Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ຮາກຖານສະຫະພັນແມ່ຍິງ ປກສ ແຂວງ ບໍລິຄໍາໄຊ ສ້າງຂະບວນການຕ້ອນຮັບວັນ

Details
ທະວີສັກ ໃບລາສີ
Category: Education
Hits: 686

ທ້າຍອາທິດທີ່ຜ່ານມານີ້ ຮາກຖານສະຫະພັນແມ່ຍິງ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ສ້າງຂະບວນການ ຈັດການແຂ່ງຂັນກິລາເປຕັງ ຂື້ນຢູ່ທີ່ເດີນກິລາເປຕັງ ປກສ ແຂວງ (ຄ້າຍເກົ້າ) ເພື່ອເປັນການຂໍ່ານັບຮັບຕ້ອນໃຫ້ແກ່ວັນສໍາຄັນຂອງພັກ, ຂອງຊາດ ໂດຍສະເພາະກໍ່ແມ່ນ ວັນແມ່ຍິງສາກົນ ຄົບຮອບ 108 ປີ ( 08 ມີນາ 1910 – 08 ມີນາ 2018 ) ແລະ ວັນສ້າງຕັ້ງແຂວງ ບໍລິຄໍາໄຊ ຄົບຮອບ 34 ປີ ( 6 ມີນາ 1984 – 6 ມີນາ 2018 ) ໃຫ້ມີບັນຍາກາດທີ່ຄຶກຄື້ນ, ມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ເຂົ້າຮ່ວມເປີດພິທີມີທ່ານ ພັນໂທ ທອງໄຫຼ ໄຊຍະລາດ ຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ທ່ານ ພັນໂທ ນາງ ບຸນລ້ອມ ສຸວັນນະໂຄດ ຄະນະຮາກຖານສະຫະພັນແມ່ຍິງ ປກສ ແຂວງ, ມີຄະນະພັກ, ຄະນະບັນຊາບັນດາຫ້ອງ, ພະນັກງານ-ນັກຮົບ ພ້ອມດ້ວຍນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດການແຂ່ງຂັນກິລາໃນຄັ້ງນີ້ ແມ່ນເພື່ອເປັນການຮັດແໜ້ນຄວາມສາມັກຄີກັນ ລະຫວ່າງ ພະນັກງານ-ນັກຮົບພາຍໃນກົມກອງ ກໍ່ຄືກໍາລັງປ້ອງກັນຄວາມສະຫງົບ ແຂວງ ບໍລິຄໍາໄຊ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ ແລະ ທັງເປັນການອອກກໍາລັງກາຍເພື່ອເຮັດໃຫ້ ພະນັກງານ-ນັກຮົບມີສຸຂະພາບແຂງແຮງ ເພື່ອສືບຕໍ່ປະຕິບັດໜ້າວຽກງານຂອງຕົນໃຫ້ໄດ້ຮັບຜົນສູງ, ກິລາທີ່ແຂ່ງຂັນໃນຄັ້ງນີ້ ເປັນກິລາເປຕັງ ປະເພດທີມ ຄູ່ຍິງ ແລະ ທີມ ຄູ່ຊາຍ ໃນນັ້ນມີນັກກິລາ ເຂົ້າຮ່ວມທັງໝົດ 39 ທີມ, ທີມຄູ່ຍິງ ມີ 17 ທີມ, ໂອກາດເປີດພິທີຂື້ນຢ່າງເປັນທາງການ ຄະນະພັກກອງບັນຊາການ ປກສ ແຂວງ ແລະ ຄະນະຮາກຖານແມ່ຍິງ ປກສ ແຂວງ ໄດ້ແຂ່ງຂັນກັນ ເພື່ອເປັນການເປີດສະໝາມ ຜ່ານການແຂ່ງຂັນປະຊັນຝືມື ເຫັນວ່າ ທີມຮາກຖານສະຫະພັນແມ່ຍິງ ປກສ ແຂວງ ສາມາດເອົາຊະນະ ທີມຂອງຄະນະພັກກອງບັນຊາການ ປກສ ແຂວງ ໄປໄດ້ ດ້ວຍຄະແນນ 13 ຕໍ່ 6 ຄະແນນ, ຈາກນັ້ນ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ກໍ່ໄດ້ລົງສະໜາມເພື່ອທໍາການແຂ່ງຂັນກັນ ທ່າມກາງສຽງເຊຍຈາກຜູ້ຮ່ວມຊົມຢ່າງມ່ວນຊື່ນ ຈຶ່ງສາມາດສະຫຼຸບຜົນການແຂ່ງຂັນຄື: ທີມຄູ່ຊາຍ ອັນດັບທີ 1 ໄດ້ແກ່ ທີມ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ ຈໍານວນ 500.000 ກີບ, ອັນດັບທີ 2 ໄດ້ແກ່ ຄ້າຍຄຸມຂັງ-ດັດສ້າງ ໄດ້ຮັບລາງວັນເງິນສົດ 400.000 ກີບ, ອັນດັບທີ 3 ຮ່ວມໄດ້ແກ່ທີມ ຫ້ອງ ຫ້າສູນສີ່ 504 ບວກ ພະແນກ ສາມສູນສາມ303 ໄດ້ຮັບລາງວັນເງິນສົດ 300.000 ກີບ, ທີມຄູ່ຍິງ ທີ 1 ໄດ້ແກ່ ທີມ ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ ຈໍານວນ 500.000 ກີບ, ທີ 2 ໄດ້ແກ່ ຫ້ອງພະລາທິການ 2 ໄດ້ຮັບລາງວັນເງິນສົດ 400.000 ກີບ, ທີ 3 ຮ່ວມໄດ້ແກ່ທີມ ຫ້ອງພະລາທິການ 3 ບວກ ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ໄດ້ຮັບລາງວັນເງິນສົດ 300.000 ກີບ, ໃຫ້ກຽດຂື້ນມອບຂັນ ແລະ ເງິນລາງວັນໂດຍ ທ່ານ ພັນໂທ ທອງໄຫຼ ໄຊຍະລາດ ຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ.

Editor: ປກສ ແຂວງບໍລິຄຳໄຊ


  • Click to enlarge image 2018-03-12_11-15-10.jpg
  • Click to enlarge image 2018-03-12_11-15-37.jpg
  • Click to enlarge image 2018-03-12_11-15-57.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top