ທ້າຍເດືອນເມສາ 2018 ນີ້, ຢູ່ໂຮງຮຽນອະນຸບານອຸດົມສຸກ ເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫລຸບບັ້ນການເຝີກຫັດວີຊາຊີບຄູ ປະຈໍາສູນອະນຸບານອຸດົມສຸກ ຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ,ມີທ່ານ ພົມມາ ໄຊຍະວົງ ຫົວໜ້າບໍລິຫານງານວິທະຍາໄລຄູສະຫວັນນະເຂດ, ມີບັນດາຫົວໜ້າຄະນະສຶກສາທິການ-ກິລາເມືອງ, ຄູອາຈານ, ຄູຝືກຫັດ,ສະມາຄົມພໍ່ແມ່ນັກຮຽນ ແລະ ບ້ານອອ້ມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານນາງ. ໄກ່ອໍາພອນ ສີສະໝຸດ ອໍານວຍການໂຮງຮຽນອະນຸບານອຸດົມສຸກ ຂື້ນຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານຄູເຝີກຫັດ ໄລຍະ 12 ອາທິດຜ່ານມາ, ມີຄູເຝີກຫັດທັງໝົດ 9ຄົນ, (ເພດຍີງ ) ໄລຍະຜ່ານມາຄູແຕ່ລະຄົນແມ່ນໄດ້ເອົາໃຈໃສ່ກ່ຽວກັບວີຊາສະເພາະຂອງຕົນຢ່າງຕັ້ງໜ້າ, ພ້ອມກັນປະຕິບັດວຽກງານຂອງຕົນໃຫ້ສໍາເລັດ, ກ່ອນຂື້ນຫ້ອງສິດສອນຄູເຝີກຫັດຕ້ອງແຕ່ງບົດສອນ, ກະກຽມສື່ການສອນໃຫ້ຄົບຖວ້ນ, ບົດສອນແຕ່ລະໜ່ວຍຕ້ອງໄດ້ຜ່ານຄູປະຈໍາຫ້ອງເກົ່າ, ຄູປະຈໍາຫ້ອງເກົ້່າໄດ້ຕິດຕາມເບີ່ງການສອນຕົວຈິ່ງຂອງຄູເຝີກຫັດເພື່ອເອົາຄະແນນຕົວຈິ່ງ, ຕິດຕາມການເບີ່ງເຮັດກິດຈະກໍາຕົວຈິ່ງຕາມຕາຕະລາງໂມງຮຽນ, ເອົາໃຈໃສ່ຂື້ນຫ້ອງສິດສອນເອົາຄະແນນຕົວຈິງ,ປະດັບປະດາຫ້ອງຮຽນແຕ່ລະຫ້ອງ, ຈັດກິດຈະກໍາຖາມຕອບນັກຮຽນ, ນອກນັ້ນຄູເຝີກຫັດຍັງໄດ້ເຂົ້າຮ່ວມກິດຈະກໍາຕ່າງໆພາຍໃນບ້ານທີ່ຕົນຢູ່, ເຂົ້າຮ່ວມເຊື່ອມຊຶ່ມເອກະສານຕ່າງໆໂດຍສະເພາະວັນແມ່ຍີງສາກົນ ທີ 8 ມີນາ ແລະ ອອກແຮງງານລວມພາຍໃນໂຮງຮຽນ ແລະ ຊຸມຊົນເຊີ່ງສາມາດຄັດເລືອກໄດ້ເດັ່ນ 1 ມີ 3 ຄົນ, ເດັ່ນ 2 ມີ 6 ຄົນ, ພ້ອມທັງມອບຂອງຂວັນໃຫ້ຕົວເດັ່ນແຕ່ລະປະເພດໂດຍແມ່ນ ທ່ານ ຄໍາຫລ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ ເປັນຜູ້ມອບ ແລະ ຂື້ນຮັບຕາງໜ້າເດັ່ນ1, ເດັ່ນ 2 ຊ້ອງໜ້າແຂກເຂົ້າຮ່ວມທັງໝົດເປັນສັກຂີພິຍານນໍາດ້ວຍ
ຈາກນັ້ນ ທ່ານ ພົມມາ ໄຊຍະວົງ ຕາງໜ້າວິທະຍາໄລຄູສະຫວັນນະເຂດ ກໍ່ໄດ້ຂື້ນກ່າວຮັບຄູເຝີກຫັດກັບຂື້ນໂຮງຮຽນຂອງຄົນທີ່ໄດ້ສໍາເລັດການເຝີກຫັດຢູ່ສູນດັ່ງກ່າວ ແລະ ມອບໃບສັນລະເສີນຂອງໂຮງຮຽນ ແລະ ຂອງຂວັນໃຫ້ບ້ານອຸດົມສຸກ ແລະ ໂຮງຮຽນອະນຸບານ,
ທ້າຍພິທີ ທ່ານຮອງເຈົ້າເມືອງເຊໂປນ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມ ແລະ ໃຫ້ທິດເຍື່ອງທາງແກ່ພີທີດັ່ງກ່າວ ຊື່ງທ່ານໄດ້ກ່າວຄໍາຍ້ອງຍໍ ແລະ ຊົມເຊີຍມາຍັງຄູເຝີກຫັດທີ່ໄດ້ເອົາໃຈໃສ່ເຮັດປະຕິບັດໜ້າທີ່ຂອງຕົນສໍາເລັດການມອບໝາຍ100 ສ່ວນຮ້ອຍ ແລະ ຮຽກຮ້ອງມາຍັງຄູອາຈານພ້ອມດ້ວຍຄູເຝີກຫັດທຸກຄົນປະຕິບັດຕາມ 3 ລັກສະນະ 5 ຫລັກມູນຂອງການສຶກສາລັກສະນະຊາດ, ລັກສະນະມະຫາຊົນ, ລັກສະນະວິທະຍາສາດທັນສະໄໝ, 5 ຫລັກມູນປັນຍາສຶກສາ,ຄຸນສົມບັດສຶກສາ,ສິລະປະສຶກສາ,ພາລະສຶກສາ ແລະແຮງງານສຶກສາ ແລະ ນໍາເອົາບົດຮຽນທີ່ໄດ້ຮຽນມາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວີຊາສະເພາະຂອງຕົນໃຫ້ບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ ຈາກນັ້ນໃນພີທີດັ່ງກ່າວກໍ່ໄດ້ຈັດງານລ້ຽງສົ່ງ, ບາສີສູ່ຂວັນຄູເຝີກຫັດ, ຮ່ວມພາເຂົ້າສາມັກຄີ ແລະ ມ່ວນຊື່ນຕາມຮີດຄອງປະເພນີ
Editor: ກຳປານາດ ລັດຖະເຮົ້າ