ຫ້ອງການສຶກສາທິການ ແລະ ກິລາ ເມືອງໂພນໂຮງ ຈັດກິດຈະກໍາແຂ່ງຂັນກິລາ-ສິລະປະ ເພື່ອສົ່ງເສີມນັກຮຽນທີ່ມີພອນສະຫັວນ ໃນໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມ ທົ່ວເມືອງ ຢ່າງເປັນຂະບວນຟົດຟື້ນແນໃສ່ຜັນຂະຫຍາຍ 5 ຫຼັກມູນ ຂອງຂະແໜງການສຶກສາໃຫ້ປະກົດຜົນເປັນຈິງ ແລະ ເພຶ່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 63 ປີ. ໂດຍໄດ້ແບ່ງເປັນ 3 ລຸ້ນການແຂ່ງຂັນຄື:
1. ລຸ້ນນັກຮຽນປະຖົມ
2. ລຸ້ນນັກຮຽນມັດທະຍົມຕອນຕົ້ນ
3. ລຸ້ນນັກຮຽນມັດທະຍົມຕອນປາຍ ໃນນັ້ນ ຄະນະຜູ້ເຂົ້າຮ່ວມແຂ່ງຂັນທັງໝົດມີ 20 ຄະນະ, ມາຈາກກຸ່ມໂຮງຮຽນປະຖົມ 8 ຄະນະ (ໂຮງຮຽນເອກະຊົນ 2 ຄະນະ ), ມາຈາກໂຮງຮຽນມັດທະຍົມຕອນຕົ້ນ 6 ຄະນະ (ໂຮງຮຽນເອກະຊົນ 1 ຄະນະ ), ມາຈາກໂຮງຮຽນມັດທະຍົມຕອນປາຍ ແລະ ໂຮງຮຽນ ມສ 6 ຄະນະ,
ຄະນະກໍາມະການຕັດສີນຜົນການປະກວດ ມີຈໍານວນ 10 ທ່ານ ເຊີ່ງມີການວັດແທກ ແລະ ໃຫ້ຄະແນນຕາມ 5 ມາດຖານຄື: ການອອກແບບບົດຟ້ອນ, ຈັງຫວະ ແລະ ຄວາມພ້ອມ, ທ່າຟ້ອນສອດຄ່ອງກັບບົດຟ້ອນ, ລີລາກາສະແດງ ແລະ ການແຕ່ງກາຍເຂົ້າກັບບົດຟ້ອນ.
ຜົນການແຂ່ງຂັນ ຊະນະເລີດ
ອັນດັບທີ 1 ລຸ້ນນັກຮຽນປະຖົມ ໄດ້ແກ່ກຸ່ມໂຮງຮຽນ ປສ ນາເລົາ, ລຸ້ນນັກຮຽນມັດທະຍົມຕອນຕົ້ນໄດ້ແກ່ໂຮງຮຽນ ມຕ ນາເຫຼົ່າ ແລະ ລຸ້ນນັກຮຽນມັດທະຍົມຕອນປາຍ ໄດ້ແກ່ໂຮງຮຽນ ມສ ຫຼັກ 52 ໄດ້ຮັບລາງວັນເງີນສົດ ຈໍານວນ 800,000/ລຸ້ນ,
ອັນດັບທີ 2 ລຸ້ນນັກຮຽນປະຖົມ ໄດ້ແກ່ໂຮງຮຽນ ປສ ພົມມະທັດ, ລຸ້ນນັກຮຽນມັດທະຍົມຕອນຕົ້ນໄດ້ແກ່ໂຮງຮຽນ ມຕ ໂຊກໄຊ ແລະ ລຸ້ນນັກຮຽນມັດທະຍົມຕອນປາຍໄດ້ແກ່ໂຮງຮຽນ ມໍປາຍ ແສນສະອາດ ໄດ້ຮັບລາງວັນເງີນສົດຈໍານວນ 600,000/ລຸ້ນ,
ອັນດັບທີ 3 ລຸ້ນນັກຮຽນປະຖົມ ໄດ້ແກ່ ກຸ່ມໂຮງຮຽນ ປສ ນາເຫຼົ່າ, ລຸ້ນນັກຮຽນມັດທະຍົມຕອນຕົ້ນໄດ້ແກ່ ໂຮງຮຽນ ມຕ ນາໂພ ແລະ ລຸ້ນນັກຮຽນມັດທະຍົມຕອນປາຍ ໄດ້ແກ່ໂຮງຮຽນ ມສ ໂພນໂຮງ ໄດ້ຮັບລາງວັນເງີນສົດຈໍານວນ 400,000/ລຸ້ນ ສ່ວນຈໍານວນທີ່ເຫຼືອ ແມ່ນໄດ້ຮັບລາງວັນຊົມເຊີຍ ລາງວັນເງີນສົດຈໍານວນ 150,000/ລຸ້ນ.
Editor: ກຳປານາດ ລັດຖະເຮົ້າ