Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ສຸມໃສ່ຂະຫຍາຍ ແລະ ພັດທະນາການສຶກສາໃນແຕ່ລະຂັ້ນ

Details
ທະວີສັກ ໃບລາສີ
Category: Education
Hits: 676

ໃນກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາທົ່ວປະເທດ ປະຈຳປີ 2017 ແລະ ກອງປະຊຸມຄົບຄະນະ ຄັ້ງທີ VI ຂອງຄະນະກຳມາທິການແຫ່ງຊາດ ເພື່ອພັດທະນາຊັບພະຍາກອນມະນຸດ ຈັດຂຶ້ນວັນທີ 26-28 ທັນວາ 2017 ທີ່ຜ່ານມາ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ກ່າວວ່າ: ໃນໜຶ່ງປີຜ່ານມາ ໄດ້ເອົາໃຈໃສ່ລົງທຶນໃນການພັດທະນາການສຶກສາ ໂດຍເນັ້ນໃສ່ການຂະຫຍາຍ ແລະ ສ້ອມແປງອາຄານຮຽນ ສະໜອງອຸປະກອນຮັບໃຊ້ການຮຽນ-ການສອນ ເຝິກອົບຮົມ ແລະ ຍົກລະດັບຄູ ລວມທັງການສ້າງຄວາມເຂັ້ມແຂງວຽກງານບໍລິຫານ ແລະ ຄຸ້ມຄອງການສຶກສາໃຫ້ແກ່ຜູ້ບໍລິຫານການສຶກສາໃນແຕ່ລະຂັ້ນ ພ້ອມນີ້ ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບບັນດາແຂວງ ເມືອງ ໄດ້ຈັດຕັ້ງການຮຽນ-ການສອນບຳລຸງຊັ້ນປະຖົມສຶກສາ ໃຫ້ແກ່ຜູ້ຮຽນໃນເກນ 6-14 ປີ ທີ່ພາດໂອກາດເຂົ້າຮຽນໃນສາຍສາມັນສຶກສາ ໄດ້ສືບຕໍ່ຈັດການຮຽນ-ການສອນບຳລຸງຍົກລະດັບການສຶກສາຊັ້ນມັດທະຍົມ ໃຫ້ກັບກຸ່ມເປົ້າໝາຍທີ່ຈົບປະຖົມ ແລະ ທຽບເທົ່າກັບສູນການສຶກສານອກໂຮງຮຽນຂັ້ນຕ່າງໆ ບົນພື້ນຖານດັ່ງກ່າວ ເຮັດໃຫ້ອັດຕາການຮູ້ໜັງສືຂອງກຸ່ມອາຍຸ 15-24 ປີ ບັນລຸໄດ້ 92,5% (ຄາດໝາຍ 95%) ອັດຕາການຮູ້ໜັງສືຂອງປະຊາກອນ 15 ປີຂຶ້ນໄປ ບັນລຸໄດ້ 84,7% (ຄາດໝາຍ 89%) ນອກນີ້ ຍັງໄດ້ເອົາໃຈໃສ່ສ້າງນາຍຊ່າງເຕັກນິກ ແລະ ກຳລັງແຮງງານ ເພື່ອໃຫ້ຕອບສະໜອງກັບຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ໂດຍໄດ້ຈັດເຝິກອົບຮົມຫຼັກສູດວິຊາຊີບ ລະດັບ 1-2 ແລະ 3 ໃຫ້ນັກຮຽນຈົບຊັ້ນ ປ5 ທີ່ບໍ່ໄດ້ຮຽນຕໍ່ໃນຊັ້ນມັດທະຍົມສຶກສາ ແລະ ນັກຮຽນທີ່ປະລະການຮຽນຊັ້ນມັດທະຍົມ ໂດຍສະເພາະເພດຍິງ ແລະ ກຸ່ມເປົ້າໝາຍຜູ້ດ້ອຍໂອກາດຢູ່ເຂດຫ່າງໄກສອກຫຼີກ ຄຽງຄູ່ກັນນັ້ນ ກໍ່ຍັງມີສິ່ງທ້າທາຍ ແລະ ສາເຫດເຮັດໃຫ້ການພັດທະນາການສຶກສາມີຄວາມຊັກຊ້າ ແລະ ບໍ່ສາມາດບັນລຸໄດ້ບາງຄາດໝາຍທີ່ກຳນົດໄວ້ ຄື: ເດັກບໍ່ໄດ້ກຽມຄວາມພ້ອມກ່ອນເຂົ້າຮຽນປະຖົມ ຄູບໍ່ພຽງພໍຢູ່ເຂດຫ່າງໄກສອກຫຼີກ ເຮັດໃຫ້ໂຮງຮຽນທີ່ດຳເນີນການສອນຫ້ອງຄວບໃນຊັ້ນປະຖົມ ການລະດົມປະຊາກອນທີ່ກືກໜັງສືເຂົ້າຮ່ວມຮຽນບຳລຸງ ແລະ ຍົກລະດັບການສຶກສາຍັງມີຄວາມຫຍຸ້ງຍາກ ແລະ ອື່ນໆ.
ສຳລັບ ວຽກຈຸດສຸມປີ 2018 ໂດຍຈະຂະຫຍາຍວຽກງານການສຶກສາກ່ອນໄວຮຽນໃຫ້ກວ້າງຂວາງ ໂດຍເນັ້ນໃສ່ການສະໜອງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ໂຮງຮຽນອະນຸບານ ແລະ ຫ້ອງກຽມປະຖົມ ໂດຍສະເພາະຢູ່ຕົວເມືອງຕ່າງໆໃຫ້ບັນລຸໄດ້ 76% ເອົາໃຈໃສ່ຈັດຕັ້ງປະຕິບັດການສຶກສາພາກບັງຄັບຮອດຊັ້ນມັດທະຍົມຕອນຕົ້ນ ໃຫ້ປາກົດຜົນເປັນຈິງ ໂດຍເພີ່ມການເຂົ້າຮຽນໃນຊັ້ນມັດທະຍົມຕົ້ນໃຫ້ຫຼາຍຂຶ້ນ ນອກນີ້ ຍັງສືບຕໍ່ປັບປຸງວຽກງານທີ່ສຳຄັນອື່ນໆຕື່ມອີກ.

Editor: ຕະວັນ ແສງສະຫວັນ


  • Click to enlarge image 2018-01-05_8-30-46.jpg
  • Click to enlarge image 2018-01-05_8-31-18.jpg
  • Click to enlarge image 2018-01-05_8-31-38.jpg
  •  

 

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top