Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພິທີມອບ-ຮັບໂຮງຮຽນມູນລະປະຖົມ ບ້ານນາເລົາ.

Details
Category: Education
Hits: 590

ໃນຕອນເຊົ້າຂອງວັນທີ 19 ເມສາ 2018 ຜ່ານມານີ້, ຢູ່ທີ່ໂຮງຮຽນມູນລະປະຖົມ ບ້ານນາເລົາ ເມືອງວັງວຽງ, ແຂວງວຽງຈັນ. ໄດ້ມີພິທີມອບ-ຮັບໂຮງຮຽນມູນລະປະຖົມ ບ້ານນາເລົາ. ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຜອງ ດວງວິໄລ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆວັງວຽງ, ມີ ທ່ານ ໂຍຊົວ ຫົວໜ້າອຳນວຍການໂຮງຮຽນຄຣິດສະຕຽນໂກນວໍ ຈາກປະເທດ ສາທາລະນະລັດ ເກົາຫຼີ, ມີບັນດາທ່ານຮອງເຈົ້າເມືອງ, ຮອງຫົວຫນ້າຫ້ອງການສືກສາທິການ ແລະ ກິລາເມືອງ, ຫົວໜ້າກຸ່ມບ້ານ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານ, ນ້ອງນັກຮຽນໂຮງຮຽນມູນລະປະຖົມບ້ານນາເລົາ ແລະ ໂຮງຮຽນຄຣິດສະຕຽນໂກນວໍ ຈາກປະເທດ ສ ເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຄໍາດີ ນາມມະໄຊ ນາຍບ້ານໆນາເລົາ ໄດ້ຂຶ້ນຜ່ານບົດສະຫຼຸບ ການກໍ່ສ້າງໂຮງຮຽນມູນລະປະຖົມບ້ານນາເລົາ ວ່າ: ບ້ານນາເລົາ ແມ່ນບ້ານໜຶ່ງທີ່ນອນໃນ 63 ບ້ານໃນທົ່ວເມືອງວັງວຽງ ແລະ ທັງແມ່ນບ້ານດຽວທີ່ເປັນບ້ານທຸກຍາກ. ໃນເມື່ອກ່ອນນບ້ານນາເລົາ ແມ່ນຕັ້ງຢູ່ຝາກຝັ່ງແມ່ນ້ຳງາດ, ທາງທິດຕາເວັນອອກ ເຊິ່ງຫ່າງຈາກທາງເລກທີ 13 ເໜືອ ປະມານ 5 ກິໂລແມັດ. ເຫັນໄດ້ເຖິງພື້ນຖານໂຄງລ່າງໃນເມື່ອກ່ອນມີຄວາມຫຍຸ້ງຍາກພໍສົມຄວນ ເປັນຕົ້ນແມ່ນ: ຖະຫນົນຫົນທາງ,ເສັ້ນທາງ, ສຸກສະລາ ແລະ ດ້ານອື່ນໆ, ເຮັດໃຫ້ປະຊາຊົນບັນດາເຜົ່າພົບຄວາມຫຍຸ້ງຍາກໃນການເຂົ້າເຖິງຂອດບໍລິການ ຍ້ອນເຫັນໄດ້ສະພາບຄືດັ່ງກ່າວ ພັກ ແລະ ລັດຖະບານ ກໍ່ຄືອຳນາດການປົກຄອງໃນທຸກຂັ້ນຈຶ່ງໄດ້ສຸມທຶນຮອນເພື່ອຍົກຍ້າຍບ້ານນາເລົາ ມາຕັ້ງຢູ່ບ່ອນໃໝ່ ກໍ່ຄືບ້ານນາເລົາປະຈຸບັນ ໄດ້ວັນທີ 1 ມັງກອນ 2017. ເຊິ່ງມີຈຳນວນ 119 ຫຼັງຄາເຮືອນ, ມີປະຊາກອນທັງໝົດ 543 ຄົນ, ຍິງ 338 ຄົນ. ປະກອບມີ 3 ຊົນເຜົ່າ ຄື: ລາວລຸ່ມ, ຂະມຸ ແລະ ເຜົ່າມົ້ງ.

ເບື້ອງຕົ້ນ ໂຮງຮຽນມູນລະປະຖົມບ້ານນາເລົາ ແມ່ນ ມີ 1 ຫ້ອງ, ແອ້ມດ້ວຍຝາໄມ້ເຮ້ຍ, ມີຄູສອນ 1 ຄົນ, ຄູອາສາ 1 ຄົນ, ມີນັກຮຽນ 3 ຊັ້ນຮຽນ ປໍ1, ປໍ2, ແລະ ປໍ3 ເຊິ່ງລວມມີ ນັກຮຽນທັງໝົດ 50 ຄົນ, ຍິງ 32 ຄົນ. ດ້ວຍຫ້ອງຮຽນມີຄວາມຄັບແຄບ, ບໍ່ສາມາດທົນທານທຸກສະພາບອາກາດ ເຊິ່ງເປັນສາເຫດໜຶ່ງທີ່ສ້າງຄວາມລຳບາກ ແກ່ການຮຽນ-ການສອນ ດັ່ງນັ້ນ ຄະນະນຳຂອງເມືອງ ຈຶ່ງໄດ້ຈັດຫາງົບປະມານ ເພື່ອກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງເປັນຕົ້ນ ຕັ້ງເສົາ ຈຳນວນ 5 ຫ້ອງຮຽນ ມີມູນຄ່າ 40 ລ້ານກີບ, ໂດຍນຳໃຊ້ທຶນພັດທະນາທ້ອງຖິ່ນ ປີ 2015-2016 ນອກຈາກນີ້, ກໍ່ຍັງໄດ້ຮັບທຶນຊ່ວຍເຫຼືອຈາກນິຕິບຸກຄົນ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ. ເປັນຕົ້ນແມ່ນສະມາຄົມໂຮງຮຽນເກົາຫຼີ ຄຣິດສະຕຽນໂກນວໍ ຊ່ວຍກໍ່ສ້າງໂຄງຫຼັງຄາ, ເພດານ, ກໍ່ຝາ, ທາສີ ແລະ ສ້າງຫ້ອງການຄູ 1 ຫ້ອງ ລວມມູນຄ່າທັງໝົດຈຳນວນ 185 ລ້ານກວ່າກີບ, ສ່ວນແຮງງານການກໍ່ສ້າງແມ່ນປະຊາຊົນພາຍໃນບ້ານເປັນຜູ້ຮ່ວມແຮງຮ່ວມໃຈກັນປະກອບສ່ວນຈັດຕັ້ງປະຕິບັດ, ການກໍ່ສ້າງແມ່ນໃຊ້ເວລາຢູ່ 02 ເດືອນ, ປະຈຸບັນໂຮງຮຽນຫຼັງດັ່ງກ່າວແມ່ນສຳເລັດ ຮ້ອຍສ່ວນຮ້ອຍ.

ໃນພິທີໃຫ້ກຽດຂື້ນມອບໂຮງຮຽນມູນລະປະຖົມບ້ານນາເລົາ ໂດຍແມ່ນ ທ່ານ ໂຍຊົວ ຫົວ ໜ້າອຳນວຍການໂຮງຮຽນຄຣິດສະຕຽນໂກນວໍ ຈາກປະເທດ ສາທາລະນະລັດ ເກົາຫຼີ ແລະ ກ່າວຮັບໂດຍ ທ່ານ ອ່ອນຈັນ ຫົວຫນ້າໂຮງຮຽນມູນລະປະຖົມບ້ານນາເລົາ. ໃຫ້ກຽດກ່າວມອບໃບຍ້ອງຍໍໂດຍແມ່ນ ທ່ານ ຄໍາຜອງ ດວງວິໄລ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆວັງວຽງ ກ່າວຮັບໂດຍ ທ່ານ ໂຍຊົວ ຫົວໜ້າອຳນວຍການໂຮງຮຽນຄຣິດສະຕຽນໂກນວໍ ຈາກປະເທດ ສ ເກົາຫຼີ ພ້ອມທັງໃຫ້ກຽດ ເປີດແຖບຜ້າ.

ຕອນທ້າຍພິທີ ທ່ານ ຄໍາຜອງ ດວງວິໄລ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆວັງວຽງ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ຊົມສິລະປະຈາກນັກຮຽນໂຮງຮຽນຄຣິດສະຕຽນໂກນວໍ ຈາກປະເທດ ສ ເກົາຫຼີ ແລະ ນ້ອງນັກຮຽນໂຮງຮຽນມູນລະປະຖົມບ້ານນາເລົາ ຕື່ມອີກ

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01.JPG
  • Click to enlarge image 02.JPG
  • Click to enlarge image 03.JPG
  • Click to enlarge image 04new.JPG
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top