Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງວຽງທອງ ປະກາດຮັບຮອງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ

Details
ທະວີສັກ ໃບລາສີ
Category: Education
Hits: 755

ໃນວັນທີ 13 ກຸມພາ 2018 ຢູ່ທີຫ້ອງປະຊຸມຫ້ອງວ່າການປົກຄອງເມືອງວຽງທອງ ແຂວງບໍລິຄຳໄຊ. ໄດ້ຈັດພິທີປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ຄຳພວງ ບຸນມີໄຊ ຫົວໜ້າຫ້ອງການ, ຄະນະພັກກະຊວງສຶກສາທິການ-ກິລາ, ທ່ານ ວົງສີ ທອງສີ ອິນທິປັນຍາ ເລຂາພັກເມືອງ, ເຈົ້າເມືອງວຽງທອງ, ມີຫົວໜ້າພະແນກສຶກສາທິການ-ກິລາແຂວງ, ຫົວໜ້າຄະນະສຶກສາທິການ-ກິລາເມືອງ, ຄູ ອາຈານ, ແຂກຖືກເຊີນ ແລະ ນາຍບ້ານ 41 ບ້ານເຂົ້າຮ່ວມ.
ໃນພິທີ ທ່ານ ລີ ເບຼຍໄຊຊົ່ງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງບໍາລຸງຊັ້ນມັດທະຍົມສຶກສາຕອນຕົ້ນສຳລັບປະຊາຊົນ ແລະ ທິດທາງແຜນການໃນຊຸມປີຕໍ່ໜ້າ, ຊຶ່ງໃນທົ່ວເມືອງມີໂຮງຮຽນອະນຸບານ 4 ແຫ່ງ, ເອກະຊົນ 1 ແຫ່ງ, ມີນັກຮຽນທັງໝົດ 343 ຄົນ, ຍີງ 140 ຄົນ, ມີນັກຮຽນຫ້ອງກຽມທັງໝົດ 471 ຄົນ, ຍີງ 215 ຄົນ, ມີໂຮງຮຽນປະຖົມ ທັງໝົດ 45 ແຫ່ງ, ມີນັກຮຽນທັງໝົດ 5.258 ຄົນ, ຍີງ 2.513 ຄົນ, ມີໂຮງຮຽນມັດທະຍົມຕົ້ນ 6 ແຫ່ງ, ມີ ມສ ສົມບູນ 2 ແຫ່ງ ມີນັກຮຽນທັງໝົດ 3.919 ຄົນ, ຍີງ 1.660 ຄົນ. ຜ່ານໄລຍະເວລາ 3 ປີ ທີ່ໄດ້ເອົາໃຈໃສ່ສູ້ຊົນບໍາລູງຍົກລະດັບການສືກສາຊັນມັດທະຍົມຕອນຕົ້ນ ໃຫ້ແກ່ປະຊາຊົນໃນເກນອາຍຸ 15-35 ປີ ຊື່ງມີກຸ່ມເປົ້າໝາຍຜູ້ຮຽນທັງໝົດ 1.183 ຄົນ, ຍີງ 593 ຄົນ ແລະ ໄດ້ຈັດຕັ້ງການຮຽນ-ການສອນເປັນ 3 ສົກຮຽນຄື: ສົກປີ 2013-2014 ໄດ້ຈັດການຮຽນ-ການສອນສໍາເລັດ 5 ບ້ານ, ມີຜູ້ເຂົ້າຮຽນທັງໝົດ 263 ຄົນ, ຍີງ 126 ຄົນ ສອບເສັງຈົບ 100%, ສົກປີ 2014-2015 ສໍາເລັດ 17 ບ້ານ, ມີຜູ້ເຂົ້າຮຽນທັງໝົດ 445 ຄົນ, ຍີງ 230 ຄົນ ສອບເສັງຈົບ 100%, ສົກປີ 2015-2016 ສໍາເລັດ 19 ບ້ານ, ມີຜູ້ເຂົ້າທັງໝົດ 475 ຄົນ, ຍີງ 237 ຄົນ ລວມທັງສາມສົກຮຽນມີຜູ້ສອບເສັງ ຈົບຊັ້ນບຳລຸງມັດທະຍົມຕົ້ນປະຊາຊົນ ທັງໝົດ 1.183 ຄົນ, ຍີງ 593 ຄົນ ຖ້າທຽບໃສ່ກຸ່ມເປົ້າໝາຍ ປະຕິບັດໄດ້ 100%.
ພິທີດັ່ງກ່າວໄດ້ມອບໃບຢັ້ງຢືນໃຫ້ເມືອງ, ບ້ານ ພ້ອມມອບໃບຍ້ອງຍໍຈາກກະຊວງສຶກສາທິການ-ກິລາ, ຂັ້ນແຂວງ, ຂັ້ນເມືອງໃຫ້ກົມກອງ ຫ້ອງການ ແລະ ບຸກຄົນທີ່ມີຜົນງານປະກອບສ່ວນເຂົ້າຮ່ວມວຽກງານຂະບວນການຮຽນ-ການສອນບຳລູງຍົກລະດັບຊັ້ນມັດທະຍົມຕອນຕົ້ນ ຕື່ມອີກ.

Editor:  ນັກຂ່າວເມືອງວຽງທອງ


  • Click to enlarge image 2018-02-20_15-20-11.jpg
  • Click to enlarge image 2018-02-20_15-20-37.jpg
  • Click to enlarge image 2018-02-20_15-20-54.jpg
  • Click to enlarge image 2018-02-20_15-21-16.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top