Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ມສ ມິດຕະພາບ ລາວ-ຫວຽດນາມ ຈັດງານວັນວິທະຍາສາດ ຄັ້ງທີ 5 ສົກຮຽນ 2017-2018.

Details
ທະວີສັກ ໃບລາສີ
Category: Education
Hits: 723

ໃນຕອນເຊົ້າຂອງວັນທີ 30 ມີນາ 2018 ນີ້້ ທີ່່ເດີນໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ, ນະຄອນຫລວງວຽງຈັນ ໄດ້ຈັດໃຫ້ມີກິດຈະກຳ ເປີດງານວັນວິທະຍາສາດ ຄັ້ງທີ 5 ສົກຮຽນ 2017-2018 ຂອງໂຮຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ຂື້ນ ໂດຍການເຂົ້າຮ່ວມຂອງທ່ານ ມະໂນສິນ ມາສະວົງດີ, ຕ່າງຫນ້າກົມສາມັນ, ກະຊວງສຶກສາທິການ ແລະ ກີລາ, ທ່ານນາງ ທອງມີ ດວນສັກດາ, ຕ່າງຫນ້າ ກົມພົວພັນຕ່າງປະເທດ,ກະຊວງສຶກສາທິການ ແລະ ກີລາ, ທ່ານ ຫງຽນ ງ໋ອກ ຖັງ, ທູດທີ່ປຶກສາ ສຶກສາ-ວັດທະນາທຳ ສະຖານທູດຫວຽດນາມ ປະຈຳລາວ, ມີຕ່າງຫນ້າພະແນກສຶກສາ ແລະ ກີລາ ນະຄອນຫລວງ, ຂະແຫນງການ, ຄະນະອໍານວຍການໂຮງຮຽນ ແລະ ຄູ-ອາຈານ ນ້ອງນັກຮຽນ, ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ອາຈານ ດອນ ແກ້ວມີໄຊ, ອຳນວຍການໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ກ່າວໃນໂອກາດກ່າວເປີດງານວ່າ: ງານວິທະຍາສາດ ຄັ້ງທີ 5 ສົກຮຽນ 2017-2018 ຂອງໂຮງຮຽນ ມສ ມິດຕະພາບ ລາວ-ຫຽດນາມ ຈັດຂື້ນເພື່ອເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດຂອງພັກ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມຫມາຍສຳຄັນ ທັງເປັນການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນ, 5 ຫລັກມູນການສຶກ ທີ່ກະຊວງສຶກສາທິການ ແລະ ກີລາວາງອອກ ກໍ່ຄື ແຜນການປີຮຽນຂອງໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມວາງອອກ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ ຍັງເປັນການສົ່ງເສີມຜົນງານ, ຫົວຄິດປະດິດສ້າງດ້ານການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນ ຈາກທິດສະດີ ສູ່ພຶດຕິກຳຕົວຈິງ, ສ້າງໃຫ້ນັກຮຽນມີໂອກາດໄດ້ສະແດງອອກຄວາມຮູ້ຄວາມສາມາດ ຈາກບົດຮຽນທີ່ຕົນເອງໄດ້ຮຽນມາ.
ງານວິທະຍາສາດ ຄັ້ງທີ 5 ສົກຮຽນ 2017-2018 ຂອງໂຮງຮຽນ ມສ ມິດຕະພາບ ລາວ-ຫຽດນາມ ມີ 12 ຈຸວິຊາ ເຂົ້າຮ່ວມ ແລະ 1 ສະໂມສອນ ຄື: ສະໂມສອນຫ້ອງມູນເຊື້ອ. ງານຄັ້ງນີ້ ດໍາເນີນໄປ ພາຍໃຕ້ຮູບແບບ ຈັດວາງສະແດງ ແລະ ເຮັດກິດຈະກຳຕ່າງໆ ທີ່ສະແດງໃຫ້ເຫັນຜົນງານການຮຽນ-ການສອນຂອງຈຸວິຊາຕ່າງໆ ແລະ ການປະກອບສ່ວນພັດທະນາໂຮງຮຽນຂອງຄູ-ອາຈານ ແລະ ນັກຮຽນໃນຊຸມປີຜ່ານມາ.

Editor: ຕະວັນ ແສງສະຫວັນ


  • Click to enlarge image 2018-03-30_16-21-44.jpg
  • Click to enlarge image 2018-03-30_16-22-14.jpg
  • Click to enlarge image 2018-03-30_16-22-37.jpg
  • Click to enlarge image 2018-03-30_16-23-02.jpg
  • Click to enlarge image 2018-03-30_16-23-22.jpg
  • Click to enlarge image 2018-03-30_16-23-40.jpg
  • Click to enlarge image 2018-03-30_16-24-22.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top