Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ສະຫຼຸບວຽກງານ ກອງພັນປ້ອງກັນເຄື່ຶອນທີ່ ປະຈຳປີ 2017 ແລະ ວາງທິດທາງປະຈຳປີ 2018

Details
ທະວີສັກ ໃບລາສີ
Category: Education
Hits: 584

ກອງປະຊຸມສະຫຼຸບວຽກງານ ຂອງກອງພັນປ້ອງກັນເຄື່ອນທີ່ ແຂວງຊຽງຂວາງ ປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018 ໄດ້ຈັດຂື້ນໃນວັນທີ 20 ເມສາ 2018 ຢູ່ທີ່ສະໂມສອນ ປກສ ແຂວງຊຽງຂວາງ ໂດຍໃຫ້ກຽດເປັນປະທານຂອງທ່ານ ພັນໂທ ຄຳເມີງ ພິມມະວົງ, ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີທ່ານ ພັນໂທ ຄຳເພັດ ສໍສຳພັນໄຊ ຮອງກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກຄະນະກອງບັນຊາການ ພ້ອມດ້ວຍພະນັກງານນັກຮົບ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນວາລະດຳເນີນກອງປະຊຸມໄດ້ພ້ອມກັນສັງເກດຕີລາຄາຄືນ ກ່ຽວກັບຜົນການຈັດຕັ້ງປະຕິບັດໃນໄລຍະ 1 ປີຜ່ານມາ ເຫັນວ່າ ຄະນະພັກຄະນະກອງພັນປ້ອງກັນເຄື່ອນທີ່ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ສະມາຊິກພັກ - ພະນັກງານ ນັກຮົບ ໄດ້ເປັນປົກກະຕິ ເຮັດໃຫ້ພະນັກງານນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ - ປະຕິບັດລະບຽບກົດໝາຍຂອງລັດ ກໍ່ຄືຂອງກຳລັງ ປກສ ຢ່າງເຂັ້ມງວດພາຍໄຕ້ການຊີ້ນຳ - ນໍາພາຂອງຂັ້ນເທີງ. ໃນນັ້ນ ກອງພັນປ້ອງກັນເຄື່ອນທີ່ ໄດ້ກາຍເປັນໜື່ງໃນກຳລັງຫຼັກແຫຼ່ງຂອງວຽກງານປ້ອງກັນຄວາມສະຫງົບທາງດ້ານສັງຄົມພາຍໃນແຂວງ ໂດຍສະເພາະແມ່ນການກວດກາລາດຕາເວັນ ຕາມຈຸຫຼໍ່ແຫຼມຕາມເສັ້ນທາງ ແລະ ສະຖານທີ່ສຳຄັນຕ່າງໆໄດ້ 149 ຄັ້ງ, ສົມທົບກັບຫ້ອງທີ່ກ່ຽວຂ້ອງແກ້ໄຂລາຍຄະດີ 6 ຄັ້ງ, ປ້ອງກັນວັນບຸນທີ່ສໍາຄັນຂອງພັກ-ຂອງຊາດ, ງານບຸນປະເພນີຂອງຊົນເຜົ່າ ແລະ ປ້ອງກັນແຂກມີ 44 ຄັ້ງ, ແກ້ໄຂວຽກນຳກະສິກຳແຂວງ 4 ຄັ້ງ, ເອົາກໍາລັງໄປແກ້ໄຂພວກອາລະວາດຕີກັນຢູ່ຕາມເສັ້ນທາງ, ຕາມຮ້ານບັນເທີງຕ່າງໆໄດ້ 6 ຄັ້ງ, ເອົາກໍາລັງໄປວາງພວງມາລາໄດ້ 13 ຄັ້ງ, ເຝິກຊ້ອມວິຊາສະເພາະໃຫ້ກຳລັງຢ່າງເປັນປົກກະຕິ 1 ເດືອນ ຕໍ່ 2 ຄັ້ງ, ພ້ອມນີ້ ໄດ້ເອົາໃຈໃສ່ບູລະນະຄ້າຍຄູ ສ້າງຫ້ອງນ້ຳໄດ້ 3 ຫ້ອງ ແລະ ຍັງໄດ້ເອົາໃຈໃສ່ເພີ່ມພູນຜະລິດຜົນ ເປັນຕົ້ນແມ່ນ ປູກຝັງລ້ຽງສັດ ມີງົວຈຳນວນ 36 ໂຕ, ແບ້ 23 ໂຕ ມາຮອດປີ 2017 ມີເງິນກອງທືນພາຍໃນຄ້າຍ ທັງໝົດ 138.435.000 ກີບ.
ໃນໂອກາດດຽວກັນນີ້ທ່ານ ພັນໂທ ຄຳເພັດ ສໍສຳພັນໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍ ຈົ່ງພ້ອມກັນສືບຕໍ່ປັງປຸງກຳລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງມີຄວາມສຳນິສຳນານໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງມີປະສິດທິຜົນສູງ.

Editor:  ປກສ ແຂວງຊຽງຂວາງ


  • Click to enlarge image 2018-04-24_12-02-32.jpg
  • Click to enlarge image 2018-04-24_12-02-57.jpg
  • Click to enlarge image 2018-04-24_12-03-22.jpg
  • Click to enlarge image 2018-04-24_12-03-42.jpg
  • Click to enlarge image 2018-04-24_12-03-59.jpg
  • Click to enlarge image 2018-04-24_12-04-21.jpg
  • Click to enlarge image 2018-04-24_12-04-55.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top