ໃນຕອນເຊົ້າວັນສຸກ 23 ທັນວາ 2017 ທີ່ຜ່ານມາ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງເມືອງຊະນະຄາມ, ແຂວງວຽງຈັນ ໄດ້ຈັດພິທີປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງທົ່ວເມືອງຂຶ້ນຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈັນແພງ ວິພາວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ມີທ່ານ ກ້າ ສະເຫຼີມສຸກ ຫົວໜ້າກົມການສຶກສານອກ ໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ, ທ່ານ ສະໝານ ວິເສດຍະພົງ, ເຈົ້າເມືອງໆຊະນະຄາມ, ເຂົ້າຮ່ວມຄັ້ງນີ້ມີ ບັນດາຫົວໜ້າ, ຮອງຫົວໜ້າ ພະແນກຂອງ ແຂວງ, ຮອງເຈົ້າເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງທົ່ວແຂວງ , ພ້ອມດ້ວຍພະນັກງານ ແລະ ປະຊາຊົນ ພາຍໃນເມືອງ ເຂົ້າຮ່ວມ.
ທ່ານ ສະໝານ ວິເສດຍະພົງ ເຈົ້າເມືອງໆຊະນະຄາມ ໄດ້ລາຍງານວ່າ: ເມືອງຊະນະຄາມຕັ້ງຢູ່ຫ່າງຈາກເທສະບານແຂວງ ປະມານ 206 ກິໂລແມັດ, ມີພົນລະເມືອງທັງໝົດ 41.332 ຄົນ, ຍິງ 20.848 ຄົນ, ປະກອບມີ 34 ບ້ານ, ແບ່ງເປັນ 4 ກຸ່ມບ້ານ ແລະ 9 ບ້ານຂຶ້ນກັບເມືອງ, ດ້ານເສດຖະກິດ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 7.77%ຕໍ່ປີ ສະເລ່ຍລາຍຮັບຕໍ່ຫົວຄົນ 15 ລ້ານກວ່າກີບ ຕໍ່ຄົນຕໍ່ປີ, ທຸກຄອບຄົວ ມີໄຟຟ້າໄດ້ 100%, ອັດຕາການຮຽນຮູ້ຫນັງສືຂອງປະຊາກອນ 15 ປີ ຂຶ້ນໄປ ບັນລຸໄດ້ 93.85%
ທ່ານ ຈັບ ຊະນະເລີດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຊະນະຄາມ ໃຫ້ຮູ້ວ່າ: ນັບແຕ່ປີ 2003-2016 ເມືອງຊະນະຄາມ ມີນັກຮຽນຊັ້ນມັດທະຍົມຕົ້ນບຳລຸງ ທັງໝົດ 683 ຄົນ; ຍິງ 406 ຄົນ. ໃນນີ້ສຳເລັດການບໍາລຸງ ໄດ້ຈຳນວນ 641 ຄົນ; ຍິງ 394 ຄົນ, ເທົ່າກັບ 93,85% ຂອງປະຊາກອນໃນເກນອາຍຸ 15-30 ປີ. ເຊິ່ງຜົນການປະເມີນທັງໝົດໄດ້ ດັ່ງນີ້:
ບ້ານຄົກເຂົ້າດໍ 95,55%,
ບ້ານຫ້ວຍເຕົ່າ100%,
ບ້ານໃໝ່ 100%,
ບ້ານດອນພຸງ 100%,
ບ້ານປາກພາງ 87,50%,
ບ້ານນາພຽງ, ນາປາຝາ, ບົວຈະເລີນ 94,28%,
ບ້ານນາເດື່ອ, ບ້ານຫ້ວຍຕາວ 97,29%,
ບ້ານຊະນະຄາມ, ສີພູມ, ປາກມີ້, ຕາກແດດ 92,30%,
ບ້ານນາສັກ, ໂນນສະຫວັນ, ດົງຂ່າ 95,12%,
ບ້ານນໍ້າກວນ 89,65%,
ບ້ານນາດີ, ນາມອຍ 94,73%,
ບ້ານໂພນງາມ, ບ້ານນາກາງ 90,90%,
ບ້ານແສນຈະເລີນ 100% ແລະ ບ້ານໂນນນາແກບ 100%,
ຜູ້ເຂົ້າຮ່ວມການປະເມີນ ລວມທັງໝົດ 486 ຄົນ, ຍິງ 296 ຄົນ, ປະເມີນໄດ້ 462 ຄົນ, ຍິງ 283 ຄົນ ເທົ່າກັບ 95,06%.
ດັ່ງນັ້ນ, ອີງຕາມການປະເມີນຜົນຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວເມືອງຊະນະຄາມ ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດໄວ້, ເມືອງຊະນະຄາມ ແມ່ນມີເງື່ອນໄຂຄົບຖ້ວນໃນການປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວເມືອງ.
ທັງນີ້ ກໍ່ຍ້ອນຄວາມເອົາໃຈໃສ່ ແລະ ຮັບຜິດຊອບສູງຂອງຄະນະ ພັກ,ອົງການປົກຄອງ, ຄະນະພັດທະນາການສຶກສາແຕ່ລະ ຂັ້ນ, ຕະຫຼອດຮອດພະນັກງານ, ໜ່ວຍງານການສຶກສານອກ ໂຮງຮຽນ, ຄູສອນທຸກທ່ານ, ຕະ
ຫຼອດຮອດອຳນາດການ ປົກຄອງຂັ້ນບ້ານໄດ້ຕັ້ງໜ້າປຸກລະດົມຂົນຂວາຍ ພໍ່ແມ່ປະຊາຊົນ ໃນເກນອາຍຸ 15-30 ປີ ໃນແຕ່ລະບ້ານໃຫ້ເຂົາເຈົ້າມາຮຽນ ຢ່າງ ທົ່ວເຖິງ. ສະນັ້ນ, ຈິ່ງເຮັດໃຫ້ການຈັດຕັ້ງການຮຽນ-ການສອນມັດທະຍົມຕອນຕົ້ນບຳລຸງໃນຄັ້ງນີ້ ໃຫ້ປະສົບຜົນສຳເລັດຕາມ ລະດັບຄາດໝາຍ.
ໃນໂອກາດນີ້ ທ່ານ ນາງ ຈັນແພງ ວິພາວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນເມືອງຊະນະຄາມ ສຳເລັດການສຶກສາຊັ້ນມໍຕົ້ນບໍາລຸງ ແລະ ຂຶ້ນຮັບໂດຍ ທ່ານ ສະ ໝານ ວິເສດຍະພົງສ໌ ເລຂາ ພັກ ເມືອງ, ເຈົ້າເມືອງໆຊະນະຄາມ.
Editor: ຂ່າວແຂວງວຽງຈັນ