Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງຊະນະຄາມ ໄຂກອງປະຊຸມກະກຽມ ເປີດການຮຽນ ການສອນ ວິຊາກົດໝາຍຊັ້ນຕົ້ນ.

Details
ທະວີສັກ ໃບລາສີ
Category: Education
Hits: 1500

ຕົ້ນເດືອນ ມີນາ 2018 ນີ້ ຫ້ອງການຍຸຕິທໍາ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ເປີດກອງປະຊຸມ ກະກຽມຄວາມພ້ອມ ການເປີດການຮຽນການສອນ ວິຊາກົດໝາຍຊັ້ນຕົ້ນ ຫຼັກສູດ 3 ເດືອນ ຂອງເມືອງຊະນະຄາມ ຢູທີ່ສະໂມສອນຂອງເມືອງ ໂດຍການເປັນປະທານ ຂອງທ່ານ ສະໝານ ວິເສດຍະພົງ ເລຂາພັກເມືອງ ເຈົ້າເມືອງ ເມືອງຊະນະຄາມ ມີກໍາມະການພັກເມືອງ, ຫົວໜ້າຫ້ອງການ ແລະ ຄູອາຈານ ທີ່ຈະໄດ້ຂື້ນຫ້ອງສອນ ກໍ່ເປັນກຽດເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ມີການຄົ້ນຄ້ວາ ປຶກສາຫາລື ແລກປ່ຽນບົດຮຽນກ່ຽວກັບ ການກຳນົດ ສະຖານທີ່ການຮຽນ-ການສອນ ສະຖານທີ່ພັກເຊົາຂອງບຸກຄະລາກອນ ທີ່ຈະເຂົ້າຮຽນ ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບ ເລກທີ 69/ຈມ.ຊຄ ລົງວັນທີ 23/02/2018 ວ່າດ້ວຍ: ການແຕ່ງຕັ້ງຄະນະຮັບຜິດຊອບ ການເປີດ ການຮຽນ-ການສອນ ວິຊາກົດໝາຍຊັ້ນຕົ້ນຊຸດທີ IV ຂອງເມືອງຊະນະຄາມ ເປັນຕົ້ນແມ່ນອານຸກຳມະການຊີ້ນຳລວມ, ອານຸກໍາມະການປຸກລະດົມບຸກຂະລາກອນ ເຂົ້າຮຽນ ອານຸກໍາມະການສະຖານທີ່ ສ່ວນເປົ້າໝາຍທີ່ຈະປຸກລະດົມທີ່ຈະມາເຂົ້າຮຽນໃນຄັ້ງນີ້ ກໍ່ແມ່ນພະນັກງານຮຸ່ນສືບທອດ ຂອງບ້ານ ໂດຍສະເພາະ ແມ່ນ ປກສ, ປກຊ ຊາວໜຸ່ມ, ແມ່ຍິງຂອງບ້ານ ພາຍໃນ 34 ບ້ານ ຂອງເມືອງຊະນະຄາມ ເຊິ່ງກໍານົດ 60 ສະຫາຍ ເຊິ່ງໃນປະຈຸບັນ ແມ່ນ ໄດ້ທັງໜົດ 30 ກ່ວາສະຫາຍ ທີ່ສະໝັກໃຈເຂົ້າຮຽນກົດໝາຍຊັ້ນຕົ້ນ ແລະ ສະເພາະວິຊາທີ່ຈະນຳມາສິດສອນໃນຄັ້ງນີ້ ປະກອບມີ 29 ວິຊາຮຽນ ຄື: ວິຊາພູມສາດລາວ, ປະຫວັດສາດພັກ, ແນວທາງປ່ຽນແປງໃໝ່,ລັດທິມາກ-ເລນິນ, ລັດ ແລະ ກົດໝາຍ, ການພົວພັນສາກົນ, ລັດຖະທໍາມະນູນ, ກົດໝາຍອົງການໄອຍະການປະຊາຊົນ, ກົດໝາຍສຶກສາ, ກົດໝາຍປົກຄອງທ້ອງຖິ່ນ, ກົດໝາຍແຮງງານ, ກົດໝາຍພັນທະປ້ອງກັນຊາດ, ກົດໝາຍຊັບສິນຂອງລັດ, ກົດໝາຍພາສີ, ກົດໝາຍຊ່ວຍສາອາກອນ, ກົດໝາຍປະຊາຊົນ ກົດໝາຍຈາລະຈອນທາງບົກ, ກົດໝາຍຄອບຄົວ, ກົດໝາຍທະບຽນຄອບຄົວ, ກົດໝາຍທະບຽນສານ, ກົດໝາຍວ່າດ້ວຍສັນຊາດລາວ,ກົດໝາຍແມ່ຍິງ, ກົດໝາຍເດັກ, ກົດໝາຍສິ່ງແວດລ້ອມ, ກົດໝາຍກະສິກໍາ, ກົດໝາຍກຳມະສິດ, ກົດໝາຍສືບທອດມູນມໍລະດົກ, ກົດໝາຍຂໍຜູກພັນພາຍໃນ ແລະ ນອກສັນຍາ, ກົດໝາຍທີ່ດິນ.
ທັງນີ້ກໍ່ ເພື່ອເຮັດໃຫ້ພະນັກງານຮຸ່ນສືບທອດຂອງບ້ານ ພາຍໃນ 34 ບ້ານ ໃຫ້ຮັບຮູ້ ແລະ ເຊື່ອມຊືມ ບັນດາກົດໝາຍ ແລະ ນິຕິກຳຕ່າງໆ ເພື່ອນຳໄປຈັດຕັ້ງປະຕິບັດ ແລະ ຫມູນໃຊ້ໃນຂັ້ນທ້ອງຖິ່ນຂອງຕົນ ໃຫ້ມີໝາກຜົນໃນຕໍ່ໜ້າ.

Editor: ເມືອງຊະນະຄາມ


  • Click to enlarge image 28741073_124282105071004_2065570039_n.jpg
  • Click to enlarge image 28741708_124281541737727_1408326174_n.jpg
  • Click to enlarge image 28829449_124277378404810_287782182_n.jpg
  • Click to enlarge image 28829909_124277395071475_1699847594_n.jpg
  • Click to enlarge image 28832547_124277371738144_1855453415_n.jpg
  • Click to enlarge image 28832951_124276088404939_382483730_n.jpg
  • Click to enlarge image 28907136_124276071738274_734357028_n.jpg
  • Click to enlarge image 29003596_124282115071003_447316563_n.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top