ກົມສາມັນສຶກສາ ກະຊວງ ສຶກສາທິການ ແລະ ກິລາ ໄດ້ ຈັດການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດ ທະຍົມສຶກສາຕອນຕົ້ນ - ຕອນ ປາຍທົ່ວປະເທດ ປະຈຳສົກປີ 2017-2018 ຂຶ້ນ ໃນວັນທີ 24 - 27 ເມສາ 2018 ນີ້, ຢູ່ສະໂມສອນ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດການແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ຂັ້ນມັດທະຍົມສຶກສາ ປະຈຳສົກຮຽນ 2017-2018, ໂດຍການເຂົ້າຮ່ວມ ຂອງ ທ່ານ ຮອງສາດສະດາຈານ ປະລີນຍາເອກ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄູອາຈານ, ຄະນະກຳມະການສອບເສັງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ການຈັດການແຂ່ງຂັນສອບເສັງ ນັກຮຽນລະດັບຊາດໃນຄັ້ງນີ້, ເປັນການສ້າງໂອກາດໃຫ້ນ້ອງນັກຮຽນໄດ້ມີໂອກາດ ສະແດງຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງ ຂອງຕົນເອງ. ທັງນີ້, ກໍເພື່ອເປັນການຍ້ອງຍໍຄູ ຜູ້ທີ່ສິດສອນນັກຮຽນ ໃຫ້ມີຄວາມຮູ້ ຄວາມສາມາດ ແລະ ເປີດໂອກາດໃຫ້ນັກຮຽນ ທີ່ສາມາດສອບເສັງໄດ້ ອັນດັບ 1, ອັນດັບ 2 ແລະ ອັນດັບ 3 ຂອງແຕ່ລະວິຊາ ສາມາດ ໄດ້ຮັບທຶນການສຶກສາ ເຂົ້າຮຽນໃນໂຮງຮຽນພອນສະຫວັນ, ຫ້ອງພອນສະຫວັນ ແລະ ເຂົ້າຮຽນຕໍ່ ທີ່ມະຫາວິທະຍາໄລແຫ່ງຕ່າງໆໃນ ສປປ ລາວ.
ການແຂ່ງຂັນນັກຮຽນເກັ່ງລະດັບຊາດ ໃນຄັ້ງນີ້, ໄດ້ສອບເສັງໃນ 4 ວິຊາ ຄື: ພາສາລາວ-ວັນ ນະຄະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ ມີ ຊັ້ນມ 4 ແລະ ມ7, ມີນັກຮຽນເກັ່ງເຂົ້າຮ່ວມຈາກ 17 ແຂວງ ແລະ ນະຄອນຫລວງວຽງຈັນ ທັງໝົດ 144 ຄົນ, ຍິງ 55 ຄົນ ໃນນີ້ມີຊັ້ນມັດທະຍົມສຶກສາຕອນຕົ້ນ 72 ຄົນ, ຍິງ 30 ຄົນ; ມັດທະຍົມຕອນປາຍ 72 ຄົນ, ຍິງ 25 ຄົນ ແລະ ຈະໄດ້ປະກາດຜົນສອບເສັງ ໃນ ວັນທີ 27 ເມສາ ນີ້. ການແຂ່ງຂັນສອບເສັງນັກຮຽນເກັ່ງ ລະດັບຊາດ ຂັ້ນມັດທະຍົມສຶກສາ ແມ່ນກິດຈະກຳໜຶ່ງທີ່ສຳຄັນ ແລະ ເປັນບູລະມະສິດ ຂອງກະຊວງສຶກສາທິການ ແລະ ກິລາ ໃນແຜນງານພັດທະນາການຮຽນ-ການສອນ, ໂດຍສະເພາະ ຂັ້ນມັດທະຍົມສຶກສາ.
ມາຮອດປັດຈຸບັນ, ການຈັດຕັ້ງປະຕິບັດສອບ ເສັງແຂ່ງຂັນນັກຮຽນເກັ່ງ ສຳລັບຂັ້ນມັດທະຍົມສຶກສາຕອນຕົ້ນ ເປັນປີທີ 9 ແລະ ມັດທະຍົມຕອນປາຍ ເປັນປີທີ 8. ນອກຈາກການແຂ່ງຂັນນັກຮຽນເກັ່ງ ລະດັບຊາດແລ້ວ ຍັງມີກິດຈະກຳຖາມ-ຕອບ ວິທະຍາສາດ ແລະ ຄວາມຮູ້ທົ່ວໄປ ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ