮຽນແຫ່ງຕ່າງໆທົ່ວເມືອງເຊໂປນ ໄດ້ຈັດພິທີເປີດບັ້ນສອບເສັງນັກຮຽນຈົບຊັ້ນປະຖົມ ປໍ 5 ສົກປີ 2017-2018 ຂື້ນຢ່າງເປັນທາງການ, ຢູ່ສູນ ສອບເສັງປະຖົມອຸດົມສຸກ ເມືອງເຊໂປນ, ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ, ມີ ທ່ານ ສີສຸກກີ ຍາດຕາວັນ  ຮອງຫົວໜ້າຫ້ອງການສຶກສາທິການ-ກິລາເມືອງເຊໂປນ, ມີບັນດາທ່ານໃນຄະນະບ້ານອຸດົມສຸກ, ຄະນະຮັບຜິດຊອບການສອບເສັງຂັ້ນແຂວງ, ເມືອງ, ຄະນະກໍາມະການຍາມຫ້ອງສອບ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.  ໃນພີທີກໍ່ໄດ້ຜ່ານກົດລະບຽບຂອງການສອບເສັງ ແລະ ຮັບຟັງການໂອ້ລົມຈາກ ທ່ານ  ຄໍາຫລ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ ໄດ້ຮຽກຮ້ອງມາຍັງນັກຮຽນທຸກຄົນຈົ່ງພ້ອມກັນເອົາໃຈໃສ່ ນໍາເອົາຄວາມຮູ້ທີ່ໄດ້ຮຽນມາຕັ້ງໃຈເຮັດຂໍ້ສອບຂອງຕົນໃຫ້ບັນລຸເປົ້າໝາຍທີ່ວາງໄວ້, ໃນພີທີກໍ່ໄດ້ຮ່ວມຕັດຫົວບົດເປີດການສອບເສັງຢ່າງເປັັນທາງການ, ທ່ານ ສີສຸກກີ ຍາດຕາວັນ ຮອງຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ໄດ້ລາຍງານຕໍ່ຜູ້ສື່ຂ່າວ ວ່າ: ສົກປີ 2017-2018 ນີ້, ທົ່ວເມືອງເຊໂປນ ມີໂຮງຮຽນປະຖົມ 109 ແຫ່ງ, ໃນນັ້ນໂຮງຮຽນປະຖົມສົມບູນ 85 ແຫ່ງ, ແບ່ງເປັນ 13 ສູນສອບເສັງ ຄື: ສູນປະຖົມອຸດົມສຸກ, ສູນປະຖົມທ່າໂຂ່ງ, ສູນປະຖົມເມືອງຈັນ, ສູນປະຖົມດົງສະຫວັນ, ສູນປະຖົມຫ້ວຍສານ, ສູນປະຖົມແດນສະຫວັນ, ສູນປະຖົມລະໂກ, ສູນປະຖົມນາບໍ່, ສູນປະຖົມໂພນໄຮ, ສູນປະຖົມໂພໄຊ,ສູນປະຖົມລາດຫໍ້, ສູນປະຖົມກະດໍ, ສູນປະຖົມກະຕູບ, ນັກຮຽນຊັ້ນ ປໍ 5 ຕົ້ນປີມີທັງໝົດ 982 ຄົນ,ຍີງ 475 ຄົນ, ທ້າຍປີມີນັກຮຽນ 940 ຄົນ, ຍີງ462 ຄົນ, ມີໜ້າສອບເສັງຕົວຈິ່ງ 919 ຄົນ, ຍີງ455 ຄົນ, ປະກອບມີ 3 ວີຊາຫລັກ ທີ່ສອບເສັງ ຄື: ວີຊາພາສາລາວ(ຫັດແຕ່ງ) ແລະ ພາກຂຽນທວາຍ, ວີຊາຄະນິດສາດ, ວີຊາໂລກອອ້ມຕົວ ກໍານົດການສອບເສັງ 2 ວັນ ເລີ່ມແຕ່ວັນທີ 22-23ພຶດສະພາ 2018 ຈຶ່ງສໍາເລັດ,ສໍາລັບເມືອງເຊໂປນ ຄາດຫມາຍການສອບເສັງໃນສົກປີນີ້ ຈະໃຫ້ໄດ້100 ສ່ວນຮ້ອຍ.

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05new.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top