ຕອນບ່າຍ ຂອງວັນທີ 16 ມີນາ 2018 ຢູ່ທີ່ໂຮງຮຽນ ມສ ສະກ້າ, ເມືອງໂພນໂຮງ, ແຂວງວຽງຈັນ ໄດ້ຈັດພິທີຕ້ອນຮັບ ການມາຢ້ຽມຢາມຂອງສິດເກົ່າ ຮຸ້ນປີ 2000-2003 ໂດຍການເຂົ້າຮ່ວມຂອງທ່ານ ນາງ ອຸ່ນຄໍາ ລັດຕະນະໂກສົນ, ຜູ້ອຳນວຍການໂຮງຮຽນ ມສ ສະກ້າ ມີບັນດາຄູ-ອາຈານ ພ້ອມດ້ວຍ ອາດີດນັກຮຽນສິດເກົ່າ 2000-2003 ເຂົ້າຮ່ວມ.
ໃນພິທີດັ່ງກ່າວ ທ່ານ ນາງ ອຸ່ນຄຳ ລັດຕະນະໂກສົນ, ຜູ້ອຳນວຍການໂຮງຮຽນ ໄດ້ເລົ່າຄວາມເປັນມາຂອງໂຮງຮຽນໃນສະໄໝກ່ອນ ຈົນຮອດປະຈຸບັນ ແລະ ພ້ອມດຽວກັນນັ້ນ ທາງທີມງານອາດີດສິດເກົ່າ ຊຶ່ງນຳໂດຍ ທ່ານ ທອງລິດ ວົງປະດິດ, ກໍ່ໄດ້ຕ່າງຫນ້າກ່າວມອບທືນ ຈໍານວນ 3 ລ້ານກວ່າກີບ ເຊິ່ງເປັນການໂຮມທືນຮອນ ຂອງອາດີດສິດເກົ່າຂອງໂຮງຮຽນ ມສ ສະກ້າ 2000-2003 ເພື່ອມອບໃຫ້ທາງໂຮງຮຽນນຳໄປຊື້ ດິນບ໊ອກ, ຊີມັງ, ເສົາຊີມັງ ແລະ ເຫລັກ ເພື່ອຈະມາສ້ອມແປງອາຄານຮຽນທີ່ເກົ່າແກ່ ແລະ ກໍ່ກຳແພງອ້ອມໂຮງຮຽນ.
ທ່ານ ອາຈານ ອຸ່ນເຮືອນ ໄຊຍະລາດ ຕ່າງຫນ້າຄູ-ອາຈານ ກໍ່ໄດ້ຂື້ນກ່າວຄຳຂອບໃຈ ຈາກອາດີດນັກຮຽນ ທີ່ໄດ້ລະດົມທືນມາຊ່ວຍໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າໂອກາດຕໍ່ໆໄປ ຈະໄດ້ຮັບການຊ່ວຍເຫລືອຄືດັ່ງກ່າວ, ໂອກາດດຽວກັນ ທາງໂຮງຮຽນ ມສ ສະກ້າ ກໍ່ໄດ້ມອບໃບກຽດຕິຄຸນໃຫ້ອາດີດນັກຮຽນ ປີ 2000-2003 ຕື່ມອີກ.
ຕອນທ້າຍພິທີ ກໍ່ໄດ້ມີການຈັດກິດຈະກຳ ເປັນປະເພດ ກິລາບານເຕະ ຮ່ວມກັບ ຄູ-ອາຈານ ແລະ ອາດີດນັກຮຽນ ເພື່ອເປັນການຫວນຄືນສາຍພົວພັນຄວາມຮັກແພງ ລະຫວ່າງ ອາດີດນັກຮຽນກັບຄູ-ອາຈານ ໃຫ້ມີຄວາມຮັກແກ່ນ ແໜ້ນແຟ້ນກັນຕື່ມອີກ.
Editor: ຕະວັນ ແສງສະຫວັນ