ໃນວັນທີ 09 ມັງກອນ ຜ່ານມານີ້; ທ່ານ ພຸດສະໄຫວ ຈັນທະຈັກ ເຈົ້າຂອງຮ້ານກິນດື່ມຟ້າໃສ ແລະ ທ່ານ ຄໍາໃສ ໄຊປັນຍາ ໄດ້ພ້ອມກັນນໍາເອົາຊີມັງ ຈໍານວນ 1 ໂຕນ, ຄິດເປັນເງີນຈໍານວນ 650.000 ກີບ. ນໍາໄປມອບໃຫ້ແກ່ໂຮງຮຽນມັດທະຍົມຕົ້ນດົງເຫັນ ເມືອງອາດສະພັງທອງ, ແຂວງສະຫວັນນະເຂດ. ກ່າວຮັບໂດຍແມ່ນ ທ່ານນາງ ລໍາມະທຸ ກິ່ງອັກສອນ ຜູ້ອໍານວຍການໂຮງຮຽນມັດທະຍົມຕົ້ນດົງເຫັນ ພ້ອມດ້ວຍຄະນະ ແລະ ນ້ອງນັກຮຽນພາຍໃນໂຮງຮຽນມັດທະຍົມຕົ້ນດົງເຫັນ ເຂົ້າຮ່ວມເປັນສັກຂີພິຍານ.
ທັງນີ້ ກໍ່ເພື່ອເປັນການປະກອບສ່ວນທຶນຮອນ ຫລື ວັດຖຸ ເຂົ້າໃນການກໍ່ສ້າງໂຮງຮຽນມັດທະຍົມຕົ້ນ ດົງເຫັນ ທີ່ຍັງບໍ່ທັນສ້າງສໍາເລັດ ເພື່ອໃຫ້ສໍາເລັດຮ້ອຍສ່ວນຮ້ອຍ ໄປຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງຄະນະພັກຄັ້ງທີ VII ຂອງເມືອງອາດສະພັງທອງ ແຂວງສະຫວັນນະເຂດ ວາງອອກໃຫ້ປະກົດຜົນເປັນຈິ່ງ ແລະ ທັງເປັນການແຂ່ງຂັນກັນສ້າງຜົນງານປະດັບເອ້ ໃຫ້ແກ່ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ເປັນຕົ້ນກໍ່ແມ່ນ ວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ທີ່ໄດ້ໝູນວຽນມາຄົບຮອບ 69 ປີ. ໃນວັນທີ 20 ມັງກອນ 2018 ນີ້; ໃຫ້ເຕັມໄປດ້ວຍຜົນງານທີ່ຍິ່ງໃຫ່ຍກວ່າຄັ້ງທີ່ຜ່ານມາ.
ໃນໂອກາດດັ່ງກ່າວ ທາງໂຮງຮຽນມັດທະຍົມຕົ້ນດົງເຫັນ ກໍ່ໄດ້ຈັດພິທີມອບຂອງຂວັນໃຫ້ແກ່ນ້ອງນັກຮຽນທີ່ຮຽນດີ, ຮຽນເກັ່ງ, ເພື່ອເປັນແບບຢ່າງເປັນແຮງຈູງໃຈໃຫ້ແກ່ນ້ອງນັກຮຽນຫຼາຍໆຄົນທີ່ເປັນແບບຢ່າງ.
Editor: ນັກຂ່າວເມືອງອາດສະພັງທອງ