Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ຈັດງານສັບປະດາວິທະຍາສາດ ຄັ້ງທີ 1

Details
ທະວີສັກ ໃບລາສີ
Category: Education
Hits: 1021

ໃນຕອນເຊົ້າມື້ນີ້ວັນທີ 25 ພຶດສະພາ 2018 ທີ່ເດີນກີລາໃນຮົ່ມ ວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ໄດ້ຈັດໃຫ້ມີງານສັບປະດາວິທະຍາສາດ ຄັ້ງທີ 1 ຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ຫນູພັນ ອຸດສາ ຫົວໜ້າກົມອະຊີວະສຶກສາ, ກະຊວງສຶກສາທິການ ແລະ ກີລາ, ທ່ານ ນາງ ນິວອນ ມຸງຄຸນສະຫວັດ ຜູ້ອໍານວຍການ ວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ, ມີບັນດາຕາງໜ້າກະຊວງ, ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ສະຖາບັນ, ວິທະຍາໄລຕ່າງໆ ແລະ ບໍລິສັດຫ້າງຮ້ານເຂົ້າຮ່ວມ.
ທ່ານນາງ ນິວອນ ມຸງຄຸນສະຫວັດ ຜູ້ອໍານວຍການ ວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ກ່າວວ່າ: ຈຸດປະສົງຂອງການຈັດງານສັບປະດາວິທະຍາສາດ ຄັ້ງທີ 1 ຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນກ່ຽວກັບການຈັດຕັ້ງ ການຮຽນ-ການສອນ ຢູ່ພາຍໃນວິທະຍາໄລ ແລະ ເປັນການວັດ, ການປະເມີນຜົນຫຼັກສູດ ການຮຽນ-ການສອນ ຂອງແຕ່ລະພາກວິຊາໃຫ້ສອດຄ່ອງ, ແທດເໝາະ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ, ເປີດໂອກາດໃຫ້ພະນັກງານຄູ-ອາຈານ, ນັກສຶກສາພາກວິຊາຕ່າງໆ ໄດ້ນໍາເອົາຜົນງານທີ່ພົ້ນເດັ່ນຂອງຕົນມາວາງສະແດງໃຫ້ມະຫາຊົນຮັບຊາບ ແລະ ນຳເອົາຄວາມຮູ້, ຄວາມສາມາດ ວິຊາສະເພາະຂອງຕົນມາແລກປ່ຽນ ຖອດຖອນບົດຮຽນ ແລະ ສ້າງຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພາຍໃນວິທະຍາໄລດ້ວຍກັນ, ໃຫ້ນັກສຶກສາພາຍໃນວິທະຍາໄລ ໄດ້ມີເວທີໃນການສະແດງຄວາມຮູ້, ຄວາມສາມາດຕາມລາຍວິຊາຮຽນທີ່ໄດ້ສຶກສາຮໍ່າຮຽນ ສາມາດນໍາເອົາຄວາມຮູ້ດັ່ງກ່າວໄປຮັບໃຊ້ສັງຄົມ ແລະ ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ ໃນການສືບທອດພາລະກິດໃນການສ້າງສາ ພັດທະນາປະເທດຊາດ ໃນອານາຄົດ.
ທັງເປັນການສ້າງໂອກາດໃຫ້ນັກຮຽນຊັ້ນ ມັດທະຍົມຕອນຕົ້ນ ແລະ ຕອນປາຍ ໄດ້ມາພົບປະກັນ ຊອກຮູ້ຂໍ້ມູນຕ່າງໆກ່ຽວກັບພາກວິຊາຕ່າງໆ ທີ່ທາງວິທະຍາໄລໄດ້ຈັດຕັ້ງການຮຽນ-ການສອນ, ໃຫ້ອາດີດນັກສຶກສາທີ່ຮຽນຈົບຈາກແຫ່ງນີ້ ມາຮ່ວມສົນທະນາ, ແລກປ່ຽນບົດຮຽນ, ປະສົບການທີ່ປະສົບຜົນສໍາເລັດໃນການປະກອບອາຊີບ ແລະ ເປັນເຈົ້າຂອງທຸລະກິດຂອງຕົນເອງໄດ້ ແລະ ສ້າງໂອກາດໃຫ້ແກ່ອົງກອນ, ຜູ້ປະກອບການຕ່າງໆ ທັງພາກລັດ ແລະ ເອກະຊົນ ມາຮ່ວມວ່າງສະແດງຜົນງານ ແລະ ຜະລິດຕະພັນຂອງຕົນ ແລະ ສ້າງຄວາມຮ່ວມມືສາມັກຄີ ແລະ ຮ່ວມມືກັບວິທະຍາໄລ.

Editor: ດາວໄຊ ສີວິໄລ


  • Click to enlarge image 2018-05-28_15-43-57.jpg
  • Click to enlarge image 2018-05-28_15-44-38.jpg
  • Click to enlarge image 2018-05-28_15-45-00.jpg
  • Click to enlarge image 2018-05-28_15-45-34.jpg
  • Click to enlarge image 2018-05-28_15-45-51.jpg
  • Click to enlarge image 2018-05-28_15-46-15.jpg
  • Click to enlarge image 2018-05-28_15-46-51.jpg
  • Click to enlarge image 2018-05-28_15-47-07.jpg
  • Click to enlarge image 2018-05-28_15-47-29.jpg
  • Click to enlarge image 2018-05-28_15-47-48.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top