Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ນັກຮຽນຜູ້ທຸກຍາກ-ດ້ອຍໂອກາດ ໃນລະດັບປະຖົມ ແລະ ມັດທະຍົມຕົ້ນ ຈະໄດ້ຮັບເງິນເບ້ຍລ້ຽງລາຍເດືອນ

Details
Category: Education
Hits: 868

ອີງຕາມດໍາລັດ ວ່າດ້ວຍເບ້ຍລ້ຽງນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ໃນສາຍສາມັນສຶກສາ, ເລກທີ 385/ລບ ນະຄອນຫຼວງວຽງຈັນ, ລົງວັນທີ 15 ທັນວາ 2017 ໃຫ້ຮູ້ວ່າ: ດໍາລັດ ວ່າດ້ວຍເບ້ຍລ້ຽງນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ໃນສາຍສາມັນສຶກສາ ແມ່ນອີງຕາມກົດ ໝາຍ ວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 8 ພະຈິກ 2016, ກົດໝາຍ ວ່າດ້ວຍການສຶກສາ ສະບັບເລກທີ 62/ສພຊ, ລົງວັນທີ 16 ກໍລະກົດ 2015, ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ສະບັບເລກທີ 71/ສພຊ, ລົງວັນທີ 16 ທັນວາ 2015 ແລະ ອີງຕາມໜັງສືສະເໜີ ສະບັບເລກທີ 7304/ສສກ, ລົງວັນທີ 13 ພະຈິກ 2017 ຂອງກະຊວງສຶກສາທິການ ແລະ ກີລາ. ໃນນັ້ນ, ລັດຖະບານ ອອກດໍາລັດດັ່ງກ່າວ, ເຊິ່ງປະກອບມີ 6 ໝວດ ແລະ 21 ມາດຕາ ໂດຍມີຈຸດປະສົງ ເພື່ອກໍານົດຫຼັກການ ແລະ ລະບຽບການກ່ຽວກັບການສະໜອງເບ້ຍລ້ຽງ ໃຫ້ແກ່ນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດໃນສາຍສາມັນສຶກສາ ເພື່ອໃຫ້ນັກຮຽນ ໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມກັນ ແນໃສ່ປະຕິບັດນະໂຍບາຍການສຶກສາພາກບັງຄັບຂອງລັດຖະບານ.

ສໍາລັບນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ແມ່ນນັກຮຽນທີ່ມາຈາກຄອບຄົວທຸກຍາກ, ຂາດເຂີນ, ກໍາພ້າ, ກໍາພອຍ, ຂາດທີ່ເພິ່ງພາອາໄສ, ນັກຮຽນທີ່ຢູ່ເຂດຫ່າງໄດສອກຫຼີກ, ຜູ້ພິການ, ນັກຮຽນຍິງ, ຊົນເຜົ່າ, ຜູ້ມີພອນສະຫວັນ ແລະ ຜູ້ຮຽນເກັ່ງ ສະເພາະຫຼັກການກ່ຽວກັບການສະໜອງເບ້ຍລ້ຽງ ໃຫ້ນັກຮຽນ ຕ້ອງປະຕິບັດຕາມຫຼັກການ ຄື: ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາການສຶກສາ, ປະຕິບັດຕາມຂັ້ນຕອນ ແລະ ລະບຽບການກ່ຽວກັບການຄັດເລືອກນັກຮຽນ ທີ່ຈະໄດ້ຮັບເບ້ຍລ້ຽງ ແລະ ສະເໝີພາບ, ຍຸຕິທໍາ, ເປີດເຜີຍ, ໂປ່ງໃສ່ ສາມາດກວດສອບໄດ້.

ສ່ວນນະໂຍບາຍຂອງ ກ່ຽວກັບການຊ່ວຍເຫຼືອນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ, ເຊິ່ງລັດຖະບານ ໄດ້ຊຸກຍູ້, ສົ່ງເສີມ ໃຫ້ບຸກຄົນ, ນິຕິບັກຄົນ, ຊຸມຊົນ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ປະກອບສ່ວນ ແລະ ມີສ່ວນຮ່ວມເຂົ້າໃນການຊ່ວຍເຫຼືອນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດໃນບ້ານ, ເມືອງ ທີ່ທຸກຍາກທີ່ສຸດ ແລະ ເຂດຈຸດສຸມ ຂອງລັດຖະບານ ເພື່ອໃຫ້ສາມາດເຂົ້າເຖິງການສຶກສາ ຢ່າງທົ່ວເຖິງ. ສໍາລັບເປົ້າໝາຍຜູ້ທີ່ໄດ້ຮັບເບ້ຍລ້ຽງ ແມ່ນນັກຮຽນຜູ້ທຸກຍາກ ແລະ ນັກຮຽນຜູ້ດ້ອຍໂອກາດ ໃນຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາຕອນຕົ້ນຂອງລັດ ໃນບ້ານ, ເມືອງ ທີ່ທຸກຍາກທີ່ສຸດ ແລະ ເຂດຈຸດສຸມຂອງລັດຖະບານໃນຂອບເຂດທົ່ວປະເທດ.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top