ໃນວັນທີ 26 ເມສາ2018 ນີ້ ຢູ່ໂຮງຮຽນອະນຸບານອຸດົມສຸກ, ເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫລຸບບັ້ນການເຝີກຫັດວີຊາຊີບຄູປະຈໍາສູນອະນຸບານອຸດົມສຸກ ຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ພົມມີໄຊ, ຮອງເຈົ້າເມືອງເຊໂປນ, ທ່ານ ພົມມາ ໄຊຍະວົງ ຫົວໜ້າບໍລິຫານງານວິທະຍາໄລຄູສະຫວັນນະເຂດ, ມີບັນດາຫົວໜ້າຄະນະສຶກສາທິການ-ກິລາເມືອງ, ຄູອາຈານ, ຄູຝືກຫັດ, ສະມາຄົມພໍ່ແມ່ນັກຮຽນ ແລະ ບ້ານອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ໄກ່ອໍາພອນ ສີສະໝຸດ ອໍານວຍການໂຮງຮຽນ ອະນຸບານອຸດົມສຸກ ຂື້ນຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານຄູເຝີກຫັດໄລຍະ 12 ອາທິດຜ່ານມາ, ມີຄູເຝີກຫັດທັງໝົດ 9 ຄົນ, ຍີງ 9 ໄລຍະຜ່ານມາຄູແຕ່ລະຄົນແມ່ນໄດ້ເອົາໃຈໃສ່ກ່ຽວກັບວີຊາສະເພາະຂອງຕົນຢ່າງຕັ້ງໜ້າ ພ້ອມກັນປະຕິບັດວຽກງານຂອງຕົນໃຫ້ສໍາເລັດ, ກ່ອນຂື້ນຫ້ອງສິດສອນຄູເຝີກຫັດຕ້ອງແຕ່ງບົດສອນ, ກະກຽມສື່ການສອນໃຫ້ຄົບຖວ້ນ, ບົດສອນແຕ່ລະ ໜ່ວຍຕ້ອງໄດ້ຜ່ານຄູປະຈໍາຫ້ອງເກົ່າ, ຄູປະຈໍາຫ້ອງເກົ້່າໄດ້ຕິດຕາມເບີ່ງການສອນຕົວຈິ່ງຂອງຄູເຝີກຫັດ ເພື່ອເອົາຄະແນນຕົວຈິ່ງ, ຕິດຕາມການເບີ່ງເຮັດກິດຈະກໍາຕົວຈິ່ງຕາມຕາຕະລາງໂມງຮຽນ, ເອົາໃຈໃສ່ຂື້ນຫ້ອງສິດສອນເອົາຄະແນນຕົວຈິງ, ປະດັບປະດາຫ້ອງຮຽນແຕ່ລະຫ້ອງ, ຈັດກິດຈະກໍາຖາມຕອບນັກຮຽນ, ນອກນັ້ນ ຄູເຝີກຫັດຍັງໄດ້ເຂົ້າຮ່ວມກິດຈະກໍາຕ່າງໆພາຍໃນບ້ານທີ່ຕົນຢູ່, ເຂົ້າຮ່ວມເຊື່ອມຊຶ່ມເອກະສານຕ່າງໆໂດຍສະເພາະວັນແມ່ຍີງສາກົນທີ 8 ມີນາ ແລະ ອອກແຮງງານລວມພາຍໃນໂຮງຮຽນ ແລະ ຊຸມຊົນ ເຊີ່ງສາມາດຄັດເລືອກໄດ້ເດັ່ນ 1 ມີ 3 ຄົນ, ເດັ່ນ 2 ມີ 6 ຄົນ ພ້ອມທັງ ມອບຂອງຂວັນໃຫ້ຕົວເດັ່ນແຕ່ລະປະເພດ.
ຈາກນັ້ນ ທ່ານ ພົມມາ ໄຊຍະວົງ ຕາງໜ້າວິທະຍາໄລຄູສະຫວັນນະເຂດ ກໍ່ໄດ້ຂື້ນກ່າວຮັບຄູເຝີກຫັດກັບຄືນໂຮງຮຽນຂອງຕົນ ທີ່ໄດ້ສໍາເລັດການເຝີກຫັດຢູ່ສູນດັ່ງກ່າວ ແລະ ມອບໃບສັນລະເສີນຂອງໂຮງຮຽນ ແລະ ຂອງຂວັນໃຫ້ບ້ານອຸດົມສຸກ ແລະ ໂຮງຮຽນອະນຸບານ.
ຊຶ່ງທ່ານຮອງເຈົ້າເມືອງເຊໂປນ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມ ຊື່ງທ່ານໄດ້ກ່າວຄໍາຍ້ອງຍໍ ແລະ ຊົມເຊີຍມາຍັງຄູເຝີກຫັດທີ່ໄດ້ເອົາໃຈໃສ່ເຮັດປະຕິບັດໜ້າທີ່ຂອງຕົນສໍາເລັດການມອບໝາຍ 100% ຮຽກຮ້ອງມາຍັງຄູອາຈານພ້ອມດ້ວຍຄູເຝີກຫັດທຸກຄົນປະຕິບັດຕາມ 3 ລັກສະນະ 5 ຫລັກມູນຂອງການສຶກສາ: ລັກສະນະຊາດ, ລັກສະນະມະຫາຊົນ, ລັກສະນະວິທະຍາສາດທັນສະໄໝ, 5 ຫລັກມູນ: ປັນຍາສຶກສາ, ຄຸນສົມບັດສຶກສາ, ສິລະປະສຶກສາ, ພາລະສຶກສາ ແລະ ແຮງງານສຶກສາ. ນໍາເອົາບົດຮຽນທີ່ໄດ້ຮຽນມາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວີຊາສະເພາະຂອງຕົນໃຫ້ບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້.
Editor: ເມືອງເຊໂປນ