Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເປີດຂື້ນແລ້ວ ການແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ ນັກຮຽນມັດທະຍົມສຶກສາທົ່ວເມືອງຫີນເຫີບ ຄັ້ງທີ 5

Details
Category: Education
Hits: 731

ເພື່ອປະຕິບັດຕາມ 3 ລັກສະນະ 5 ຫຼັກມູນການສຶກສາ, ແຜນພັດທະນາວຽກງານກິລາ – ກາຍະກຳ ແລະ ວຽກງານສິນລະປະ – ວັນນະຄະດີ ຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ແຕ່ນີ້ຮອດ ປີ 2020. ພິທີເປີດການແຂ່ງຂັນກິລາ ແລະ ສິລະປະ – ວັນນະຄະດີ ນັກຮຽນມັດທະຍົມສຶກສາ ຄັ້ງທີ 5 ທົ່ວເມືອງຫີນເຫີບ, ແຂວງວຽງຈັນ ໄດ້ໄຂຂື້ນ ທ່າມກາງບັນຍາກາດເບີກບານມ່ວນຊື່ນ ໂດຍກິດຈະກຳມີການເດີນສວນສະໜາມຂອງນ້ອງໆນັກຮຽນຈາກ 7 ໂຮງຮຽນ ແລະ ກຳມະການຕັດສິນ, ໂດຍການເປັນປະທານຂອງ ທ່ານ ຄໍາສອນ ຈັນທະລັງສີ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫີນເຫີບ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາຫຼ້າ ບຸນຍະສິນ ຄະນະປະຈໍາພັກເມືອງ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງຫີນເຫີບ, ມີຮອງຫົວໜ້າຫ້ອງການກິລາເມືອງ, ແຂກຖືກເຊີນ, ຄູອາຈານ ແລະ ນ້ອງໆນັກຮຽນທົ່ວເມືອງຫີນເຫີບເຂົ້າຮ່ວມ.

ທ່ານ ຄຳສອນ ຈັນທະລັງສີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຫີນເຫີບ ໄດ້ຂື້ນກ່າວລາຍງານການກະກຽມການຈັດການແຂ່ງຂັນໃນຄັ້ງນີ້ວ່າ : ການແຂ່ງຂັນກິລາ ແລະ ສິນລະປະ – ວັນນະຄະດີ ນັກຮຽນມັດທະຍົມສຶກສາທົ່ວເມືອງຫີນເຫີບໃນຄັ້ງນີ້ ເພື່ອເປັນສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ໃຫ້ມີຂະບວນຟົດຟື້ນມ່ວນຊື່ນ, ທັງເປັນການຄັດເລືອກນັກກິລາ ແລະ ນັກສິນລະປະຜູ້ມີພອນສະຫວັນດີເດັ່ນ ເປັນຕົວແທນໃຫ້ແກ່ເມືອງເຂົ້າຮ່ວມການແຂ່ງຂັນລະດັບແຂວງ ແລະ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນພາຍໃນເມືອງ. ການແຂ່ງຂັນກິລາ ແລະ ສິນລະປະ – ວັນນະຄະດີ ນັກຮຽນມັດທະຍົມສຶກສາທົ່ວເມືອງຫີນເຫີບ ໃນຄັ້ງນີ້ມີທັງໝົດ 7 ໂຮງຮຽນທົ່ວເມືອງເຂົ້າຮ່ວມ ຄື: ມສ ຫີນເຫີບ, ມສ ຄອນແກ້ວ, ມສ ນາຊໍາ, ມຕ ວຽງຄຳ, ມຕ ປ່ອງຊ່ອງ, ມຕ ວັງຄີ, ມຕ ສົມສະນຸກ ແລະ ມຕ ຜາບ່ອງ. ເຊິ່ງການແຂ່ງຂັນກິລາມີທັງໝົດ 5 ປະເພດ ຄື: ກິລາບານເຕະຊາຍ, ບານສົ່ງຍິງ-ຊາຍ, ກະຕໍ້ຊາຍ, ເປຕັງຍິງ-ຊາຍ ແລະ ກິລາແລ່ນ ໂດຍການແຂ່ງຂັນແຕ່ລະປະເພດແບ່ງເປັນ 2 ລຸ້ນ ຄື ມຕົ້ນ ແລະ ມປາຍ ສຳລັບຂອງຂວັນລາງວັນໃນຄັ້ງນີ້ – ກິລາບານເຕະ ຊະນະເລີດຈະໄດ້ຮັບຂັນລາງວັນ 1 ໜ່ວຍ ແລະ ເງິນລາງວັນ 600,000 ກີບ, ຮອງຊະນະເລີດ 500,000 ກີບ, ແລະ ອັນດັບ3 400,000 ກີບ.

ບານສົ່ງ ຊະນະເລີດຈະໄດ້ຮັບຂັນ 1 ໜ່ວຍ ແລະ ເງິນ 300,000 ກີບ, ຮອງຊະນະເລີດ 400,000 ກີບ ແລະ ອັນດັບ3 300,000 ກີບ – ກະຕໍ້ ຊະນະເລີດ ໄດ້ຮັບຂັນ ແລະ ເງິນລາງວັນ 400,000 ກີບ, ຮອງຊະນະເລີດ 300,000 ກີບ, ອັນດັບ3 200,000 ກີບ. ເປຕັງ ຊະນະເລີດໄດ້ຮັບຂັນ ແລະ ເງິນລາງວັນ 400,000 ກີບ, ຮອງຊະນະເລີດ 300,000 ກີບ, ອັນດັບ3 200,000 ກີບ ກິລາແລ່ນ ຊະນະເລີດໄດ້ຮັບເງິນລາງວັນ 300,000 ກີບ, ຮອງຊະນະເລີດ 200,000 ກີບ ແລະ ອັນດັບ3 100,000 ກີບ.

ສຳລັບການປະກວດການແຂ່ງຂັນສິນລະປະ – ວັນນະຄະດີ ມີ 2 ປະເພດຄື : ບົດເພງ ແລະ ບົດຟ້ອນ ບົດຟ້ອນ ຊະນະເລີດຈະໄດ້ຮັບເງິນລາງວັນ 500,000 ກີບ, ຮອງຊະນະເລີດ 400,000 ກີບ, ອັນດັບທີ3 ເງິນລາງວັນ 300,000 ກີບ ; ບົດເພງ ຊະນະເລີດ 300,000 ກີບ, ຮອງຊະນະເລີດ 200,000 ແລະ ອັນດັບ3 ແມ່ນ 100,000 ກີບ; ກິດຈະກຳໃນຄັ້ງນີ້ແມ່ນຈະດຳເນີນໄປເປັນເວລາ 5 ວັນຈື່ງຈະອັດລົງ.

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 02new.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  • Click to enlarge image 07.jpg
  • Click to enlarge image 08.jpg
  • Click to enlarge image 09.jpg
  • Click to enlarge image 10.jpg
  • Click to enlarge image 11.jpg
  • Click to enlarge image 12.jpg
  • Click to enlarge image 13.jpg
  • Click to enlarge image 14.jpg
  • Click to enlarge image 15.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top