Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ຄະນະອັກສອນສາດ ກຽມຈັດງານເທດສະການສະໝອງ ຄັ້ງທີ 3 ເພື່ອປູກຈິດສໍານຶກໃຫ້ເຍົາວະຊົນ-ຊາວຫນຸ່ມ ຮັກການອ່ານຫລາຍຂື້ນ

Details
Category: Education
Hits: 668

ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ, ກຽມຈັດງານເທດສະການສະໝອງ ຄັ້ງທີ 3 ໃນລະຫວ່າງ ວັນທີ 9-11 ພຶດສະພາ 2018 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ເພື່ອເປັນການປູກຈິດສໍານຶກໃຫ້ເຍົາວະຊົນ-ຊາວຫນຸ່ມ, ນັກຮຽນ-ນັກສຶກສາລາວ ໃຫ້ກາຍເປັນຄົນມັກອ່ານ ແລະ ຮັກການຂຽນຂື້ນ, ເຮັດໃຫ້ສັງຄົມລາວ ກາຍເປັນສັງຄົມແຫ່ງການອ່ານ-ການຂຽນ ແລະ ສັງຄົມແຫ່ງການຮຽນຮູ້ ຕະຫລອດຊີວິດ.

ທ່ານ ປອ ໄຊຍະເພັດ ຊາພິຈິດ ວ່າການຫົວຫນ້າພະແນກການສຶກສາ ຫລັງປະລິນຍາຕຣີ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວຕໍ່ນັກຂ່າວ ເມື່ອບໍ່ດົນມານີ້ວ່າ: ງານເທດສະການອາຫານສະໝອງ ຖືວ່າ ເປັນກິດຈະກໍາຫນຶ່ງ ຂອງ ຄະນະອັກສອນສາດ ເຊີ່ງໄດ້ເລີ່ມຕົ້ນມາແຕ່ປີ 2016 ເຊີ່ງມີແນວຄວາມຄິດໃນການລິເລີ່ມ, ສໍາລັບປີນີ້ ເປັນຄັ້ງທີ 3 ເຊີ່ງແຕ່ລະປີ ມີຫົວຂໍ້ທີ່ແຕກຕ່າງກັນ ສໍາລັບປີ 2018 ມີຫົວຂໍ້: ການອ່ານ ແລະ ການນໍາໃຊ້ພາສາລາວ. ເພື່ອສ້າງໃຫ້ນັກວິຊາການຮຸ້ນສຶບທອດ,ເຍົາວະຊົນ, ຊາວຫນຸ່ມ, ນັກຮຽນ-ນັກສຶກສາລາວ ໃຫ້ມີຄວາມມັກຮັກໃນພາສາ ແລະ ວັດທະນະທໍາລາວ, ພ້ອມກັນນັ້ນ ຍັງເປັນການປູກຝັງຈິດສໍານຶກ ໃນຄໍາເວົ້າທີ່ວ່າ: ພາສາບອກຊາດ. ດ້ວຍການຮ່ວມການນໍາໃຊ້ ແລະ ພັດທະນາພາສາລາວ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ພ້ອມດຽວກັນນັ້ນ ຍັງເປັນການສົ່ງເສີມການສ້າງຜົນງານທາງດ້ານການອ່ານ ແລະ ການຂຽນ ໃຫ້ຫລາຍຂື້ນ ເປັນການປະກອບສ່ວນສ້າງນັກວິຊາການດ້ານພາສາລາວ, ສ້າງເຍົາວະຊົນ-ສ້າງຊາວຫນຸ່ມ, ນັກຮຽນ-ນັກສຶກສາລາວ ໃຫ້ກາຍເປັນປັນຍາຊົນ ທີ່ມີຄວາມຮູ້-ຄວາມສາມາດ, ທັກສະ ແລະ ບົດຮຽນໃຫມ່ໆ ເພື່ອສາມາດແຂ່ງຂັນກັບຊາວຫນຸ່ມໃນບັນດາປະເທດອາຊຽນ.

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 00.jpg
  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05new.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top