ວັນທີ 28 ມີນາ 2018 ນີ້ ມສ ຫົງສາ ແຂວງໄຊຍະບູລີ ໄດ້ສໍາ ແຂ່ງຂັນກິລາ ສີລະປະ ເປັນຄັ້ງທໍາອິດ ປະຈໍາສົກຮຽນ 2017 – 2018 ແລະ ເພື່ອສ້າງທືນສົມທົບກໍ່ສ້າງສະໂມສອນ ໂຮງຮຽນ,ຢູ່ໂຮງຮຽນດັ່ງກ່າວ ໂດຍການເປັນປະທານ ຂອງ ທ່ານ ປຽ່ນ ຈີນດາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫົງສາ. ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານນາງ ດາວວີນ ລາດຊະກິດ ຮອງເຈົ້າເມືອງໆຫົງສາ (ຜູ່ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ) ມີທ່ານ ຜູhອໍານວຍການໂຮງຮຽນ, ຄູ - ອາຈານ,ແຂກຖືກເຊີນ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຈຸດປະສົງ ໃນການຈັດງານຄັ້ງນີ້: ເພື່ອແຂ່ງຂັນກິລາ ສີລະປະ ເປັນກິດຈະກໍາໜື່ງທີ່ສໍາຄັນຕິດກັບການພັດທະນາຄຸນນະພາບ ຂອງການສຶກສາ ຄື: ການນໍາເຂົ້າ 3 ລັກສະນະ 5 ຫຼັກມູນການສຶກສາ ຂອງພັກເຂົ້າໃນການຮຽນການສອນ. ສົ່ງເສີມນັກຮຽນໃຫ້ຫັນມາຫຼີ້ນກິລາເພື່ອສຸຂະພາບ ແລະ ຫ່າງໄກຢາເສບຕິດ, ພັນທະນາອົງການກິລາແຕ່ປະເພດໃນໂຮງຮຽນ, ອານຸລັກຮັກສາ ແລະ ເສີມຂະຫຍາຍສິລະປະວັດທະທໍາອັນດີງານຂອງຊາດຂອງທ້ອງຖີ່ນ, ສົ່ງເສີມຜູ່ທີ່ມີພອນສະຫັວນດ້ານກິລາ ແລະ ສິລະປະແຕ່ລະປະເພດຢ່າງເປັນຂະບວນກ້ວາງຂວາງ, ເຊີ່ງມີນ້ອງນັກຮຽນເຂົ້າແຂ່ງຂັນ ບົດເພງ ແຕ່ຊັ້ນ ມໍ 1 - ມໍ 7, ແຂ່ງຂັນບົດຟ້ອນ 7 ບົດ, ແລະ ເດີນແບບຊຸດຂີ້ເຫື້ຍອ ແລະ ຜ່ານການແຂ່ງບົດຟ້ອນ ຊັ້ນມໍຕົ້ນ ອັນດັບທີ່ 1 ແມ່ນຫ້ອງ ມໍ2/1, ຊັ້ນມໍປາຍ ບົດຟ້ອນອັນດັບທີ່ 1 ຫ້ອງມໍ 7/1, ຮ້ອງເພງ ອັນດັບທີ່ 1 ຫ້ອງມໍ 6/2 ແລະ ເດີນແບບຊຸດຂີ້ເຫຍື້ອ.ໄດ້ຊະເລີດ ທີ່ 1 ແມ່ນນາງ ອາທິດ ດວງຄໍາດີ ຫ້ອງມໍ7/5, ໃນໂອກາດນີ້ ຍັງໄດ້ມອບຂອງຂັວນລາງວັນ, ໃບຍ້ອງຍໍໃຫ້ນັກຮຽນເກັ່ງຂອງເມືອງໃນຈໍານວນ 4 ນ້ອງ ແລະ ມອບໃບສົມມະນາບຸນຄຸນ ໃຫ້ຜູ່ອຸປະຖໍາ ແລະ ພ້ອມທັງມອບຂັນກິລາໃຫ້ນັກກິລາປະເພດຕ່າງໆ ຄື: ບານແຕະ,ບານສົ່ງ ແລະ ກະຕໍ້ຫວາຍ, ຈາກທ່ານປະທານ ຕື່ມອີກ.
ທັງນີ້ກໍ່ເພື່ອເປັນການສົມທົບທືນ ເພື່ອກໍ່ສ້າງສະໂມສອນຫຼັງໄໝ່ຂອງໂຮງຮຽນແຫ່ງນີ້ ໃຫ້ມັນຄົງຖາວອນຕະຫຼອດໄປ
Editor: ກຳປານາດ ລັດຖະເຮົ້າ