Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ຂຸນຕາປ້າຍ ສ້າງຂີດຫມາຍໃຫມ່ອອກແບບຫ້ອງທົດລອງທີ່ສົມຈິງ ໃຫ້ສູນຝືກການບິນ

Details
ທະວີສັກ ໃບລາສີ
Category: Education
Hits: 733

ໃນວັນທີ 27 ມີນາ 2018 ທີ່ສູນຝືກການບິນ, ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເປີດຫ້ອງທົດລອງຝືກການບິນທີ່ທັນສະໄໝຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເຖິງ ສຸໂມນທາ, ຮອງຫົວໜ້າກົມການບິນພົນລະເຮືອນ ກະຊວງ ຍທຂ, ມີຫົວໜ້າສູນຝືກ, ຕ່າງອົງໜ້າອົງການຈັດຕັ້ງສາກົນ, ພາກລັດ - ທຸລະກິດເຂົ້າຮ່ວມ.
ຈຸດປະສົງ ຂອງການເປີດຫ້ອງທົດລອງ ເພື່ອເປັນສະຖານທີ່ຮຽນຮູ້ຕົວຈິງ ໃນການນໍາໃຊ້ເຂົ້າໃນຫຼັກສູດການຮຽນ-ການສອນແບບສົມຈີງຫຼາຍຂຶ້ນ. ທ່ານ ສົມພອນ ໄຊຍະສານ ຫົວໜ້າ ສູນຝືກການບິນ ກະຊວງ ຍທຂ ໄດ້ກ່າວວ່າ: ສູນຝືກການບິນ ສ້າງຕັ້ງມາແຕ່ປີ 1959 ຫຼັງຈາກນັ້ນກໍ່ສູ້ຊົນຝືກອົບຮົມ ວິຊາການບິນ ຂອງນັກບິນ ຈາກນັ້ນມາ ພວກເຮົາກໍ່ໄດ້ຮ່ວມມືກັບຊ່ຽວຊານຕ່າງປະເທດ ບໍ່ວ່າຈະເປັນການສອນພາສາອັງກິດວິຊາການ, ສອນພາສາອັງກິດໃນການບັນຊາຍົນ. ເພາະຜ່ານມາສົ່ງນັກຮຽນໄປຮຽນຂັບຍົນຢູ່ຕ່າງປະເທດ ຕ້ອງໃຊ້ທຶນຫຼາຍກວ່າ 1 ແສນໂດລາສະຫະລັດ, ເຊິ່ງຖ້າສ້າງນັກບິນພາຍໃນປະເທດໃຊ້ຕົ້ນທຶນພຽງແຕ່ 60 ພັນໂດລາສະຫະລັດ. ໃນໄລຍະຜ່ານມາ ການສ້າງນັກບິນຂອງສູນຝືກອົບຮົມການບິນ ແມ່ນຝືກຂັບຍົນ ຈັກດຽວ ໃຊ້ເວລາ 3 ປີ, ຖ້າຝືກອົບຮົມຢູ່ຕ່າງປະເທດໃຊ້ເວລາ 1 - 2 ປີ ແຕ່ປະເທດເຮົາເນັ້ນຄຸນນະພາບ ຈຶ່ງກໍານົດຝືກຮອດ 3 ປີ ເຊີ່ງໃນປີທໍາອິດແມ່ນ ຮຽນພາກທິດສະດີ ຫຼັງຈາກນັ້ນຈຶ່ງເສັງ ຫຼັງຈາກຜ່ານແລ້ວ ຈຶ່ງກວດສຸຂະພາບ ຢູ່ປະເທດໄທ ຫຼື ປະເທດສິງກາໂປ. ພາຍຫຼັງສຳເລັດ ກໍ່ຈະສົ່ງໄປຮຽນຂັບຍົນ 2 ເຄື່ອງຈັກຢູ່ປະເທດ ແຄນນາດາ ຫຼັງຈາກນັ້ນກໍ່ໄດ້ຮັບໃບຢັ້ງຢືນຈາກທະວີບເອີລົບມາ ເພື່ອສ້າງມາດຕະຖານຂອງນັກບິນໃຫ້ມີຄຸນນະພາບ.
ສໍາລັບ ຫ້ອງທົດລອງເກົ່າພວກເຮົາໄດ້ເລີ່ມຕົ້ນຝືກມາແລ້ວ ນັບແຕ່ປີ 2010 ເປັນຕົ້ນມາ ເຊີ່ງການມອບຮັບໃນຄັ້ງນີ້ ເປັນຫ້ອງທົດລອງຂັບຍົນທີ່ສົມຈີງທຸກຢ່າງ ບໍ່ວ່າຈະເປັນຫ້ອງຂັບ, ສະພາບແວດລ້ອມອ້ອມຂ້າງ, ການຂຶ້ນລົງຂອງຍົນລວມທັງພາບເຄື່ອນໄຫວຕ່າງໆ ເຊິ່ງການອອກແບບ, ການຄົ້ນຄິດພາບເຄື່ອນໄຫວຕ່າງໆ ເປັນສີມືຂອງນາຍຊ່າງຈາກ ບໍລິສັດ ຂຸນຕາປ້າຍ ເຊິ່ງເປັນຂີດໝາຍໃໝ່ ຢັ້ງຢືນວ່າຄົນລາວເຮົາມີຄວາມສາດ. ຫ້ອງທົດລອງຂັບຍົນແບບທັນສະໄໝ ແມ່ນການນໍາໃຊ້ສ່ວນຫົວຂອງຍົນແທ້ ໂດຍມີສາກຈໍາລອງເຫດການຈິງ ບໍ່ວ່າສະພາບທ້ອງຟ້າ, ພື້ນທີ່ສະໜາມບິນ ເພື່ອໃຫ້ນັກຮຽນຝືກບິນ ສໍາຜັດບັນຍາກາດຄືຫ້ອງຂັບຕົວຈິງ ເຊິ່ງຈະຊ່ວຍໃຫ້ການຝືກມີປະສິດທິພາບສູງສຸດ.
ທ່ານ ບຸນເຖິງ ສຸໂມນທາ ຮອງຫົວໜ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ການຂົນສົ່ງກ່າວວ່າ: ການມອບຫ້ອງທົດລອງຝືກບິນໃນຄັ້ງນີ້ ກໍ່ເພື່ອໃຫ້ນັກຮຽນຝືກບິນໄດ້ນໍາໃຊ້ເຂົ້າໃນວຽກງານການຮຽນການສອນຟື້ນຖານ ຂອງອາຊິບນັກບິນໃຫ້ມີຄວາມສົມຈິງຫຼາຍທີ່ສຸດ.

Editor: ຕະວັນ ແສງສະຫວັນ


  • Click to enlarge image 2018-03-30_16-25-50.jpg
  • Click to enlarge image 2018-03-30_16-26-19.jpg
  • Click to enlarge image 2018-03-30_16-26-36.jpg
  • Click to enlarge image 2018-03-30_16-27-03.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top