ງານເທສະການ ການສຶກສາໄປຮຽນຕໍ່ທີ່ຕ່າງປະເທດ ປະຈໍາປີ 2018 ໄດ້ຈັດຂື້ນ ໃນວັນທີ 24 ມີນາ ທີ່ຜ່ານມາ ທີ່ໂຮງແຮມ ຄຣາວພາຊາ, ນະຄອນຫລວງວຽງຈັນ ເຊິ່ງມີສະຖານທູດ ແລະ ສະຖາບັນການສຶກສາ ໃນຫລາຍໆປະເທດ ເຂົ້າຮ່ວມມາໃຫ້ຄໍາປຶກສາ ແກ່ນັກຮຍນ-ນັກສຶກສາ ທີ່ມີຈຸດປະສົງໄປສຶກສາຕໍ່ທີ່ຕ່າງປະເທດ ໂດຍພາຍໃນງານ ມີຜູ້ເຂົ້າຮ່ວມ ເກືອບ 500 ຄົນ. ງານຄັ້ງນີ້ ເປັນປີທີ 2 ທີ່ໄດ້ຈັດຂື້ນ ແລະ ປີຜ່ານມາ ແມ່ນໄດ້ຮັບການຕອບຮັບດີສົມຄວນ.
ທ່ານ ອະນຸພາບ ບຸນພານິດ ຫົວຫນ້າທີມງານທີ່ປືກສາ ໄປຮຽນຕໍ່ຕ່າງປະເທດ ໄດ້ອະທິບາຍວ່າ: ການຈັດງານດັ່ງກ່າວ ແມ່ນມີຄວາມສໍາຄັນຫລາຍ ແກ່ນັກຮຽນ-ນັກສຶກສາ , ເພາະເປັນການເປີດໂອກາດ ແກ່ຜູ້ມີ່ມີຈູດປະສົງ ຕ້ອງການໄປສຶກສາຕໍ່ທີ່ຕ່າງປະເທດ ໄດ້ຮັບຮູ້ບັນດາຂໍ້ມູນ ແລະ ຂັນຕອນຕ່າງໆ ໃນການໄປສຶກສາຕໍ່ທີ່ຕ່າງປະເທດ. ແລະ ພາຍໃນງານ ມີ 3 ກິດຈະກໍາຫລັກໆ ຄື: ເປັນການທົດສອບຄວາມຮູ້-ຄວາມສາມາດ ທາງດ້ານພາສາຕ່າງປະເທດ ( ພາສາອັງກິດ) ການໃຫ້ຄວາມຮູ້ດ້ານຕ່າງໆ ກ່ຽວກັບຂະບວນການ ແລະ ຂັ້ນຕອນ ໃນການໄປຮຽນຕໍ່່, ການແນະນໍາກ່ຽວກັບວິຊາທີ່ຈະຮຽນ, ການແນະນໍາ ສະຖານທີ່ຮຽນ, ຫລທ ມະຫາໄລຕ່າງໆທີ່ຕ່າງປະເທດ ລວມທັງການສະຫນອງທຶນ ຈາກສະຖານທູດ ແລະ ມະຫາວິທະຍາໄລ ອື່ນໆ. ທ່ານ ອະນຸພາບ ບຸນພານິດ ກ່າວຕື່ມວ່າ: ສໍາລັບການຈັດງານ ຄັ້ງທໍາອິດ ທີ່ຜ່ານມາ ໃນປີ 2017 ປະກົດວ່າ ໄດ້ຮັບຜົນດີຫລາຍ ເພາະຜູ້ປົກຄອງ ແລະ ນັກສຶກສາ ໄດ້ເຂົ້າຮ່ວມງານ ຫລາຍເຖິງ 400-500 ທ່ານ, ເຊີ່ງເຫັນໄດ້ວ່າ ເປັນງານທີ່ເຮັດໃຫ້ນັກຮຽນ-ນັກສຶກສາລາວ ໄດ້ມີຄວາມຕື່ນຕົວສູງ ແລະ ສົນໃຈ ໃນການໄປສຶກສາຕໍ່ທີ່ຕ່າງປະເທດ ຫລາຍຂື້ນ, ເນື່ອງຈາກສະພາບການສຶກສາທີ່ຕ່າງປະເທດ ມີການພັດທະນາໄປໄກຫລາຍ ແລະ ໂຄງການດັ່ງກ່າວ ຈະຍາກເປີດໂອກາດແກ່ນັກສຶກສາລາວ ໄດ້ມີໂອກາດໄປສຶກສາຕໍ່ທີ່ຕ່າງປະເທດ ຫລາຍຂື້ນ ພ້ອມທັງນໍາເອົາຄວາມຮູ້-ຄວາມສາມາດ ມານໍາໃຊ້ ຊົມໃຊ້ ເຂົ້າໃນການພັດທະນາ ບ້ານເມືອງ. ແລະ ໄວຫນຸ່ມ-ຊາວຫນຸ່ມ ໃນປະຈຸບັນ ຖືວ່າເປັນຫນໍ່ແຫນງຂອງຊາດ ເປັນກໍາລັງແຮງອັນສໍາຄັນ ໃນການພັດທະນາປະເທດ ໃນອະນາຄົດ ສະນັ້ນການສຶກສາ ຈີ່ງສໍາຄັນຫລາຍ.
Editor: ກຳປານາດ ລັດຖະເຮົ້າ