Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ອາດີດ ປະທານປະເທດແຫ່ງ ສປປ ລາວ ລົງຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ເມືອງວັງວຽງ, ແຂວງວຽງຈັນ.

Details
Category: Education
Hits: 890

ໃນທ້າຍອາທິດ ຜ່ານມານີ້, ທ່ານ ຈູມມະລີ ໄຊຍະສອນ ອາດີດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອາດີດປະທານປະເທດ ແຫ່ງ ສປປ ລາວ, ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງວັງວຽງ ແຂວງວັຽງຈັນ ການລົງຢ້ຽມຢາມຄັ້ງນີ້ ໂດຍເປັນກຽດຕ້ອນຮັບຂອງ ທ່ານ ວິດົງ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະໃນໂອກາດລົງຢ້ຽມຢາມໃນເທື່ອນີ້ ແມ່ນໄດ້ສະແດງຄວາມເປັນຫ່ວງເປັນໄຍໃນການຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ່າງສາພັດທະນາປະເທດຊາດ ເວົ້າສະເພາະກໍ່ແມ່ນການສ້າງສາພັດທະນາເສດຖະກິດສັງຄົມຂອງແຂວງວຽງຈັນ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື້ອງ

ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວັງວຽງ ໄດ້ຂື້ນລາຍງານສະພາບລວມໂດຍຫຍໍ້ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ຂອງເມືອງ ວັງວຽງ ໃນປີ 2017 ຊຶ່ງເປັນປີທີ 3 ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 6 ຂອງຄະນະພັກເມືອງ ກໍຄືແຜນການ 5 ປີຄັ້ງທີ 2 (2014 – 2019) ຂອງເມືອງວັງວຽງ ແລະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກແຂວງວຽງຈັນ ສະພາບເສດຖະກິດຂອງເມືອງວັງວຽງຍັງສືບຕໍ່ຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະ ຮັກສາອັດຕາການເຕີບໂຕຂອງເສດຖະກິດໄດ້ຢ່າງຕໍ່ເນື່ອງລວມລາຍຮັບຂອງເມືອງປະຕິບັດໄດ້ 1,255,59 ຕື້ກວ່າກີບ ລື່ນແຜນ 4,5% ສະເລ່ຍລາຍຮັບຕໍ່ຄົນຕໍ່ປີ ໄດ້ 2,527 ໂດລາ ສະເລ່ຍເຂົ້າກິນໄດ້ 439,5 ກິໂລ ຕໍ່ ຄົນ ຕໍ່ ປີ, ລວມຍອດການຈັດເກັບລາຍຮັບງົບປະມານບັນລຸໄດ້ 9 ຕື້ 424 ລ້ານ ກ່ວາກີບ, ລວມຍອດລາຍຈ່າຍປະຕິບັດໄດ້ 12 ຕື້ 574 ລ້ານກວ່າກີບ ອັນພົ້ນເດັ່ນໃນປີ 2017 ເມືອງວັງວຽງ ໄດ້ມີບັນດາໂຄງການ, ກິດຈະການກໍ່ສ້າງໃຫຍ່ໆໄດ້ມີການຈັດຕັ້ງປະຕິບັດ ແລະ ດຳເນີນການສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາ ເປັນຕົ້ນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ລາວ - ຈີນ, ໂຄງການກໍ່ສ້າງທາງດ່ວນ ວຽງຈັນ - ວັງວຽງ, ໂຄງການສຶກສາສຳຫຼວດຄວາມເປັນໄປໄດ້ຂອງໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນສະໜາມບິນເກົ່າ, ການສຶກສາສຳຫຼວດຄວາມເປັນໄປໄດ້ຂອງການພັດທະນາແຫຼ່ງທ່ອງທ່ຽວຄົບ ວົງຈອນ ຟາກນໍ້າຊອງ ເບື້ອງຕາເວັນຕົກ, ໂຄງການສຶກສາສຳຫຼວດອອກແບບກໍ່ສ້າງຕ້ານເຈື່ອນ ແລະ ທາງຍ່າງແຄມນໍ້າຊອງ ແລະ ບັນດາໂຄງການອື່ນໆທີ່ສຳຄັນຕື່ມອີກ

ໃນໂອກາດດັ່ງກ່າວນີ້ ທ່ານ ອາດີດປະທານປະເທດແຫ່ງ ສປປ ລາວ ຍັງໄດ້ລົງຢ້ຽມຢາມ ສູນກະສິກຳ ບ້ານປາກເປາະ, ໂຄງກາຍກໍ່ສ້າງເສັ້ນມາງລົດໄຟຄວາມໄວສູງ ຈຸດທີ່ຜ່ານ ເມືອງວັງວຽງ, ຢ້ຽມຢາມ ກອງພັນ 13 ກອງນັກຮົບວິລະຊົນ ພູກູດ, ເຊິ່ງໄດ້ນໍາເອົາເຄື່ງອຸປະໂພກ ແລະ ບໍລິໂພກຈຳນວນໜຶ່ງ ໄປມອບອວຍ ແລະ ພອນເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 69 ປີ, ທີ່ຈະໄຫມູນວຽນມາຄົບຮອບໃນມໍ່ໆນີ້

ແຫລ່ງຂ່າວ ຖວທ ເມືອງວັງວຽງ

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02new.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top