Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ໂຮງຮຽນ ມສ ຊຳໃຕ້, ເມືອງຊໍາໃຕ້ ສໍາເລັດກອງປະຊຸມໃຫຍ່ ໜ່ວຍພັກ ຄັ້ງທີ 3

Details
Category: Education
Hits: 773

ໂດຍປະຕິບັດຕາມກົດລະບຽບຂອງພັກ ປະຊາຊົນ ປະຕິບັດລາວ ສະໄໝທີ 10 ໃນໝວດທີ 6 ມາດຕາ 30 ວ່າດ້ວຍ ວະລະກອງປະປະຊຸມໃຫຍ່ ຂອງໜ່ວຍພັກ 5 ປີໃດໃຫ້ໄດ້ດໍາເນີນ ກອງປະຊຸມໜື່ງເທືອ, ມາໃນວັນທີ 4 ເມສາ 2018 ນີ້, ໄດ້ຈັດໃຫ້ມີກອງປະຊຸມໜ່ວຍພັກ ຂອງໂຮງຮຽນ ມສ ຊຳໃຕ້ ຂື້ນຢູ່ສະໂມສອນຫ້ອງການສຶກສາທິການ ແລະ ກິລາ ເມືອງຊຳໃຕ້ ແຂວງຫົວພັນ ຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ເພັດໄຊ ວິໄລທອງ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີ ສະຫາຍ ມາລີ ຫ້ອມແສນເມືອງ ເລຂາໜ່ວຍພັກໂຮງຮຽນ, ມີແຂກທີ່ຖຶກເຊີນ, ຕະຫຼອດຮອດ ສະມາຊິກພັກ ພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້ ສະຫາຍ ມາລີ ຫອມແສນເມືອງ ເລຂາໜ່ວຍພັກ ໄດ້ຂື້ນມີຄໍາເຫັນເປິດກອງປະຊຸມ ແລະ ຜ່ານບົດລາຍງານການເມືອງທັງສອງພາກ ເຊີ່ງສະຫາຍໄດ້ຍົກໃຫ້ເຫັນດ້ານດີຜົນງານ ແລະ ດ້ານອ່ອນຄົງຄ້າງທີ່ໄດ້ພ້ອມກັນປັບປຸງແກ້ໄຂໃນສະເພາະໜ້າ. ໜ່ວຍພັກໂຮງຮຽນ ມສ ຊຳໃຕ້ ເປັນໜ່ວຍເອກະລາດ ທີ່ຂື້ນກັບຮາກຖານພັກສຶກສາ, ມີສຳມະຊິກພັກ ທັງໝົດ 37 ສະຫາຍ, ຍິງ 28 ສະຫາຍ, ສະມາຊິກພັກ ສຳຮອງ 7 ສະຫາຍ, ຍິງ 7 ສະຫາຍ, ລະດັບວິຊາສະເພາະຈົບຊັ້ນປະລີນຍາຕີ 25 ສະຫາຍ, ຍີງ 17 ສະຫາຍ, ຈົບຊັ້ນສູງ 11 ສະຫາຍ, ຍິງ10 ສະຫາຍ, ຊັ້ນກາງ 1 ສະຫາຍ ຍິງ 1 ສະຫາຍ, ພາຍໃນໂຮງຮຽນປະກອບມີ 30 ຫ້ອງຮຽນ, ມີນັກຮຽນທັງໝົດ 1 ພັນ 315 ຄົນ, ຍິງ 564 ຄົນ.

ຜ່ານການຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 2 ຂອງໜ່ວຍພັກໃນໄລຍະຜ່ານມາ ຄະນະພັກໄດ້ເອົາໃຈໃສ່ນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດມາຈັດຕັ້ງປະຕິບັດເຜີຍແຜ່ໃຫ້ສຳມະຊິກ ແລະ ມະຫາຊົນໄດ້ຮັບຮູ້ຢ່າງທົ່ວເຖິ່ງ, ຊຸກຍູ້ການຮຽນ-ການສອນ ໃນແຕ່ລະສົກຮຽນໃຫ້ເປັນຂະບວນຟົດຟື້ນ, ແຕ່ງບົດສອນໃນວິຊາຫຼັກເກືອບທຸກວິຊາ ສະເລ່ຍສາມາດປະຕິບັດໄດ້ 98,37%, ສອນຄົບທຸກຫຼັກສູດຕຳລາ ແລະ ທັນຕາມແຜນການທີ່ກຳນົດໄວ້ ຮ້ອຍສ່ວຍຮອຍ(100%), ແຕ່ລະສົກຮຽນປະເມີນຄູສອນດີ-ສອນເກັ່ງມີ ຈໍານວນ ເພີ່ມຂື້ນ, ລວມມີ 44 ສະຫາຍ, ຍິງ 35 ສະຫາຍ, ກວມເອົາ 89,98% ຂອງຄູທັງໝົດ, ມີນັກຮຽນດີ-ຮຽນເກັ່ງ ສະເລ່ຍຄະແນນ 7,00 ຂື້ນໄປຂອງທຸກວິຊາ ມີ 1 ພັນ 17 ນ້ອງ ເທົ້າກັບ 22 ສ່ວນຮ້ອຍ, ຂອງນັກຮຽນທັງໝົດ, ສອນບຳລຸງນັກຮຽນເກັ່ງ ແລະ ນັກຮຽນອ່ອນໃນທຸກໆສົກຮຽນ, ໃນນີ້ມີນັກຮຽນຂັດເລືອກເຂົ້າສອບເສັງນັກຮຽນເກັ່ງຊັ້ນມໍ4 ຂັ້ນເມືອງໄດ້ 16 ນ້ອງ, ສາມາດໄດ້ອັນດັບ 1 ຂັ້ນເມືອງ 6 ນ້ອງ, ອັນດັບ 2 ແລະ 3 ໄດ້ 2 ນ້ອງ, ອັນ 2 ແລະ 3 ຂັ້ນແຂວງໄດ້ 2 ນ້ອງ. ຊັ້ນມໍ 7 ສາມາດຍາດໄດ້ອັນດັນທີ 1 ຂັ້ນເມືອງ ໄດ້ 6 ນ້ອງ, ອັນດັບ2 ແລະ 3 ຂັ້ນເມືອງໄດ້ 2 ນ້ອງ, ຍາດໄດ້ອັນດັບ1 ຂັ້ນແຂວງໄດ້ 1 ນ້ອງ, ແລະ ຍາດໄດ້ອັນດັບ 3 ລະດັບຊາດ ໄດ້ 1 ນ້ອງ.

ນອກນີ້ ວຽກງານນອກຫຼັກສູດເປັນຕົ້ນ: ກິລາ-ວັນນະຄະດີ ແລະ ການອອກແຮງງານ ກໍ່ໄດ້ຈັດຕັ້ງປະຕິບັດຢ່າງເປັນຂະບວນຟົົດຟື້ນ. ຫຼັງຈາກນັ້ນ ຜູ້ແທນຂອງກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນຢ່າງກົງໄປ ກົງມາ, ເພື່ອສືບຕໍ່ດ້ານດີຜົນງານ, ແກ້ໄຂດ້ານອ່ອນຄົງຄ້າງ, ເພື່ອເຮັດໃຫ້ການຊີ້ນຳ-ນຳພາຂອງອົງການຈັດຕັ້ງພັກໂຮງຮຽນ ມສ ຊຳໃຕ້ ໃຫ້ນັບມື້ມີການພັດທະນາດີຂື້ນ. ໄປພ້ອມດຽວກັນນີ້ຜູແທນສົມບູນ ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອເອົາ ຄະນະພັກຊຸດໃໝ່, ໂດຍມີຜູ້ເຂົ້າສະມັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດຄັດເລືອກໄດ້ ສະຫາຍ ມີລີ ຫອມແສນເມືອງ ເປັນເລຂາ, ສະຫາຍ ນາງ ໄຫວພວງ ທອງຄຳມີ ແລະ ສະຫາຍ ພຸດໄຊ ມອນໄຊ ເປັນຄະນະຊຸດໃໝ່ ເພື່ອບໍລິຫານວຽກງານຂອງພັກຕາມມະຕິຂອງກອງປະຊຸມຄັ້ງນີ້ໃຫ້ປະກົດຜົນເປັນຈິງ.

 ແຫລ່ງຂ່າວຈາກ ສົມສຸກ ໄຊຍະວົງ ນັກຂ່າວເມືອງຊໍາໃຕ້ ແຂວງຫົວພັນ

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 00new.jpg
  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top