Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພິທີປິດ ແລະ ມອບໃບຢັ້ງຢືນໃຫ້ແກ່ຜູ່ເຂົ້າຝຶກອົບຮົມ ວິທີຖັກແສ່ວ ຜ້າຖົງ ເຜົ່າມູເຊີຂາວ ທີ່ບ້ານຫ້ວຍລົມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ

Details
Category: Education
Hits: 700

ທິດຜ່ານມາ ພະແນກ ແຮງງານ ແລະ ສະຫວັດດີການ-ສັງຄົມ ແຂວງບໍ່ແກ້ວ ໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ່ເຂົ້າຝຶກອົບຮົມວິທີຖັກແສ່ວຜ້າຖົງ ເຜົ່າມູເຊີຂາວ ທີ່ບ້ານຫ້ວຍລົມ, ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຈຳນວນ 16 ຄົນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ແສງວອນ ບຸນເກີດ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງບໍ່ແກ້ວ ແລະ ໃຫ້ກຽດເຂົ້າຮ່ວມພິທີ ມີພະນັກງານກໍ່ສ້າງຮາກຖານບ້ານ ແລະ ອຳນາດການປົກຄອງບ້ານ ພະນັກງານວິຊາການ ພະແນກ ຮສສ ຂັ້ນແຂວງ ແລະ ຂັ້ນເມືອງ ມີຜູ່ເຂົ້າຮ່ວມ

ເພື່ອຢັ້ງຍືນຜົນສຳເລັດໃນການຈັດຕັ້ງປະຕິບັດ ໃນພິທີຍັງໄດ້ຮັບຟັງການຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດຂອງໂຄງການຝຶກ ລາຍງານໂດຍ ທ່ານ ຄຳມ່ວນ ລໍມີໄຊ ຮອງຫົວໜ້າຫ້ອງການ ຮສສ ເມືອງຕົ້ນເຜີ້ງ ໄດ້ຍົກໃຫ້ເຫັນການຝຶກອົບຮົມວິທີຖັກແສ່ວຜ້າຖົງ ໄລຍະສັ້ນ 1 ເດືອນ, ເພື່ອປະກອບເປັນອາຊີບ ສາມາດ ສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ ທັງເປັນພັດທະນາສີມື ໃນການຖັກແສ່ວຜ້າຖົງ ທີ່ເປັນເອກະລັກຂອງຊົນເຜົ່າມູເຊີຂາວ.

ໃນພິທີຍັງໄດ້ຮັບຟັງຄຳໂອ້ລົມຂອງ ທ່ານ ແສງວອນ ບຸນເກີດ ຮອງຫົວຫນ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ທ່ານໄດ້ເນັ້ນໜັກ ໃຫ້ແກ່ຜູ້ເຂົ້າຝືກ ເມື່ອຜ່ານການຝືກສີມືແຮງງານ ແລ້ວ ແມ່ນໃຫ້ມີຄວາມເອົາໃຈໃສ່ສືບຕໍ່ ນຳໄປຈັດຕັ້ງປະຕິບັດ ພ້ອມທັງສະເໜີໃຫ້ພະນັກງານກໍ່ສ້າງຮາກຖານ ແລະ ອຳນາດການປົກຄອງບ້ານຊ່ວຍສ້າງເງື່ອນໄຂ ພ້ອມທັງເປັນເຈົ້າການສົ່ງເສີມຊຸກຍູ້ ເສີມຂະຫຍາຍກຸ່ມຖັກແສ່ວຜ້າຖົງ ແລະ ຜະລິດອອກຈຳໜ່າຍສູ່ຕະຫລາດ ແລະ ສ້າງເປັນກອງທຶນເພື່ອພັດທະນາກຸ່ມຖັກແສ່ວໃຫ້ໄດ້ຫລາຍຂື້ນກວ່າເກົ່າ

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 03.jpg
  • Click to enlarge image 04new.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  • Click to enlarge image 07.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top