ງານດັ່ງກ່າວ ໄດ້ຈັດຂື້ນທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 28 ມີນາ 2018 ນີ້, ງານຄັ້ງນີ້ ຖືວ່າເປັນ ຄັ້ງທີ 6 ເຊີ່ງເປັນການເປິດໂອກາດໃຫ້ນັກສືກສາ ແລະ ບຸກຄົນພາຍນອກ ທີ່ກໍາລັງຊອກຫາວຽກເຮັດງານທໍາ ສາມາດຍື່ນປະຫວັດ ຫາພາກສ່ວນທຸລະກິດໂດຍກົງ ລວມທັງເປັນອີກຫນຶ່ງທາງເລຶອກ ໃຫ້ບໍລິສັດ ໄດ້ຄັດເລຶອກເອົານັກສຶກສາ, ບຸກຄະລາກອນ ຈາກພາກສ່ວນຕ່າງໆໄປຝຶກງານ ຫລື ຮັບເຂົ້າເປັນພະນັກງານ ໃນອະນາຄົດ.
ງານນັດພົບແຮງງານນັກສຶກສາ ໄດ້ເລີ່ມມາແຕ່ປີ 2010 ເປັນຕົ້ນມາ ເພື່ອໃຫ້ນັກສຶກສາ ໄດ້ກຽມຄວາມພ້ອມຕົນເອງ ກ່ອນການສະໝັກວຽກ ສະນັ້ນ, ງານນັດພົບແຮງງານ ຈີ່ງເປັນງານຫນຶ່ງທີ່ສໍາຄັນ ທີ່ເຮັດໃຫ້ຜູ້ຕ້ອງການແຮງງານໄດ້ພົບກັນ ແລະ ບັນດານັກສຶກສາ ໄດ້ເຂົ້າເຖິງແຫລ່ງຂໍ້ມູນໃນການຊອກວຽກທີ່ຕົນເອງມັກ ແລະ ມີຄວາມເຫມາະສົມ. ເຊີ່ງພາຍໃນງານ ປະກອບດ້ວຍຫລາຍກິດຈະກໍາ ເຊັ່ນ: ການພົບປະ ລະຫວ່າງ ນັກສຶກສາ ແລະ ພາກສ່ວນທຸລະກິດ, ສຶກສາເບີ່ງຕໍາແຫນ່ງງານ ທີ່ເຫມາະສົມ, ການໄປຝຶກງານ ໃນຕໍາແຫນ່ງຕ່າງໆ, ລວມທັງມີເວທີສົນທະນາ ຖາຍທົດປະສົບການ ແລະ ບົດຮຽນທີ່ລໍ້າຄ່າ ຈາກຜູ້ຊຽວຊານທີ່ມີຊື່ສຽງຫລາຍທ່ານ ຈາກຂະແຫນງການວິຊາຊິບຕ່າງໆ. ສໍາລັບ ເວທີສົນທະນາ ໄດ້ຍົກເອົາໃນຫລາຍໆຫົວຂໍ້ ເປັນຕົ້ນແມ່ນ ໂອກາດ ແລະ ສິ່ງທ້າທາຍໃນການປະກອບອາຊີບ, ລວມທັງການບັນລະຍາຍພິເສດ ໃນຫົວຂໍ້: ກ້າທີ່ຈະເປັນຜູ້ລິເລີ່ມ ແລະ ສ້າງສິ່ງແຕກຕ່າງ ຄືຜູ້ນໍາທາງດ້ານທຸລະກິດ ທີ່ແທ້ຈິງ.
Editor: ກຳປານາດ ລັດຖະເຮົ້າ