Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ປູກຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ ເພື່ອຈັດຕັ້ງປະຕິບັດ ມາດຕະຖານ ການທ່ອງທ່ຽວແບບມີຄວາມຮັບຜິດຊອບ...

Details
Category: Education
Hits: 652

ເມື່ອບໍ່ດົນມານີ້, ຢູ່ທີ່ໂຮງຮຽນມັດທະຍົມ ມໍປາຍ ວັງວຽງ ເມືອງວັງວຽງ, ແຂວງວຽງຈັນ, ໄດ້ມີກິດຈະກຳປູກຈິດສຳນຶກ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ ເພື່ອຈັດຕັ້ງປະຕິບັດມາດຕະຖານ ການທ່ອງທ່ຽວແບບມີຄວາມຮັບຜິດຊອບ ໃຫ້ແກ່ຄູອາຈານ ແລະ ນັກຮຽນ-ນັກສຶກສາ. ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ຄຳຟອງ ບົວທອງ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ, ມີ ທ່ານ ທະວີເພັດ ອຸລາ ຮອງຫົວຫນ້າກົມພັດທະນາການທ່ອງທ່ຽວ, ກະຊວງ ຖະແຫລງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ມີ ທ່ານ ບຸນມີ ພົມມະວົງສາ ກຳມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ. ມີບັນດາທ່ານພະນັກງານກົມທ່ອງທ່ຽວ, ພະແນກຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວແຂວງ-ເມືອງ. ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົ່ງຂອງກິດຈະກໍາໃນຄັ້ງນີ້ ກໍ່ເພື່ອເປັນການປູກຈິດສໍານຶກໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ ພາໃນຕົວເມືອງໃຫ້ແກ່ປະຊາຊົນທ້ອງຖິ່ນ, ນັກຮຽນ ແລະ ຜູ້ປະກອບການທ່ອງທ່ຽວການຈັດຕັ້ງປະຕິບັດມາດຖານການທ່ອງທ່ຽວ ແບບມີຄວາມຮັບຜິດຊອບ ແລະ ກຽມຄວາມພ້ອມຂອງບັນດາກິດຈະກຳຕ່າງໆ ເພື່ອສ້າງເມືອງວັງວຽງ ໃຫ້ໄດ້ນາມມະຍົດມາດຕະຖານເມືອງສະອາດອາຊຽນໃນອານາຄົດອັນໃກ້ນີ້ ເຊິ່ງກິດຈະກໍາຄັ້ງນີ້ແມ່ນເປັນກິດຈະກໍາທີ່ມີຄວາມໝາຍຄວາມສຳຄັນ ຕໍ່ການລົນນະລົງໃຫ້ຊາວໜຸ່ມ, ພໍ່ແມ່ປະຊາຊົນ ຕະຫລອດຮອດຜູ້ປະກອບການທຸລະກິດທ່ອງທ່ຽວໃນເງື່ອນໄຂ ມາດຕະຖານຂອງການສ້າງເມືອງທ່ອງທ່ຽວສະອາດອາຊຽນ ໃຫ້ຮັບຮູ້ ຕໍ່ແຜນພັດທະນາເມືອງວັງວຽງໃຫ້ເປັນເມືອງທ່ອງທ່ຽວທີ່ສະອາດ, ສີຂຽວຈົບງາມ.

ຫລັງຈາກນັ້ນ, ກໍ່ໄດ້ມີການສາຍຮູບ ພ້ອມຄຳອະທິບາຍ ກ່ຽວກັບຂີ້ເຫຍື້ອວ່າ ຈະຄວນແຍກແບບໃດ, ຖິ້ມແບບໃດ, ຜົນຮ້າຍຂອງຂີ້ເຫຍື້ອ ໂດຍຜ່ານລະບົບຈໍ ໂປແຈ໋ກເຕີ ໃຫ້ນ້ອງນັກຮຽນ ຮັບຮູ້ ແລະ ເຂົ້າໃຈຫລາຍຂື້ນ. ແລ້ວມີການຖາມ-ຕອບເປັນຄວາມຮູ້ ກ່ຽວກັບຂີ້ເຫຍື້ອ ເພື່ອເອົາເປັນຂອງລາງວັນ ເປັນຕົ້ນແມ່ນ ໝວກກັນກະທົບ, ຈອກ, ປະທິທິນ ແລະອື່ນໆ.

ນອກຈາກນັນກໍ່ຍັງໄດ້ສຶບຕໍ່ເປີດກອງປະຊຸມປູກຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສະອາດພາຍໃນຕົວເມືອງໃຫ້ແກ່ປະຊາຊົນທ້ອງຖິ່ນ, ນັກຮຽນ ແລະ ຜູ້ປະກອບການທ່ອງທ່ຽວ, ຢູ່ທີ່ສະໂມສອນຂອງເມືອງວັງວຽງ ແຂວງວຽງຈັນ. ແລະ ໄດ້ມອບຖັງໃສ່ຂີ້ເຫຍື້ອ ຈຳນວນ 30 ຖັງ ໃຫ້ກັບເມືອງວັງວຽງ ໃຫ້ກຽດກ່າວມອບໂດຍ ທ່ານ ທະວີເພັດ ອຸລາ ຮອງຫົວຫນ້າກົມພັດທະນາການທ່ອງທ່ຽວ, ພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ແລະ ກ່າວຮັບໂດຍ ທ່ານ ສຸວຽງທອງ ວົງຈຳປາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆວັງວຽງ ຕື່ມອີກ


ທີມຂ່າວ ຖວທ ເມືອງວັງວຽງ

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02.JPG
  • Click to enlarge image 03.JPG
  • Click to enlarge image 04.JPG
  • Click to enlarge image 05.JPG
  • Click to enlarge image 06new.jpg
  • Click to enlarge image 07.JPG
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top