Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພິທີມອບທຶນຊຸກຍູ້ການສຶກສາໃຫ້ນັກຮຽນດີເດັ່ນ 300 ທຶນ.

Details
Category: Education
Hits: 726

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ ໄດ້ຈັດພິທີມອບທຶນຊຸກຍູ້ການສຶກສາ ແບ່ງປັນຄວາມຝັນກັບ ເອັສຊີຈີ ໃຫ້ນ້ອງນັກຮຽນຈໍານວນ 300 ທຶນ ຂຶ້ນໃນທ້າຍເດືອນທັນວານີ້, ທີ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມມີ ທ່ານ ຊົມພູ ແກ້ວເປັນຍາ ຫົວໜ້າພະແນກສຶກສາທິການ ແລະກິລາ ນະຄອນຫຼວງວຽງຈັນ, ທ່ານ ປໍລະເມກ ນິສາກອນເສນ ຮອງປະທານຝ່າຍທຸລະກິດໃນພູມີພາກ SCG, ເປັນກຽດເຂົ້າຮ່ວມໂດຍ ທ່ານອັກຄະລະຊະທູດໄທ ປະຈໍາ ສປປ ລາວ, ມີຫົວໜ້າກົມວຽກງານ ກະຊວງສຶກສາທິການ ແລະ ກິລາ, ມີພາກສ່ວນກ່ຽວກ່ຽວຂ້ອງ, ແຂກຮັບເຊີນ, ຄູອາຈານພ້ອມດ້ວຍນັກຮຽນທີ່ໄດ້ຮັບທຶນດັ່ງກ່າວເຂົ້າຮ່ວມ.

ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນກ່າວວ່າ: ໂຄງການຊຸກຍູ້ທຶນການສຶກສາ SCG Sharing The Dream ແມ່ນໂຄງການທີ່ໃຫ້ທຶນແກ່ນັກຮຽນມັດທະຍົມຕອນປາຍ, ມັດທະຍົມສົມບູນທີ່ຮຽນດີ, ເປັນຜູ້ທີ່ມີຄຸນສົມບັດມີການຮຽນລະດັບປານກາງຂຶ້ນໄປ ແຕ່ຂາດເຂີນດ້ານເສດຖະກິດ. ປະຈຸບັນໂຄງການດັ່ງກ່າວໄດ້ດໍາເນີນມາເປັນຄັ້ງທີ 6 ໂດຍໄດ້ມອບທຶນການສຶກສາໃຫ້ນັກຮຽນຜູ້ດ້ອຍໂອກາດດ້ານເສດຖະກິດ 809 ທຶນ, ລວມມູນຄ່າ 1 ຕື້ 294 ລ້ານກວ່າກີບ. ໃນ 47 ໂຮງຮຽນທົ່ວນະຄອນຫຼວງວຽງຈັນ. ສໍາລັບສົກປີ 2017-2018 ນີ້, ມີຜູ້ເຂົ້າຮ່ວມໂຄງການ 200 ຄົນ, ແລະ ໄດ້ລົງຕິດຕາມສະພາບຕົວຈິງຂອງຄອບຄົວນັກຮຽນ ແລະ ຄັດເລືອກເອົາ 160 ຄົນ.

ສໍາລັບສົກປີ 2017-2018 ນີ້, ໄດ້ມອບທຶນການສຶກສາໃຫ້ນ້ອງນັກຮຽນທັງໝົດ 300 ທຶນ, ໃນນັ້ນ, ນະຄອນຫຼວງວຽງຈັນ 160 ທຶນ, ແຂວງຄໍາມ່ວນ 140 ທຶນ. ນອກຈາກນີ້, ຍັງມອບລາງວັນພິເສດສໍາລັບນັກຮຽນທີ່ເຄີຍໄດ້ຮັບທຶນໃນປີຜ່ານມາທີ່ມີຜົນງານດີເດັ່ນໃນດ້ານການຮຽນ, ກິລາ, ສິນລະປະ ຫຼື ຄວາມສາມາດພິເສດອື່ນໆທີ່ສ້າງຊື່ສຽງໃຫ້ແກ່ໂຮງຮຽນ ຫຼື ລະດັບປະເທດ ຈໍານວນ 12 ທຶນ. ໃນນັ້ນ, ນະຄອນຫຼວງ 7 ທຶນ ແລະ ແຂວງຄໍາມ່ວນ 5 ທຶນ. ປະຈຸບັນໂຄງການດັ່ງກ່າວໄດ້ມອບທຶນການສຶກສາໃຫ້ນັກຮຽນທົ່ວອາຊຽນ ຈຳນວນ 6.000 ກວ່າຄົນ.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 00new.jpg
  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top