ໃນວັນທີ 8 ກຸມພາ 2018 ຜ່ານມານິ້ ຢູ່ທີ່ໂຮງຮຽນ ມສ ວຽງທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ເປີດພິທີສອບເສັງນັກຮຽນເກັ່ງຂັ້ນເມືອງ ມີຊັ້ນປະຖົມ ປໍ5, ມ4 ແລະ ມ7 ເປັນກຽດເຂົ້າຮ່ວມຂອງ ທ່ານ ອາຈານ ສົມຫວັງ ວິໄລວັນ ກໍາມະການພັກເມືອງ, ຫົວໜ້າຫ້ອງການສືກສາທິການ-ກິລາເມືອງ, ມີບັນດາອຳນວຍການ, ອາຈານ ແລະ ນ້ອງນັກຮຽນທີ່ຂັດມາຈາກ ໂຮງຮຽນພາຍໃນເມືອງ.
ທ່ານ ວາວື່ ໄຊຊື່ວື່ ຫົວໜ້າໜ່ວຍງານສາມັນ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ເລກທີ 015 ລົງວັນທີ ກຸມພາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບບັ້ນສອບເສັງນັກຮຽນເກັ່ງຂັ້ນເມືອງ ແລະ ຜ່ານກົດລະບຽບຕ່າງໆ ກ່ຽວກັບການດຳເນີນສອບເສັງນັກຮຽນເກັ່ງ ໃຫ້ນ້ອງນັກຮຽນໄດ້ຮັບຮູ້ ເພື່ອໃຫ້ໄດ້ຮັບຜົນດີ. ທົ່ວເມືອງວຽງທອງມີໂຮງຮຽນປະຖົມ 8 ເຂດ ມີນັກຮຽນທີ່ຂັດມາ ທັງໝົດ 24 ຄົນ, ຍີງ 12 ຄົນ, ມີ 3 ວິຊາຄື: ພາສາລາວ, ຄະນິດສາດ, ໂລກອອ້ມຕົວ, ມໍຕົ້ນມີໂຮງຮຽນ 6 ແຫ່ງ ມີນັກຮຽນທີ່ຂັດມາຈາກໂຮງຮຽນຕ່າງໆ ທັງໝົດ 24 ຄົນ, ຍີງ 8 ຄົນ, ມໍປາຍມີໂຮງຮຽນ 2 ແຫ່ງ ມີນັກຮຽນທີ່ຂັດມາສອບເສັງ 8 ຄົນ, ຍີງ 0 ໃນນັ້ນ ສອບເສັງວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟິຊິກສາດ, ແລະ ເຄມີສາດ.
ຜົນການສອບເສັ່ງຊັ້ນ ປໍ5, ວີຊາພາສາລາວ ໄດ້ທີ 1 ຄື: ທ້າວ ລີກ້ອງ ວື່, ມາຈາກໂຮງຮຽນປະຖົມນໍ້າກູ້, ຄະນິດສາດ ແມ່ນ ນາງ ເມັດມະນີ ມາຈາກໂຮງຮຽນປະຖົມເມືອງມ່ວນ, ໂລກອອ້ມຕົວແມ່ນ ທ້າວ ໄມຄຳ ມາຈາກໂຮງຮຽນປະຖົມເມືອງມວ່ນ. ຊັ້ນມໍ 4 ຜົນການສອບເສັ່ງວິຊາພາສາລາວ-ວັນນະຄະດີໄດ້ທີ 1 ນາງ ກຸ່ງ ມາຈາກໂຮງຮຽນ ມໍຕົ້ນນໍ້າກ້າງ, ຄະນິດສາດ ແມ່ນ ທ້າວ ໄອຊົ່ງ ມໍຕົ້ນນໍ້າກ້າງ, ຟີຊິກສາດ ແມ່ນ ທ້າວ ໄມແກ້ວຢ່າງ ມາຈາກ ມສ ວຽງທອງ. ຊັ້ນ ມໍ7 ວິຊາ ພາສາລາວ-ວັນນະຄະດີແມ່ນ ທ້າວ ສົມຫວັງ ມາຈາກ ມສ ຈອມທອງ, ຄະນິດສາດແມ່ນ ທ້າວ ເພ້ຍ ທ່າວ, ຈາກ ມສ ວຽງທອງ, ແລະ ວິຊາເຄມີສາດແມ່ນ ທ້າວ ບຸນແສງຊົ່ງ ຈາກ ມສ ວຽງທອງ.
ຄູ, ອາຈານໄດ້ມອບຂອງຂວັນເປັນປຶ້ມຂຽນ, ບິກ, ສໍ ແລະ ໄມ້ບັນທັດ ແລະ ເງີນຈຳນວນໜື່ງໃຫ້ນ້ອງນັກຮຽນຄື: ລາງວັນທີ 1 ແມ່ນໄດ້ເງີນສົດ 3 ແສນກີບ ລາງວັນທີ 2 ແມ່ນໄດ້ຮັບເງີນ 2 ແສນກີບ, ແລະ ລາງວັນທີ 3 ແມ່ນໄດ້ຮັບເງີນ 1 ແສນກີບ. ຕອນທ້າຍຍັງໄດ້ຮັບຟັງທິດຊິ້ນໍາຈາກ ທ່ານ ອາຈານ ສົມຫວັງ ວິໄລວັນຕື່ມອີກ.
Editor: ເມືອງວຽງທອງ