ກາງເດືອນເມສາ 2018 ນີ້, ຢູ່ທີ່ໂຮງຮຽນອະນຸບານ ເມືອງວັງວຽງ ແຂວງວຽງຈັນ. ໄດ້ມີພິທີສະຫຼຸບບັ້ນຝຶກວິຊາຊີບຄູຂະບວນໂຮງຮຽນອະນຸບານໂພນເພັງ. ໂດຍການເຂົ້າຮ່ວມຂອງ ທ່ານ ສຸວຽງທອງ ວົງຈຳປາ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງໆວັງວຽງ, ມີ ທ່ານນາງ ວິລາ ແສງສະຫວ່າງ ເລຂາພັກ ຜູ້ອຳນວຍການ ວິທະຍາໄລຄູດົງຄຳຊ້າງ, ມີ ທ່ານ ກຸດຕາລີ ແກ້ວເຂັມເພັດ ຮອງຫົວຫນ້າສືກສາທິການແລະກິລາເມືອງ, ມີ ທ່ານນາງ ແຝງແກ້ວ ດວງສະຫວັນ ຫົວໜ້າອຳນວຍການໂຮງຮຽນອະນຸບານໂພນເພັງ, ມີບັນດາອໍານາດການປົກບ້ານອ້ອມຂ້າງ, ສະມາຄົມພໍ່ແມ່ນັກຮຽນ, ຄູອາຈານ, ນັກຮຽນຝຶກຫັດ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ໃນພິທີ ທ່ານນາງ ແຝງແກ້ວ ດວງສະຫວັນ ຫົວໜ້າອຳນວຍການໂຮງຮຽນອະນຸບານໂພນເພັງ ໄດ້ຂຶ້ນຜ່ານບົດສະຫລຸບວ່າ: ໂຮງຮຽນອານຸບານໂພນເພັງ ຕັ້ງຢູ່ໃຈກາງຂອງບ້ານໂພນເພັງ ແລະ ບ້ານວັງວຽງ, ຂື້ນກັບຫ້ອງການສຶກສາທິການ ແລະ ກິລາເມືອງວັງວຽງ, ເປັນອາຄານຊັ້ນດຽວແລະຖາວອນ ເຊິ່ງປຸກສ້າງໂດຍໂຄງການສະວີເດັນ ໄດ້ປຸກສ້າງ ແຕ່ປີ 2003, ລວມມີ 4 ຫ້ອງຮຽນ, ມີ 1 ຫ້ອງການ, ມີ 2 ຫ້ອງນໍ້າ, ມີ 1 ຫ້ອງເຮືອນຄົວ, ມີເດີນກວ້າງຂວາງ ພໍສົມຄວນ ເປັນໂຮງຮຽນທີໄດ້ມາດຕະຖານ. ມີຄູ-ອາຈານ ຈຳນວນ 11 ຄົນ, ມີນັກຮຽນທັງໝົດຈຳນວນ : 176 ຄົນ, ຍິງ 97 ຄົນ, ຊາຍ 70 ຄົນ. ໃນໄລຍະເວລາ 3 ເດືອນ ນັບແຕ່ວັນທີ່ 5 ກຸມພາ - 10 ເມສາ 2018. ໄດ້ມີນັກຮຽນຝຶກຫັດຈຳນວນ13ນ້ອງມາຈາກວິທະຍາໄລຄູດົງຄຳຊ້າງ, ໄດ້ມາຊ່ວຍໃນການສິດສອນບັນດານ້ອງນັກຮຽນຝຶກຫັດກໍ່ໄດ້ມີຄວາມເອົາໃຈໃສໃນການສິດສອນ, ແຕ່ບົດສອນທ່ວງທັນກັບເວລາແລະຂຶ້ນຫ້ອງສິດສອນຢ່າງເປັນປົກກະຕີ ໃນນີ້ບັນດານັກຮຽນຝຶກຫັດຍັງໄດ້ຮັບຟັງການເຜີຍແຜ່ກົດລະບຽບຂອງໂຮງຮຽນ, ນອກຈາກນັ້ນຍັງສາມາດຜະລິດອຸປະກອນປະກອບການສອນປະເພດຮູບພາບຈຳນວນ 396 ແຜ່ນ, ເກມ 142 ຊຸດ, ກອງ 24 ໜ່ວຍ, ກະແຊະ 25 ໜ່ວຍ. ປະເພດໜ່ວຍການສອນຈຳນວນ 3 ໜ່ວຍການສອນ ແລະ 6 ກິດຈະກຳ ຄື: ຫ້ອງລ້ຽງເດັກ, ຫ້ອງອະນຸບານນ້ອຍ,ຫ້ອງອະນຸບານກາງແລະຫ້ອງອະນຸບານໃຫຍ່. ໄດ້ລົງເຄື່ອນໄຫວວຽກງານຊຸມຊົນໄດ້ທັງໝົດ 7 ຄັ້ງ. ໄດ້ໄປທັດສະນະຢູ່ສະຖານທີທ່ອງທ່ຽວ 1 ຄັ້ງ ມີຢູ່ 3 ຈຸດ ຄື: ອ່າງຫຼວງ, ຖ້ຳປູຄຳ ແລະ ວັງວຽງອິນເຕີປາກ. ສະຫຼຸບຜົນການຄັດເລືອກ ຄະແນນດີເດັ່ນຂອງ 13 ຄົນ ຂະບວນຝຶກຫັດໃນຄັ້ງນີ້: ລະບົບ 12+2 ໄດ້ເກດ A ມີ 9 ນ້ອງ ແລະ ໄດ້ເກດ B ມີ 1 ນ້ອງ, ລະບົບ 9+3 ໄດ້ເກດ A ມີ 3 ນ້ອງ.
ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ ນັກຮຽກຝຶກຫັດ ຈໍານວນ 13 ນ້ອງໂດຍແມ່ນທ່ານ ສຸວຽງທອງ ວົງຈຳປາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆວັງວຽງ. ແລະໄດ້ມອບຍ້ອງຍໍ ຜູ້ທີ່ຊ່ວຍເຫຼືອໃນບັ້ນຝຶກຫັດຄັ້ງນີ້ ໂດຍແມ່ນ ທ່ານນາງ ວິລາ ແສງສະຫວ່າງ ເລຂາພັກ ຜູ້ອຳນວຍການ ວິທະຍາໄລຄູດົງຄຳຊ້າງ ແລະ ກ່າວຮັບໂດຍນາຍບ້ານ, ສະມາຄົມພໍ່ແມ່ນັກຮຽນ-ນັກທຸລະກິດ.
ໂອກາດດຽວກັນນີ້ ບັນດາຫ້ອງການ, ກົມກອງ, ນັກທຸລະກິດ ແລະ ພາກສ່ວນຕ່າງໆໄດ້ນຳກະຕ່າຂອງຂວັນເຂົ້າອວຍພອນຫົວຫນ້າອຳນວຍໂຮງຮຽນອະນຸບານໂພນເພັງ. ເພື່ອສະແດງເຖິງຄວາມຮູ້ບຸນຄຸນເນື່ອງໃນໂອກາດປີໃໝ່ ພສ 2561. ຫຼັງຈາກນັ້ນກໍ່ໄດ້ ຮັບຊົມບົດພ້ອນຈາກນ້ອງນ້ອຍນັກຮຽນ-ບົດພ້ອນຈາກນັກຮຽນຝຶກຫັດ ແລະມີພິທີບາສີສູ່ຂວັນໃຫ້ກັບນັກຮຽນຝືກຫັດ ຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ