Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພິທີແລກປ່ຽນບົດຮຽນ ຂອງຄະນະນຳ-ວິຊາການຫ້ອງການສຶກສາທິການ ແລະ ກິລາ ລະຫວ່າງເມືອງຄຳ, ເມືອງແປກ ແລະ ເມືອງຄູນ.

Details
Category: Education
Hits: 594

ທ້າຍເດືອນເມສາ 2018 ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງຄຳ ໄດ້ຈັດພິທີແລກ ປ່ຽນບົດຮຽນຂອງຄະນະນຳ-ວິຊາການຫ້ອງການສຶກສາທິການ ແລະ ກິລາ ລະຫວ່າງ ເມືອງຄຳ, ເມືອງແປກ ແລະ ເມືອງຄູນ ຂື້ນທີ່ສະໂມສອນປົກຄອງເມືອງຄຳ ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍພາຍໃຕ້ເຂົ້າຮ່ວມເປັນປະທານຂອງ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຄຳ, ມີ ທ່ານ ໃຈເພັດ ພີມວົງສາ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການ ການເງິນເມືອງ, ມີ ທ່ານ ບຸນທອນ ແກ້ວບຸນຍົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ ທີ່ກ່ຽວຂ້ອງພ້ອມດ້ວຍຄະນະນຳ, ພະນັກງານລັດຖະກອນ ຫ້ອງການສຶກສາທິການ ແລະ ກິລາທັງ 3 ເມືອງເຂົ້າຮ່ວມ.

ທ່ານ ບຸນທອນ ແກ້ວບຸນຍົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຄໍາ ກໍ່ໄດ້ຂື້ນຜ່ານບົດລາຍງາຍໂດຍຫຍໍ້ໄດ້ກ່າວວ່າ: ເມືອງຄຳກໍ່ເປັນເມືອງໜຶ່ງຂອງແຂວງຊຽງຂວາງ, ມີເນື້ອທີ່ 2,334 ກີໂລຕາແມັດ, ມີ 6 ກຸ່ມບ້ານ, ມີ 90 ບ້ານ, ມີ 8,111 ຫຼັງຄາເຮືອນ ແລະ ມີພົນລະເມືອງທັງໝົດ 52,208 ຄົນ, ຍິງ 25,876 ຄົນ ພາຍໃນເມືອງຍັງມີທ່າແຮງໃນການປູກຝັງລ້ຽງສັດ ແລະ ການທ່ອງທ່ຽວທຳມະຊາດ, ປະຫວັດສາດ ໃນການພັດທະນາເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າມີເສດຖະກິດຄອບຄົວຮັ່ງມີ, ເຂັ່ມແຂງສາມາດລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ພ້ອມນັ້ນ ວຽກງານການສຶກສາ ແລະ ກິລາ ກໍ່ໄດ້ຮັບການພັດທະນາໄປທົ່ວທຸກບ້ານພາຍໃນເມືອງ, ເປັນຕົ້ນແມ່ນການຂະຫຍາຍໂຮງຮຽນໄດ້ ເຊັ່ນ: ຂະຫຍາຍໂຮງຮຽນອະນຸບານໄດ້ 14 ແຫ່ງ, ຕອນຕົ້ນ 11 ແຫ່ງ, ມສ 8 ແຫ່ງ, ມໍປາຍ 1 ແຫ່ງ ມີຄູອາຈານທັງໝົດ 965 ຄົນ, ຍີງ 486 ຄົນ ແລະ ມີນັກຮຽນເຂົ້າທັງໝົດ 14,668 ຄົນ, 7,061 ຄົນ ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາການພັດທະນາຊັບພະຍາກອນມະນຸດ ຕາມ 5 ຫຼັກມູນຂອງການສຶກສາແຫ່ງຊາດ ໂດຍເປັນເສນາທິການໃຫ້ແກ່ອໍານາດການປົກຄອງເມືອງ, ພະແນກສຶກສາທິການ ແລະ ກິລາແຂວງ ໃນປີ 2017-2018 ສາມາດປະຕິບັດຕົວເລກຄາດໝາຍ ໄດ້ຫຼາຍດ້ານ ເຊັ່ນ: ອັດຕາການເຂົ້າຮຽນຂອງເດັກໃນເກນອາຍຸ 5 ປີ 78,2 ສ່ວນຮ້ອຍ, ອັດຕາການເຂົ້າຮຽນຊັ້ນປະຖົມກວມເອົາ 99,4 ສ່ວນຮ້ອຍ, ອັດຕາການເຂົ້າຮຽນຊັ້ນມັດທະຍົມຕົ້ນ ກວມເອົາ 94 ສ່ວນຮ້ອຍ, ມໍປາຍກວມເອົາ 67,2 ສ່ວນຮ້ອຍ, ແລະ ການສຶກສານອກໂຮງ ຮຽນໄດ້ຊ່ອມແຊມຊັ້ນປະຖົມບຳລຸງໄດ້ 3 ບ້ານນອກຈາກນັ້ນກໍ່ຍັງໄດ້ນຳເອົາການສຶກສາອົບຮົມການ ເມືອງແນວຄິດໃຫ້ແກ່ພະນັກງານລັດຖະກອນ, ຄຸອາຈານໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງເຊື່ອໝັ່ນ ຕໍ່ການນໍາພາຂອງພັກ, ນຳເອົາເອກະສານສຳຄັນ, ນິຕິກໍາຕ່າງໆລົງເຜີຍແຜ່ເຊື່ອມຊືມໃຫ້ແກ່ບັນດາໂຮງຮຽນ ເພື່ອນໍາໄປເປັນຄູ່ມື, ແຜນການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ໄດ້ປະສິດທິພາບສູງຂື້ນເລື່ອຍໆ, ນອກຈາກນີ້ ກໍ່ຍັງໄດ້ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາໃຫ້ໄດ້ຮັບຜົນສຳເລັດຂື້ນເປັນກ້າວໆ. ຈາກນັ້ນບັນດາຫ້ອງການສຶກສາທິການ ແລະ ກິລາເມືອງແປກ ແລະ ເມືອງຄູນ ກໍ່ໄດ້ຜັດປ່ຽນກັນຂື້ນຜ່ານບົດລາຍງານເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອນຳໄປຜັນຂະຫຍາຍພັດທະນາວຽກງານສຶກສາຂອງຕົນຮັບຜິດຊອບໃຫ້ມີບາດກ້າວຂະຫຍາຍຂື້ນ.

ເນື້ອງໃນໂອກາດດັ່ງກ່າວ ທ່ານ ມີໄຊ ແພງສາ ຮອງເຈົ້າເມືອງໆຄຳ ກໍ່ໄດ້ຂື້ນໂອ້ລົມໃຫ້ຄໍາຄິດຄຳເຫັນກ່ອນອື່ນໝົດ ທ່ານຍັງກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາພ້ອມທັງໃຫ້ທິດຊີ້ນຳແກ່ຄະນະນຳຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ທັງ 3 ເມືອງ ຈົ່ງພ້ອມກັນເໜັ້ນໜັກໃນການຈັດຕັ້ງປະຕິບັດ ອັດຕາການເຂົ້າຮຽນການຮຽນການສອນການຄຸ້ມຄອງການສຶກສາໃຫ້ໄດ້ຮັບຄຸນນະພາບຂື້ນຢ່າງເລິກເຊີ່ງ ພ້ອມທັງນຳເອົາເນື້ອໃນຈິດໃຈໃນຄັ້ງນີ້ນຳໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບຄວາມເປັນຈີິງຂອງແຕ່ລະເມືອງ.

ແຫລ່ງຂ່າວ ຈາກຫ້ອງການຖະແຫລງຂ່າວ ເມືອງຄໍາ

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03new.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top