ລະຫວ່າງວັນທີ 9-11 ພຶດສະພາ 2018 ນີ້ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ, ຮ່ວມກັບ ສະມາຄົມນັກປະພັນລາວ, ນັກປະພັນອາຊຽນ ແລະ ສະຖາບັນ, ສໍານັກພີມຕ່າງໆ ທີ່ກ່ຽວຂ້ອງໄດ້ຈັດຈັດງານເທດສະການສະໝອງ ປະຈໍາປີ 2018 ເຊິ່ງເປັນຄັ້ງທີ 3 ເປີດງານຢ່າງເປັນທາງການ ໃນ ວັນທີ 9 ພຶດສະພາ 2018 ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ງານດັ່ງກ່າວຈັດຂື້ນເພື່ອເປັນການປູກຈິດສໍານຶກໃຫ້ເຍົາວະຊົນ-ຊາວຫນຸ່ມ, ບັນດານັກຮຽນ-ນັກສຶກສາລາວ ກາຍເປັນຄົນມັກອ່ານປື່ມ ແລະ ຮັກການຂຽນຂື້ນຫລາຍຂື້ນ, ເຮັດໃຫ້ສັງຄົມລາວ ກາຍເປັນສັງຄົມແຫ່ງການອ່ານ ແລະ ການຂຽນ ຫລື ສັງຄົມແຫ່ງການຮຽນຮູ້ ຕະຫລອດຊີວິດ.
ງານເທດສະການອາຫານສະໝອງ ນັບໄດ້ວ່າ: ເປັນກິດຈະກໍາຫນຶ່ງ ພາຍໃນຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ເຊີ່ງໄດ້ເລີ່ມຕົ້ນຄັ້ງທໍາອິດ ໃນປີ 2016 , ຄັ້ງທີ 2 ໃນປີ 2017 ເຫັນໄດ້ວ່າໄດ້ຮັບຜົນດີ ແລະ ການຕອບຮັບຈາກຜູ້ສົນໃຈເປັນຈໍານວນຫລາຍ ແລະ ສໍາລັບປີນີ້ ເປັນຄັ້ງທີ 3 ໃນປີ 2018 ໃນແຕ່ລະປີ ມີຫົວຂໍ້ທີ່ແຕກຕ່າງກັນ, ສ່ວນປີ 2018 ມີຫົວຂໍ້: ການອ່ານ ແລະ ການນໍາໃຊ້ພາສາລາວ. ທັງນີ້ເພື່ອສ້າງໃຫ້ນັກວິຊາການຮຸ້ນສຶບທອດ, ເຍົາວະຊົນ, ຊາວຫນຸ່ມ, ນັກຮຽນ-ນັກສຶກສາລາວ ໃຫ້ມີຄວາມມັກຮັກໃນພາສາ ແລະ ວັດທະນະທໍາລາວ, ພ້ອມກັນນັ້ນ ຍັງເປັນການປູກຝັງຈິດສໍານຶກ ໃນຄໍາເວົ້າທີ່ວ່າ: ພາສາບອກຊາດ. ດ້ວຍການຮ່ວມການນໍາໃຊ້ ແລະ ພັດທະນາພາສາລາວ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ພ້ອມດຽວກັນນັ້ນ ຍັງເປັນການສົ່ງເສີມການສ້າງຜົນງານທາງດ້ານການອ່ານ ແລະ ການຂຽນ ໃຫ້ຫລາຍຂື້ນ ເປັນການປະກອບສ່ວນສ້າງນັກວິຊາການດ້ານພາສາລາວ, ສ້າງເຍົາວະຊົນ-ສ້າງຊາວຫນຸ່ມ, ນັກຮຽນ-ນັກສຶກສາລາວ ໃຫ້ກາຍເປັນປັນຍາຊົນ ທີ່ມີຄວາມຮູ້-ຄວາມສາມາດ, ທັກສະ ແລະ ບົດຮຽນໃຫມ່ໆ ເພື່ອສາມາດແຂ່ງຂັນກັບຊາວຫນຸ່ມໃນບັນດາປະເທດອາຊຽນ.
Editor: ກຳປານາດ ລັດຖະເຮົ້າ