Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ແຂ່ງຂັນເວົ້າພາສາຈີນ ຄັ້ງທີ 13

Details
Category: Education
Hits: 607

ແຂ່ງຂັນເວົ້າພາສາຈີນ ຄັ້ງທີ 13 ຂອງລາວ ໄດ້ຈັດຂຶ້ນໃນວັນທີ 18 ພຶດສາພາ 2018 ທີ່ມະຫາວິທະຍາໄລແຫ່ງຊາດ ເພື່ອຄັດເລືອກເອົານັກສຶກສາ ເປັນຕົວແທນໃຫ້ແກ່ ນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນຂົວພາສາຈີນ ສຳລັບນັກສຶກສາ ມະຫາວິທະຍາໄລທົ່ວໂລກ ຄັ້ງທີ 17 ໃນຫົວຂໍ້ “ໜຶ່ງໂລກ ໜຶ່ງຄອບຄົວ” ທີ່ຈະຈັດຂຶ້ນຢູ່ ແຂວງຫູໜານ ສປ ຈີນ ໃນມໍ່ໆນີ້.

ການແຂ່ງຂັນຄັ້ງນີ້ ມີທັງໝົດ 12 ຄົນ, ແບ່ງອອກເປັນສາມພາກ ຄື: ການກ່າວ ປາຖະກະຖາ, ຖາມ-ຕອບ, ແລະ ການສະແດງສິນລະປະ, ຊຶ່ງການແຂ່ງຂັນຄັ້ງນີ້ຈັດໂດຍ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ.

ທ່ານ ອາລຸນ ສີລັດຕະນະກຸນ ຄະນະບໍດີຄະນະອັກສອນສາດ ໄດ້ກ່າວວ່າ: ແຕ່ປີ 2003 ພາສາຈີນໄດ້ເລີ່ມມີການຮຽນ-ການສອນ ໃນພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ, ສຳລັບການ ສົ່ງຕົວແທນນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນ ຂົວພາສາຈີນ ສຳລັບນັກສຶກສາ ມະຫາວິທະ ຍາໄລທົ່ວໂລກ ແຕ່ປີ 2006, ຊຶ່ງສາມາດຍາດໄດ້ອັບດັບທີ 3 ຂອງໂລກເຖິງສອງປີຊ້ອນຄືປີ 2007 ແລະ 2008. ປີ 2010 ແລະ 2017 ໄດ້ເຂົ້າຮອບທີ 3.

ທ່ານ ຫົງຈຽງ ທູດການເມືອງ ປະຈຳເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ເລີ່ມຈັດການແຂ່ງຂັນຂົວພາສາຈີນ ຄັ້ງທຳອິດໃນປີ 2000, ຊຶ່ງມີນັກສຶກສາທີ່ດີເດັ່ນ 5.000 ກວ່າຄົນຖືກຄັດເລືອກເຂົ້າຮ່ວມການແຂ່ງຂັນຮອບຊີງຊະນະເລີດຢູ່ຈີນ. ການແຂ່ງຂັນຂົວພາສາຈີນ ໄດ້ກາຍເປັນຂົວຕໍ່ແຫ່ງວັດທະນະທຳ ໄມຕີຈິດມິດຕະພາບ ແລະ ຄວາມຮັກແພງ ລະຫວ່າງຊາວໜຸ່ມຈີນກັບບັນດາປະເທດທົ່ວໂລກ, ໄດ້ກາຍເປັນສັນຍາລັກທີ່ມີສີສັນພິເສດ ສຳລັບການແລກປ່ຽນພາສາ ແລະ ວັດທະນະທຳ.

ຜົນການແຂ່ງຂັນ ທ້າວ ບົວພັນ ຢ່າຈົງຕູ້ ຈາກສະຖາບັນຂົງຈື້ ສາມາດຊະນະເລີດ ການແຂ່ງຂັນເວົ້າພາສາຈີນ ຄັ້ງທີ 13 ແລະ ໄດ້ເປັນຕົວແທນຂອງນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນເວົ້າພາສາຈີນ ສຳລັບນັກສຶກສາມະຫາວິທະຍາໄລ ທົ່ວໂລກ ຄັ້ງທີ 17 ທີ່ຈະຈັດຂຶ້ນຢູ່ ແຂວງຫູໜານ ສປ ຈີນ, ທ້າວ ບຸນດີ ຄໍປົວຢ່າງ ໄດ້ຮອງຊະນະເລີດ ແລະ ທ້າວ ສົມປາດຖະໜາ ໄດ້ຮອງອັບດັບສອງ, ທ້າວ ສຸກສະຫວາດ ເທບພະວົງ ໄດ້ລາງວັນການເວົ້າດີເດັ່ນ, ນາງ ຈັນປີງ ທຳມະໂນໄຊ ໄດ້ລາງວັນຂວັນໃຈມະຫາຊົນ, ນາງ ໄມເຢຍຢ່າງ ຢ່າງ ໄດ້ລາງວັນການສະແດງດີເດັ່ນ

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 00new.jpg
  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 07.jpg
  • Click to enlarge image 09.jpg
  • Click to enlarge image 10.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top