ໃນທ້າຍອາທິດຜ່ານມານີ້ ຢູ່ທີ່ເດີ່ນໂຮງຮຽນບ້ານລາຍ, ເມືອງບົວລະພາ, ແຂວງຄຳມ່ວນ ບໍລິສັດ ສາຍພູຫລວງ ພ້ອມດ້ວຍ ທີມງານ ທີ່ເດີນທາງມາຈາກ ແຂວງ ນະຄອນພະນົມ (ປະເທດໄທ) ໄດ້ນຳເອົາອຸປະກອນການກິລາ ແລະ ເຄື່ອງອຸປະໂພກ, ບໍລິໂພກ ມາມອບໃຫ້ກັບໂຮງຮຽນ ບ້ານລາຍ, ບ້ານກາງ, ບ້ານທາງແບ່ງ ແລະ ບ້ານ ນ້ຳຈະຫຼາ, ເມືອງບົວລະພາ, ແຂວງຄຳມ່ວນ ເຊິ່ງເຄື່ອງ ທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ບານເຕະ, ບານສົ່ງ, ກະຕໍ້ ,ປື້ມຂຽນ, ປື້ມແບບຮຽນ, ເຂົ້າໝົມ, ນົມ ແລະ ອື່ນໆ ລວມມູນຄ່າທັງໝົດ 12.720.000 ກີບ (ສິບສອງລ້ານ ເຈັດແສນຊາວພັນກີບ).
ຕາງໜ້າການມອບໃນຄັ້ງນີ້ ໂດຍແມ່ນ ທ່ານ ອຳພອນ ບຸນຍະລາດ, ຫົວໜ້າ ບໍລິສັດ ສາຍພູຫລວງ ພ້ອມດ້ວຍ ທີມງານ ທີ່ມາຈາກ ແຂວງ ນະຄອນພະນົມ (ປະເທດໄທ) ເປັນຜູ້ມອບ ໂດຍມີ ນາຍບ້ານ, ອໍານາດການປົກຄອງບ້ານ, ພະນັກງານຄູ-ອາຈານ ນ້ອງນ້ອຍນັກຮຽນ ພ້ອມດ້ວຍພໍ່ແມ່ປະຊາຊົນອີກຈໍານວນໜຶ່ງ ເຂົ້າຮ່ວມເປັນສັກຂີພະຍາໃນຄັ້ງນີ້ ແລະ ໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ຄູນໄຊ ໄພປັນຍາ ຫົວໜ້າຫ້ອງວ່າການປົກຄອງເມືອງ, ທ່ານ ສຸບັນ ສຸວັນນະວົງ ຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງ, ທ່ານ ຄໍາຮູ້ ວົງພະຈັນ ຫົວ ໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ມີບັນດາພະນັກງານວິຊາການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເຊິ່ງຈຸດປະສົງ ໃນການມອບເຄື່ອງຊ່ວຍເຫລືອຄັ້ງນີ້ ເພື່ອເຮັດໃຫ້ບັນດາຄູ-ອາຈານ, ນ້ອງນ້ອຍນັກຮຽນ ແລະ ພໍ່ແມ່ປະຊາຊົນ ທີ່ຢູ່ຫ່າງໄກສອກຫລີກ ໄດ້ມີອຸປະກອນການກິລາ ແລະ ປື້ມແບບຮຽນ ທີ່ເໝາະສົມ ແລະ ເພື່ອປະກອບເຂົ້າໃນການຮຽນ-ການສອນຕື່ມອີກດ້ວຍ.
Editor: ນັກຂ່າວເມືອງບົວລະພາ