ໃນລະຫວ່າງ ວັນທີ 26-27 ມີນາ 2018 ນີ້ ກອງບັນຊາການ ປກສ ເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ ໄດ້ສ້າງຂະບວນການແຂ່ງຂັນກິລາ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 57 ປີ ( ວັນທີ 5 ເມສາ 1961 – 5 ເມສາ 2018) ເພື່ອເຮັດໃຫ້ມີບັນຍາກາດອັນຄຶກຄື້ນ, ມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນໃນວັນດັ່ງກ່າວ, ໃຫ້ກຽດເປີດງານໂດຍທ່ານ ພັນໂທ ຄໍາຜັນ ບຸນມີໄຊ ກຳມະການພັກເມືອງ, ເລຂາພັກຮາກຖານ, ຫົວໜ້າກອງບັນຊາການ ປກສ ເມືອງ ທ່າພະບາດ, ມີຄະນະພັກ, ຄະນະກອງບັນຊາການ, ບັນດາພະແນກ, ພະນັກງານຫຼັກແຫຼ່ງ, ຕະຫຼອດຮອດນັກກິລາເຂົ້າຮ່ວມ.
ປະເພດກິລາທີ່ນໍາເຂົ້າແຂ່ງຂັນໃນຄັ້ງນີ້ມີ 3 ປະເພດກິລາຄື: ກິລາບານເຕະ ຈໍານວນ 5 ທີມ, ກິລາກະຕໍ້ຫວາຍ ຈໍານວນ 10 ທີມ, ກິລາເປຕັງຊຸດ ຈໍານວນ 17 ທີມ, ສະຫະພັນແມ່ຍິງ ຈໍານວນ 4 ທີມ, ພິເສດທີມຄະນະພັກ-ຄະນະບັນຊາ ຈໍານວນ 5 ທີມ.
ທ່ານ ພັນໂທ ຄໍາຜັນ ບຸນມີໄຊ ໄດ້ກ່າວຕໍ່ພິທີວ່າ: ເປັນຂີດໝາຍແຫ່ງຄວາມສາມັກຄີ, ຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງພະນັກງານພາຍໃນກົມກອງ ກໍ່ຄືເປັນເຈົ້າການຮັກສາຄວາມສະຫງົບສຸກຂອງປະຊາຊົນບັນດາເຜົ່າພາຍໃນສັງຄົມ, ທ່ານໄດ້ເນັ້ນໜັກໃຫ້ນັກກິລາທີ່ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ຈົ່ງເຊີດຊູຄວາມສາມັກຄີເປັນຫຼັກ, ມີນໍ້າໃຈນັກກິລາ ຮູ້ແພ້ ຮູ້ຊະນະ ເພື່ອເຮັດໃຫ້ງານແຂ່ງຂັນກິລາໃນຄັ້ງນີ້ ເຕັມໄປດ້ວຍຄວາມໝາຍ, ຄວາມສໍາຄັນ ແລະ ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຈາກນັ້ນ ຄະນະພັກ, ຄະນະບັນຊາ ກອງບັນຊາການ ປກສ ເມືອງ ທ່າພະບາດ ກໍ່ໄດ້ມີການແຂ່ງຂັ້ນກັນເພື່ອເປັນການເປີດສະໝາມ, ຫຼັງຈາກນັ້ນກໍ່ໄດ້ມີການແຂ່ງຂັນກັນຂອງທີມນັກກິລາປະເພດຕ່າງໆທີ່ເຂົ້າຮ່ວມແຂ່ງຂັນ ສາມາດໄດ້ທີມທີ່ຊະນະຄື: ກິລາເປຕັງ ທີ 1 ໄດ້ແກ່ທີມ ປກສ ກຸ່ມປາກທວາຍ ໄດ້ຮັບຂັນໂລ 1 ໜ່ວຍ ພ້ອມເງິນສົດ 300.000 ກີບ, ທີ 2 ໄດ້ແກ່ ພະແນກຫ້ອງການກອງບັນຊາການ ໄດ້ຮັບຂັນໂລ 1 ໜ່ວຍ ພ້ອມເງິນສົດ 200.000 ກີບ, ທີ 3 ໄດ້ແກ່ທີມ ກອງຈາລະຈອນ ໄດ້ຮັບຂັນໂລ 1 ໜ່ວຍ ພ້ອມເງິນສົດ 100.000 ກີບ, ເປຕັງປະເພດຍິງ ທີ 1 ໄດ້ແກ່ ທີມ ພະແນກສັນຕິບານ ໄດ້ຮັບເງິນລາງວັນ 100.000 ກີບ, ກິລາບານເຕະ ທີ 1 ໄດ້ແກ່ທີມ ກອງຈາລະຈອນ ໄດ້ຮັບຂັນໂລ 1 ໜ່ວຍ ພ້ອມດ້ວຍເງິນສົດ 300.000 ກີບ, ທີ 2 ໄດ້ແກ່ກອງຄະດີ ໄດ້ຮັບຂັນໂລ 1 ໜ່ວຍ ພ້ອມດ້ວຍເງິນສົດ 200.000 ກີບ, ທີ 3 ໄດ້ແກ່ທີມພະແນກສັນຕິບານ ໄດ້ຮັບຂັນໂລ 1 ໜ່ວຍ ພ້ອມດ້ວຍເງິນສົດ 100.000 ກີບ, ກິລາກະຕໍ້ຫວາຍ ທີ 1 ໄດ້ແກ່ທີມ ພະແນກສັນຕິບານ ໄດ້ຮັບຂັນໂລ 1 ໜ່ວຍ ພ້ອມດ້ວຍເງິນສົດ 300.000 ກີບ, ທີ 2 ໄດ້ແກ່ ທີມພະແນກສໍາມະໂນຄົວ ໄດ້ຮັບຂັນໂລ 1 ໜ່ວຍ ພ້ອມດ້ວຍເງິນສົດ 200.000 ກີບ, ທີ 3 ໄດ້ແກ່ທີມກອງຄະດີ ໄດ້ຮັບຂັນໂລ 1 ໜ່ວຍ ພ້ອມດ້ວຍເງິນສົດ 100.000 ກີບ.
Editor: ປກສ ແຂວງບໍລິຄຳໄຊ