Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ຈັດການແຂ່ງຂັນ ຫຸ່ນຍົນ ຄັ້ງທີ 14 ປະຈຳປີ 2018

Details
ທະວີສັກ ໃບລາສີ
Category: Education
Hits: 694

ໃນທ້າຍອາທິດຜ່ານມາ ຢູ່ທີ່ສະໂມສອນຂອງ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດໂສກປ່າຫຼວງ) ໄດ້ຈັດການແຂ່ງຂັນຫຸ່ນຍົນ ຄັ້ງທີ 14 ປະຈໍາປີ 2018 ໂດຍການເຂົ້າຮ່ວມຂອງທ່ານ ຮອງສາດສະດາຈານ ປອ ສາຍຂອງ ສາຍນາສິນ, ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮອງສາດສະດາຈານ ປອ ອຸດົມ ພອນຄຳເພັງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ທາເຄຊິ ຮິຄິຮາຣະ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາປະທານອົງການ, ຕາງໜ້າອົງການໃຈກ້າ ປະຈຳລາວ, ຄະນະບໍດີ, ຫົວໜ້າພາກວິຊາ, ຄູ-ອາຈານ, ນັກສຶກສາ ແລະ ຕົວແທນນ້ອງນັກຮຽນຈາກໂຮງຮຽນມັດທະຍົມຕອນຕົ້ນ-ຕອນປາຍເຂົ້າຮ່ວມ.
ຈຸດປະສົງ ຂອງການແຂ່ງຂັນຫຸ່ນຍົນຄັ້ງນີ້ ເພື່ອເປັນການສົ່ງເສີມ ແລະ ພັດທະນາບຸກຄະລາກອນທາງດ້ານການອອກແບບ ແລະ ສ້າງກົນໄກສຳລັບພັດທະນາຫຸ່ນຍົນຂອງແຕ່ລະສະຖາບັນການສຶກສາ, ເພື່ອສືບຕໍ່ເຜີຍແຜ່ວິຊາການທາງດ້ານການອອກແບບວິສະວະກຳ ການຄວບຄຸມອັດຕະໂນມັດ ແລະ ຫຸ່ນຍົນ, ເພື່ອສ້າງການເຮັດ ວຽກເປັນທິມ ແລະ ແກ້ໄຂບັນຫາເປັນທິມ, ເພື່ອເປັນການກະຕຸ້ນຄວາມສົນໃຈແກ່ເດັກເຍົາວະຊົນ ແລະ ຜູ້ສົນໃຈທົ່ວໄປ ໃນການສຶກສາຫາຄວາມຮູ້ດ້ານວິທະຍາສາດ, ວິສະວະກຳສາດ ແລະ ເຕັກໂນໂລຊີ ໃຫ້ນັບມື້ຫຼາຍຂຶ້ນ. ສຳລັບ ຈຳນວນທີມທີ່ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ລວມມີ 9 ທິມ ຄື: ວິສະວະກຳເອເລັກໂຕຼເນັກ, ວິສະວະກຳໂທລະຄົມມະນາຄົມ, ວິສະວະກຳຄອມພີວເຕີ ແລະ ເທັກໂນໂລຊີ-ຂໍ້ມູນຂ່າວສານ, ວິສະວະກຳໄຟຟ້າ, ສູນຝຶກອົບຮົມເຕັກນິກລາວ-ຍີ່ປຸ່ນ 1, ສູນຝຶກອົບຮົມເຕັກນິກລາວ-ຍີ່ປຸ່ນ 2, ວິທະຍາໄລເຕັກນິກຊັບພະວິຊາ, ວິທະຍາສາດຄອມພີວເຕີ (ດົງໂດກ) ແລະ ວິທະຍາໄລເຕັກນິກວິຊາຊີບແຂວງຫຼວງພະບາງ.
ສ່ວນຜົນຂອງການແຂ່ງຂັນມີລາງວັນ ດັ່ງນີ້: ອັນດັບໜຶ່ງ ແມ່ນໄດ້ຮັບລາງວັນ ໜຶ່ງລ້ານຫ້າແສນກີບ, ອັນດັບທີສອງແມ່ນ ໜຶ່ງລ້ານກີບ, ອັນດັບທີສາມ ແມ່ນ ເຈັດແສນກີບ, ອອກແບບດີເດັ່ນ ແມ່ນ ຫ້າແສນກີບ, ເຕັກນິກດີເດັ່ນ ແມ່ນຫ້າແສນກີບ ແລະ ລາງວັນຊົມເຊີຍສາມແສນກີບ.
ສ່ວນຜົນຂອງການແຂ່ງຂັນປະກົດ ວ່າ: ອັນດັບໜຶ່ງແມ່ນ ວິສະວະກໍາເອເລັກໂຕຼເນັກ, ອັນດັບສອງ ແມ່ນ ວິສະວະກໍາຄອມພີວເຕີ ແລະ ເທັກໂນໂລຊີ-ຂໍ້ມູນຂ່າວສານ, ອັນດັບສາມແມ່ນ ວິສະວະກຳໂທລະຄົມມະນາຄົມ ແລະ ອອກແບບດີເດັນ ແມ່ນວິທະຍາສາດຄອມພີວເຕີ ແລະ ວິສະວະກໍາຄອມພີວເຕີ ແລະ ເທັກໂນໂລຊີຂໍ້ມູນຂ່າວສານ, ເຕັກນິກດີເດັ່ນ ແມ່ນວິສະວະກຳໄຟຟ້າ ແລະ ນອກຈາກນັ້ນ ແມ່ນໄດ້ຮັບລາງວັນຊົມເຊີຍ.

Editor: ດາວໄຊ ສີວິໄລ


  • Click to enlarge image 2018-03-20_10-19-54.jpg
  • Click to enlarge image 2018-03-20_10-20-20.jpg
  • Click to enlarge image 2018-03-20_10-20-49.jpg
  • Click to enlarge image 2018-03-20_10-21-12.jpg
  • Click to enlarge image 2018-03-20_10-21-38.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top