Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ມອບ-ຮັບໂຮງຮຽນມູນລະປະຖົມບ້ານນາເລົາ, ເມືອງວັງວຽງ

Details
ທະວີສັກ ໃບລາສີ
Category: Education
Hits: 635

ໃນຕອນເຊົ້າຂອງວັນທີ 19 ເມສາ 2018 ຜ່ານມານີ້, ຢູ່ທີ່ໂຮງຮຽນມູນລະປະຖົມບ້ານນາເລົາ ເມືອງວັງວຽງ ແຂວງວຽງຈັນ.ໄດ້ມີພິທີມອບ-ຮັບໂຮງຮຽນມູນລະປະຖົມບ້ານນາເລົາ. ໂດຍການເຂົ້າຮ່ວມຂອງທ່ານ ຄໍາຜອງ ດວງວິໄລ, ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ມີທ່ານ ໂຍຊົວ ຫົວໜ້າອຳນວຍການໂຮງຮຽນ ຄຣິດສະຕຽນໂກນວໍ ຈາກປະເທດ ສ ເກົາຫຼີ, ມີບັນດາທ່ານຮອງເຈົ້າເມືອງ, ຮອງຫົວຫນ້າຫ້ອງການສືກສາທິການ ແລະ ກິລາເມືອງ, ຫົວໜ້າກຸ່ມບ້ານ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານ, ນ້ອງນັກຮຽນໂຮງຮຽນມູນລະປະຖົມບ້ານນາເລົາ ແລະ ໂຮງຮຽນ ຄຣິດສະຕຽນໂກນວໍ ຈາກປະເທດ ສ ເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄໍາດີ ນາມມະໄຊ ນາຍບ້ານໆນາເລົາ ໄດ້ຂຶ້ນຜ່ານບົດສະຫຼຸບ ການກໍ່ສ້າງໂຮງຮຽນມູນລະປະຖົມບ້ານ
ນາເລົາວ່າ: ບ້ານນາເລົາ ແມ່ນບ້ານໜຶ່ງທີ່ນອນໃນ 63 ບ້ານໃນທົ່ວເມືອງວັງວຽງ ແລະ ທັງແມ່ນບ້ານດຽວທີ່ເປັນບ້ານທຸກຍາກ. ເບື້ອງຕົ້ນ ໂຮງຮຽນມູນລະປະຖົມບ້ານນາເລົາ ແມ່ນມີ 1 ຫ້ອງ, ແອ້ມດ້ວຍຝາໄມ້ເຮຍ, ມີຄູສອນ 1 ຄົນ,ຄູອາສາ 1 ຄົນ, ມີນັກຮຽນ 3 ຊັ້ນຮຽນ ປໍ1 ປໍ2 ປໍ3 ເຊິ່ງລວມມີ ນັກຮຽນທັງໝົດ 50 ຄົນ, ຍິງ 32 ຄົນ. ດ້ວຍຫ້ອງຮຽນມີຄວາມຄັບແຄບ, ບໍ່ສາມາດທົນທານທຸກສະພາບອາກາດ ເຊິ່ງເປັນສາເຫດໜຶ່ງທີ່ສ້າງຄວາມລຳບາກ ແກ່ການຮຽນ-ການສອນ ດັ່ງນັ້ນ ຄະນະນຳຂອງເມືອງ ຈຶ່ງໄດ້ຈັດຫາງົບປະມານ ເພື່ອກໍ່ສ້າງພື້ນຖານໂຄງລ່າງຈຳນວນ ໜຶ່ງເປັນຕົ້ນ ຕັ້ງເສົາ ຈຳນວນ 5 ຫ້ອງຮຽນ ມີມູນຄ່າ 40 ລ້ານກີບ, ໂດຍນຳໃຊ້ທຶນພັດທະນາທ້ອງຖິ່ນປີ 2015-2016 ນອກຈາກນີ້ ກໍ່ຍັງໄດ້ຮັບທຶນຊ່ວຍເຫຼືອຈາກນິຕິບຸກຄົນ, ນັກທຸລະກິດ ທັງພາຍໃນແລະຕ່າງປະເທດ. ເປັນຕົ້ນແມ່ນ ສະມາຄົມໂຮງຮຽນເກົາຫຼີ ຄຣິດສະຕຽນໂກນວໍ ຊ່ວຍກໍ່ສ້າງໂຄງຫຼັງຄາ, ເພດານ, ກໍ້ຝາ, ພາສີ ແລະ ສ້າງຫ້ອງການຄູ 1 ຫ້ອງລວມມູນຄ່າທັງໝົດຈຳນວນ 185 ລ້ານກວ່າກີບ, ສ່ວນແຮງງານການກໍ່ສ້າງແມ່ນປະຊາຊົນ
ພາຍໃນບ້ານເປັນຜູ້ຮ່ວມແຮງຮ່ວມໃຈກັນປະກອບສ່ວນຈັດຕັ້ງປະຕິບັດ ການກໍ່ສ້າງແມ່ນໃຊ້ເວລາຢູ່ 02 ເດືອນ ປະຈຸບັນໂຮງຮຽນຫຼັງດັ່ງກ່າວແມ່ນສຳເລັດ ຮ້ອຍສ່ວນຮ້ອຍ.
ໃຫ້ກຽດຂື້ນມອບໂຮງຮຽນມູນລະປະຖົມບ້ານນາເລົາ ໂດຍແມ່ນທ່ານ ໂຍຊົວ ຫົວໜ້າອໍານວຍການໂຮງຮຽນ ຄຣິດສະຕຽນໂກນວໍ ຈາກປະເທດ ສ ເກົາຫຼີ ແລະ ກ່າວຮັບໂດຍ ທ່ານ ອ່ອນຈັນ ຫົວຫນ້າໂຮງຮຽນມູນລະປະຖົມບ້ານນາເລົາ. ພ້ອມທັງໃຫ້ກຽດ ເປີດແຖບຜ້າ.

Editor:  ແຂວງວຽງຈັນ


  • Click to enlarge image received_1685118244914620771618342.jpg
  • Click to enlarge image received_1685118398247938-1696943948.jpg
  • Click to enlarge image received_16851184315812681168287448.jpg
  • Click to enlarge image received_1685118448247933-606257380.jpg
  • Click to enlarge image received_16851184815812631108529211.jpg
  • Click to enlarge image received_1685118494914595-76622386.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top