Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ງານສະເຫລີມສະຫລອງວັດທະນະທໍາ ຄັ້ງທີ 4 ຂອງໂຮງຮຽນນານາຊາດ ອິດສະເຕີນສະຕາຣ ປີນີ້ແມ່ນໄດ້ຮັບຄວາມສົນໃຈຈາກມວນຊົນ...

Details
Category: Education
Hits: 720

ເພື່ອເປັນການສຶບຕໍ່ ແລະ ຈັດຕັ້ງປະຕິບັດໃຫ້ສອດຄ່ອງໄປຕາມແຜນນະໂຍບາຍ ແລະ ແນວທາງວຽກງານການສຶກສາ ຈາມທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ວາງອອກ ໂດຍສະເພາະ ວຽກງານການສຶກສາ ໄປຕາມ 5 ຫລັກມູນການສຶກສາ, ຄື: ປັນຍາສຶກສາ, ຄຸນສົມບັດສຶກສາ, ແຮງງານສຶກສາ, ພາລະສຶກສາ ແລະ ສິລະປະສຶກສາ. ພ້ອມກັນນັ້ນ ຍັງເປັນການສ້າງຂະບວນການສອນດີ-ຮຽນເກັ່ງ ໃຫ້ໄດ້ຕາມເປົ້າຫມາຍ, ດັ່ງນັ້ນ ໃນວັນທີ 13 ມັງກອນ 2018 ນີ້, ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫລວງວຽງຈັນ ໂຮງຮຽນນານາຊາດ ອີດສະເຕີນສະຕາຣ ໄດ້ຈັດງານວັດທະນະທໍາ ຂື້ນ ຢ່າງເປັນທາງການ ເຊີ່ງປີນີ້ ເປັນເປັນຄັ້ງທີ 4 ແລະ ພາຍໃນງານດັ່ງກ່າວ ມີບັນດາຄະນະອໍານວຍການ, ຄູອາຈານ, ບັນດາແຂກກິຕິມາສັກ ທີ່ສໍາຄັນ ຈາກກະຊວງການຕ່າງປະເທດ, ຈາກກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທູຕານຸທູດ, ບັນດາຜູ້ປົກຄອງ ແລະ ນ້ອງນ້ອຍນັກຮຽນພາຍໃນໂຮງຮຽນ ເຂົ້າຮ່ວມ ຢ່າງພ້ອມພຽງ.

ງານສະເຫລີມສະຫລອງວັດທະນະທໍາ ຄັ້ງນີ້ ແມ່ນໄດ້ຮັບການສະຫນັບສະຫນູນຈາກ ກະຊວງສຶກສາທິການ ແລະ ກິລາ, ແລະ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍສະຖານທູດປະເທດຕ່າງໆ ປະຈໍານະຄອນຫລວງວຽງຈັນ ເຊີ່ງຈັດຂື້ນເພື່ອສະແດງໃຫ້ເຫັນເຖິງຄວາມຫລາກຫລາຍທາງວັດທະນະທໍາຂອງນານາປະເທດ ໂດຍສະເພາະວັດທະນະທໍາທາງດ້ານພາສາ, ວັດທະນະທໍາການນຸ່ງຖື, ອາຫານການກິນ ແລະ ວັດທະນະທໍາ-ຮິດຄອງປະເພນີອັນດີງາມ ຂອງແຕ່ລະປະເທດ. ທີ່ມີຄວາມແຕກຕ່າງກັນ ໃນຫລາຍທະວີບ ທົ່ວໂລກ. ທ່ານ ອາຈານ ປະເສີດ ໄຊຍະມົງຄົນ ຄະນະອໍານວຍການ ໂຮງຮຽນນານາຊາດ ອິດສະເຕີນສະຕາຣ ໄດ້ກ່າວວ່າ: ຈຸດປະສົງໃນການຈັດງານສະເຫລີມສະຫລອງ ວັດທະນະທໍາ ແມ່ນເພື່ອສະແດງໃຫ້ເຫັນວັດທະນະທໍາອັນດີງາມຂອງແຕ່ລະປະເທດ ແລະ ເຂົ້າຮ່ວມພາຍໃນງານ ຄັ້ງນີ້ ມີຈໍານວນ 28 ປະເທດ.

ທີ່ມາສະແດງໃຫ້ເຫັນທາງດ້ານວັດທະນະທໍາການນຸ່ງຖື, ພາສາ, ອາຫານການກິນ ແລະ ວັດທະນະທໍາທາງຮິດຄອງປະເພນີ ຂອງແຕ່ລະປະເທດ, ແລະ ການຈັດງານໃນປີ 2018 ນີ້ ແມ່ນເປັນ ຄັ້ງທີ 4 ເຊີ່ງຜ່ານມາແມ່ນໄດ້ຈັດໄປແລ້ວ 3 ຄັ້ງ ເຊີ່ງເລີ່ມມາແຕ່ປີ 2014 ທັງ 3 ຄັ້ງຜ່ານມາ ແມ່ນໄດ້ຈັດທີ່ໂຮງຮຽນ, ສ່ວນຄັ້ງນີ້ ແມ່ນໄດ້ມາຈັດຢູ່ນອກສະຖານທີ່ ແລະ ເປັນການເປີດກວ້າງ ເນື່ອງຈາກປີ 2018 ເປັນປີທ່ອງທ່ຽວລາວ. ພາຍໃນງານ ນອກຈາກມີການສະແດງສິລະປະ-ວັນນະຄະດີ, ການຟ້ອນ ຂອງນ້ອງໆນັກຮຽນ ຍັງມີການວາງສະແດງບູດອາຫານ ຂອງປະແຕ່ລະປະເທດ ເພື່ອສື່ໃຫ້ເຫັນວັດທະນະທໍາທາງດ້ານອາຫານການກິນ ຂອງແຕ່ລະປະເທດ. ສໍາລັບການຈັດງານ ໃນ 3 ຄັ້ງຜ່ານມາ ລວມທັງ ຄັ້ງທີ 4 ນີ້ ເຫັນວ່າ ໄດ້ຮັບການຕອບຮັບເປັນຢ່າງດີ ມີມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມເປັນຈໍານວນຫລວງຫລາຍ.

ທ່ານ ອາຈານ ປະເສດ ໄຊຍະມົງຄົນ ກ່າວຕື່ມວ່າ: ນອກຈາກກິດຈະການທາງດ້ານວັດທະນະທໍາແລ້ວ ທາງໂຮງຮຽນນານາຊາດ ອິດສະເຕີນສະຕາຣ ຍັງປະກອບດ້ວຍຫລາຍກິດຈະກໍາທີ່ສໍາຄັນ ຫມົນວຽນ ຕະຫລອດປີ, ເຊັ່ນ: ງານວາງສະແດງວິທະຍາສາດ, ງານແຂ່ງຂັນກິລາ, ການແຂ່ງຂັນເລກຄະນິດໂອແລມປ້ຽນ. ນອກຈາກນີ້, ໂຮງຮຽນ ຍັງໄດ້ນໍາພານັກຮຽນ ເຂົ້າຮ່ວມແຂ່ງຂັນ ທີ່ຕ່າງປະເທດ ໃນຫລາຍໂຄງການ ຈົນສາມາດຍາດໄດ້ຫລຽນໄຊ ມາສູ່ປະເທດລາວ ເຊີ່ງເປັນການສ້າງສື່ສຽງ ແລະ ພາບພົດ ທາງດ້ານການສຶກສາ ແກ່ປະເທດຊາດອີກດ້ວຍ.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02new.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  • Click to enlarge image 07.jpg
  • Click to enlarge image 08.jpg
  • Click to enlarge image 09.jpg
  • Click to enlarge image 10.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top