ໃນທ້າຍອາທິດຜ່ານມານີ້; ຢູ່ທີ່ໂຮງຮຽນມັດທະຍົມຕົ້ນດົງເຫັນ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກສະຫະພັນແມ່ຍິງລາວ ແລະ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ. ໂດຍການເຂົ້າຮ່ວມຂອງທ່ານ ນາງ ສົມຫວ່າງ ໄຊຍະວົງສິນ ປະທານສະຫະພັນແມ່ຍິງເມືອງ, ທ່ານ ສົມພິດ ພຸດທະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ປະຈໍາເມືອງອາດສະພັງທອງ, ມີເລຂາໜ່ວຍພັກ, ຄະນະສະຫະພັນແມ່ຍິງ, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ, ຄູ-ອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ.
ໃນພິທີກໍ່ໄດ້ມີການຜ່ານຂໍ້ຕົກລົງຂອງປະທານສະຫະພັນແມ່ຍິງເມືອງອາດສະພັງທອງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກສະຫະພັນແມ່ຍິງລາວ ໂດຍອີງໃສ່ກົດລະບຽບຂອງສະຫະພັນແມ່ຍິງ ໝວດທີ II ມາດຕາທີ 5-6 ວ່າດ້ວຍເງື່ອນໄຂກົດລະບຽບ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກສະຫະພັນແມ່ຍິງລາວ. ຄະນະປະທານສະຫະພັນແມ່ຍິງເມືອງ ຈຶ່ງຕົກລົງເຫັນດີອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກສະຫະພັນແມ່ຍິງລາວ ຈໍານວນ 39 ຄົນ, ເຂົ້າເປັນສະມາຊິກສະຫະພັນແມ່ຍິງ ແລະ ກໍ່ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດຮັບເອົາມະຫາຊົນຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ໂດຍອີງໃສ່ກົດລະບຽບຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໝວດທີ II ມາດຕາທີ 5-6. ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງ ອາດສະພັງທອງ ຈຶ່ງຕົກລົງເຫັນດີອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ຈໍານວນ 59 ທ່ານ, ຍິງ 36 ທ່ານ ເຂົ້າມາເຄື່ອນໄຫວເປັນສະມາຊິກໜຸ່ມປະຊາຊົນ ປະຕິວັດລາວ. ຄະນະສະຫະພັນແມ່ຍິງ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ປະຈໍາໂຮງຮຽນມັດທະຍົມຕົ້ນດົງເຫັນ ກໍ່ໄດ້ຈັບມືເອົາບັນດານ້ອງນັກຮຽນຈໍານວນທີ່ເຂົ້າເປັນສະມາຊິກ ໂດຍຊ່ອງໜ້າກັບບັນດາແຂກ, ຄູ-ອາຈານ ແລະ ນ້ອງນັກຮຽນທີ່ເຂົ້າຮ່ວມເປັນສັກຂີພິຍານນໍາດ້ວຍ.
Editor: ນັກຂ່າວເມືອງອາດສະພັງທອງ