Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາ ຊັ້ນ ປ.5 ທົ່ວເມືອງໂພນທອງ

Details
Category: Education
Hits: 621

ພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາຊັ້ນ ປ.5 ທົ່ວເມືອງໂພນທອງ ແຂວງຫລວງພະບາງ ໄດ້ເລີ່ມຂຶ້ນຢ່າງເປັນການ,ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2018 ຜ່ານມາ ຢູ່ທີ່ໂຮງຮຽນປະຖົມສົມບູນ ວັງຊຽງ 1 , ເຊີ່ງໄດ້ເປີດພິທີ ການສອບເສັງຈົບຊັ້ນປະຖົມສຶກສາຊັ້ນ ປ. 5 ຂຶ້ນຢ່າງເປັນທາງການ ໂດຍກໍານົດເອົາໂຮງຮຽນປະຖົມສົມບູນ ວັງຊຽງ 1 ເປັນສະຖານທີ່ເປີດການສອບເສັງທົ່ວເມືອງ, ພາຍໃຕ້ການເປັນປະທານ ຂອງ ທ່ານ ອຳຄາ ແກ້ວອຳພອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໂພນທອງ , ເປັນກຽດເຂົ້າຮ່ວມ ຂອງ ທ່ານ ສົມມາລີ ຄໍາເກັ່ງ ເຈົ້າເມືອງ-ເມືອງໂພນທອງ, ມີ ທ່ານ ຊາຍສະຫວັນ ຈັນມານິດ ຮອງຫົວໜ້າພະແນກສຶກສາທິການແລະ ກິລາແຂວງຫຼວງພະບາງ, ມີບັນດາ ຄູອາຈານ ອົງການປົກຄອງ ບ້ານສະມາຄົມພໍ່ແມ່ນັກຮຽນ ຕະຫຼອດຮອດ ນ້ອງນັກຮຽນ ໝວດປະຖົມວັງຊຽງ1 , ໝວດປະຖົມວັງຊຽງ 2 ແລະ ໝວດປະຖົມ ປຸ່ງບໍ່ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນໜຽວ ແກ້ວວຽງຄໍາ ຫົວໜ້າໝ່ວຍງານຈັດຕັ້ງພະນັກງານ ຫ້ອງການສຶກສາທິການແລະ ກິລາ ເມືອງໂພນທອງ ກໍ່ໄດ້ຂຶ້ນຜ່ານຂໍຕົກລົງຂອງທ່ານເຈົ້າເມືອງໆໂພນທອງ ແລະ ຂໍຕົກລົງຂອງພະແນກສຶກສາທິການແລະກິລາແຂວງຫຼວງພະບາງ ວ່າດ້ວຍການອານຸມັດແຕ່ງຕັ້ງຄະນະຮັບຜິດຊອບການເຝົ້າກວດກາຫ້ອງສອບເສັງ ຈົບຊັ້ນ ປະຖົມສຶກສາ ຊັ້ນ ປ.5 , ແລະ ກົດລະບຽບການສອບເສັງ ໃຫ້ຖືກຕ້ອງສຸຈະລິດໃນການສອບເສັງ, ວິຊາໃນການສອບເສັງ ປະກອບ ວິຊາພາສາລາວ, ວິຊາຄະນິດສາດ ແລະ ວິຊາໂລກອ້ອມຕົວ . ຈາກນັ້ນກໍ່ໄດ້ຮັບຟັງການໂອລົມຂອງ ທ່ານ ສົມມາລີ ຄໍາເກັ່ງ ເຈົ້າເມືອງ-ເມືອງໂພນທອງ ກ່ອນອື່ນ ທ່ານ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນຂອງວຽກງານສືກສາທິການແລະກິລາຢ່າງສຸດໃຈ, ທ່ານຍັງໄດ້ເໜັ້ນໜັກ ໃຫ້ບັນດາ ຄະນະຮັບຜິດຊອບການເຝົ້າຫ້ອງສອບເສັງທັງ 14ໝວດ 5 ກຸ່ມ ພາຍໃນທົ່ວເມືອງ ໃຫ້ມີການເຂັມງວດສອດຄ້ອງຕາມຫຼັກການນະໂຍບາຍຂອງພັກລັດວາງອອກ, ການວາງແຜນງານປະຕິບັດການສອບເສັງໃຫ້ໄດ້ຮັບຜົນດີ, ມີຄຸນນະພາບ ແລະ ຍັງໄດ້ ພ້ອມເປີດຊ່ອງຫົວຂໍບົດສອບເສັງຊັ້ນ ປ.5 ສົກປີ 2017-2018 ຢ່າງເປັນທາງການ.

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01new.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top