ໃນວັນທີ 27 ມັງກອນ 2018 ຜ່ານມາ ຢູ່ທີເດີນໂຮງຮຽນປະຖົມສົມບູນບ້ານວຽງໄຊ-ນາຫຼວງ ຫຼັງໃໝ່ ໄດ້ຈັດພີທີມອບ-ຮັບອາຄານຮຽນຫຼັງໃໝ່ ຂື້ນໂດຍການເປັນປະທານຂອງ ທ່ານ ຄຳມີ ສີສະຫວັດ ກຳມະການພັກເມືອງ, ຫົວໜ້າຫ້ອງວ່າການປົກຄອງເມືອງວັງວຽງ, ມີທ່ານ ບຸນ ປາລະມີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີ ທ່ານ ເຄັນເຮ້ (ken Hayes ),ທ່ານ ພັນເອກ ລີພອນ ດວງພອນໄຊ, ພ້ອມນີ້ຍັງມີຫົວໜ້າອໍານວຍການໂຮງຮຽນ, ຄູ-ອາຈານ, ນາຍບ້ານ,ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.
ທ່ານ ສີສົງຄາມ ສຸກກະເສີມ ນາຍບ້ານໆວຽງໄຊ-ນາຫຼວງ ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໂຮງຮຽນປະຖົມຫຼັງໃໝ່ວ່າໂຮງຮຽນດັ່ງກ່າວໄດ້ລົງມືກໍ່ສ້າງໃນວັນທີ 10 ພຶດສະພາ 2014 ເຖີງວັນທີ 30 ທັນວາ 2017 ຈຶ່ງສໍາເລັດ.ໂຮງຮຽນປະຖົມສົມບຸນບ້ານວຽງໄຊ-ນາຫຼວງ ຫຼັງໃໝ່ເປັນອາຄານ ຊັ້ນດຽວ ມີ 9 ຫ້ອງ. ໃນນັ້ນໄດ້ແບ່ງເປັນຫ້ອງຮຽນ 8 ຫ້ອງ, ຫ້ອງການໂຮງຮຽນ 1 ຫ້ອງ , ເຊີງມີຄວາມຍາວ 9 x 72 ແມັດ. ພາຍໃນຫ້ອງຮຽນຕິດຕັ້ງລະບົບໄຟຟ້າ, ພັດລົມຄົບຊຸດ ແລະ ມີຫ້ອງນ້ຳ 3 ຫ້ອງ, ມີຮົ້ວອ້ອມໂຮງຮຽນລວມມູນຄາການກໍ່ສ້າງທັງໝົດ 772 ລ້ານກວ່າກີບ .ໂດຍໄດ້ຮັບທືນສົມທົບການກໍ່ສ້າງຈາກປະຊາຊົນບັນດາເຜົ່າພາຍໃນບ້ານ 14,645 ໂດລາ ແລະ ຍັງໄດ້ຮັບທືນສົມທົບຈາກຄອບຄົວຂອງ ທ່ານ ເຄັນ ເຮ້ ( ken Hayes )+ນາງ ແຈ໋ກກີ ເຮ້ (Jackie Hayes ) ຈໍານວນເງິນ 80,000 ໂດລາສະຫາລັດ .
ທ່ານ ເຄັນ ເຮ້ ໄດ້ຂຶ້ນກ່າວມອບອາຄານໂຮງຮຽນຫຼັງໃໝ່ ພ້ອມກະແຈໃຫ້ແກ່ບ້ານວຽງໄຊ-ນາຫຼວງ ໂດຍຕ່າງໜ້າຂຶ້ນກ່າວຮັບໂດຍ ທ່ານ ນາຍບ້ານ ພ້ອມ ທ່ານນາງ ຈັນດາ ເພັງພຸດທະວົງ ຫົວໜ້າອໍານວຍການໂຮງຮຽນປະຖົມສົມບຸນບ້ານວຽງໄຊ-ນາຫຼວງ. ເພື່ອເປັນການຕອບບຸນແທນຄຸນບັນດາທ່ານໃນການປະກອບສ່ວນສົມທົບການປຸກສ້າງໂຮງຮຽນຫຼັງໃໝ່ນີ້ທາງອຳນາດການປົກຄອງບ້ານວຽງໄຊ-ນາຫຼວງ ຈຶ່ງໄດ້ມອບໃບຍ້ອງຍໍໃຫ້ແກ້ບັນດາທ່ານ.ໃຫ້ກຽດຂຶ້ນມອບໂດຍ ທ່ານ ຄຳມີ ສີສະຫວັດ ກຳມະການພັກເມືອງ, ຫົວໜ້າຫ້ອງວ່າການປົກຄອງເມືອງວັງວຽງ. ພ້ອມທັງໂອລົມຕໍ່ພິທີ
ໃນຕອນທ້າຍພິທີບັນດາຄະນະປະທານຍັງໃຫ້ກຽດຕັດແຖບຜ້າເປີດໂຮງຮຽນປະຖົມສົມບຸນບ້ານວຽງໄຊ-ນາຫຼວງຢ່າງເປັນທາງການ. ພ້ອມຮັບຊົມສີນລະປະການສະແດງຈາກນ້ອງນ້ອຍນັກຮຽນປະຖົມສົມບຸນບ້ານວຽງໄຊ-ນາຫຼວງ ຕື່ມອີກ
ທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ