Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງໂພນໂຮງ ສໍາເລັດກອງປະຊຸມ ຜູ້ບໍລິຫານການສຶກສາ ສົກປີ 2018 ແລະ ຜ່ານທິດທາງແຜນການປີ 2019

Details
ທະວີສັກ ໃບລາສີ
Category: Education
Hits: 660

ກອງປະຊຸມຜູ້ບໍລິຫານການສຶກສາສົກທົ່ວເມືອງໂພນໂຮງ ປີ 2018 ແລະ ຜ່ານທິດທາງແຜນການສົກປີ 2019 ໄດ້ຈັດຂື້ນ ໃນວັນທີ 17-18 ພຶດສະພາ 2018 ນີ້ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ພາຍໄຕ້ການເປັນປະທານຂອງທ່ານ ນາງ ອິ່ນຄຳ ພັນດາລາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໂພນໂຮງ, ປະທານຄະນະພັດທະນາການສຶກສາຂັ້ນເມືອງ, ມີທ່ານ ອິ່ນໂຖ ວິໄລສານ ຮອງຫົວໜ້າພະແນກສຶກສາທິການ-ກິລາແຂວງວຽງຈັນ, ມີທ່ານ ວັນໄຊ ພົມມະຈັກ ກຳມະການພັກເມືອງຫົວໜ້າຫ້ອງການສຶກສາທິການ-ກິລາ ເມືອງໂພນໂຮງ ,ມີບັນດາຜູ້ອຳນວຍການໂຮງຮຽນ, ຜູ້ບໍລິຫານການສຶກສາ, ມີຄະນະພັດທະນາກາກສຶກສາຂັ້ນເມືອງ ແລະ ບ້ານເຂົ້າຮ່ວມ.
ໃນພິທີ ທ່ານ ແກ້ວອຸດົມ ພໍເພັດຜູ້ໄທ ຮອງຫົວໜ້າຫ້ອງການສຶກສາທິການ-ກິລາເມືອງໂພນໂຮງ ໄດ້ຂື້ນຜ່ານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ປີ 2017-2018 ແລະ ຜ່ານ ທິດທາງແຜນການປີ 2018 -2019 ໃຫ້ຮູ້ວ່າ: ໄລຍະ 1 ປີຜ່ານມາ ຫ້ອງການສຶກສາທິການ- ກິລາ ເມືອງໂພນໂຮງ ກໍ່ຄືຄະນະພັດທະນາການສຶກສາທຸກຂັ້ນໄດ້ເອົາໃຈໃສ່ປະຕິບັດແຜນພັດທະນາ ການສຶກສາທີ່ວາງອອກຢ່າງຕັ້ງໜ້າເຮັດໃຫ້ ວຽກງານການສຶກສາ ຢູ່ ພາຍໃນເມືອງໂພນໂຮງ ມີທ່າກ້າວຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບດີຂື້ນສະແດງອອກ ອັດຕາເຂົ້າຮຽນຂອງເດັກ 5 ປີ ເພີ່ມຈາກ 44,9 %ເປັນ 83,1%, ອັດຕາຈົບຊັ້ນປະຖົມບັນລຸໄດ້ 99,3%,ອັດຕາຈົບຊັ້ນມັດທະຍົມຕອນຕົ້ນບັນລຸໄດ້ 98,7%, ອັດຕາຈົບຊັ້ນມັດທະຍົມປາຍ ບັນລຸໄດ້ 97,1%, ຄຽງຄູ່ກັນນີ້ຍັງໄດ້ຊຸກຍູ້ຕິດຕາມ ສືບຕໍ່ການຮຽນ-ການສອນບຳລຸງ ຍົກລະດັບການສຶກສາຊັ້ນມັດທະຍົມຕົ້ນໃນກຸ່ມເປົ້າໝາຍອາຍຸ 15 ປີ-25 ປີ ທີ່ຈົບປະຖົມ ແລະ ປະກາດເມືອງໂພນໂຮງເປັນເມືອງຈົບຊັ້ນມັດທະຍົມຕົ້ນບຳລຸງສຳເລັດ. ສິງພົ່ນເດັ່ນ ການສຶກສາຢູ່ເມືອງໂພນໂຮງ ຕາໜ່າງການສຶກສາທຸກຂັ້ນ ໄດ້ຮັບການປັບປຸງພັດທະນາດີຂື້ນທັງພື້ນຖານໂຄງລ່າງ ແລະ ຄຸນນະພາບການຮຽນ-ການສອນ ຈົນສາມາດສ້າງໄດ້ນັກຮຽນເກັ່ງຊັ້ນຕ່າງໆເປັນຕົວແທນຂອງເມືອງ,ແຂວງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບແຂວງ ແລະ ລະດັບປະເທດ.
ຜູ້ແທນກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນການບໍລິຫານວຽກງານສຶກສາແຕ່ລະໂຮງຮຽນ ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເພື່ອເຮັດໃຫ້ການບໍລິຫານການສຶກສາຢູ່ເມືອງໂພນໂຮງ ໄດ້ຮັບການປັບປຸງພັດທະນາດີຂື້ນ ດີຂື້ນໃນຕໍ່ໜ້າ.
ຕອນທ້າຍພິທີ ທ່ານ ເຈົ້າເມືອງໆໂພນໂຮງກໍ່ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານການສຶກສາທຸກຂັ້ນຈົ່ງເປັນເຈົ້າການໃນການຄຸ້ມຄອງບໍລິຫານວຽກງານການສຶກສາພາຍໃນເມືອງ ໃຫ້ມີປະສິດທິພາບ ແລະ ບັນລຸຕາມແຜນການທີ່ວາງອອກ ,ເອົາໃຈໃສ່ຍົກສູງຄຸນນະພາບການສຶກສາ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆເກີດຂື້ນຢູ່ນຳໂຮງຮຽນ ແລະ ປະກົດການຫຍໍ້ທໍ່ອື່ນໆໃຫ້ໝົດໄປ ເຮັດໃຫ້ວຽກງານການສຶກສາຢູ່ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ມີການຂະຫຍາຍຕົວມີ ຄຸນນະພາບນັບມື້ດີຂື້ນ.

Editor: ຕະວັນ ແສງສະຫວັນ


  • Click to enlarge image 071fef8c-9b82-4089-b543-edcde59f06e8.jpg
  • Click to enlarge image 104033ca-8ad3-434e-b809-001a1019149e.jpg
  • Click to enlarge image 15588863-6fdd-4fd2-b5ec-339f4b5ca4fc.jpg
  • Click to enlarge image 2749065a-146f-4d8e-a608-d7b66197a6b4.jpg
  • Click to enlarge image 6c19d8c4-43f0-4ee2-abf7-0896064e858a.jpg
  • Click to enlarge image 98182eea-83c5-42c6-b82f-6cb0cde33e69.jpg
  • Click to enlarge image 9b5a349a-a8fd-4af1-80ea-b22733f38239.jpg
  • Click to enlarge image c79880d8-1d1a-4b69-87c1-e6e52107956d.jpg
  • Click to enlarge image e0fd51a7-2c8b-46ea-b54e-9bc3472e0bcc.jpg
  • Click to enlarge image e995311a-f1b5-4713-a281-9e366a43f3ed.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top