Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ສະຫຼຸບຜົນສໍາເລັດການແຂ່ງຂັນຮູບເງົາວີດີໂອເລື່ອງສັ້ນ ຂອງນ້ອງນັກຮຽນ ທີ່ ສົ່ງເຂົ້າແຂ່ງຂັນ ທີ່ປະເທດຍີ່ປຸ່ນ ແລະ ປະເທດຟີລີປິນ.

Details
Category: Education
Hits: 714

ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດພິທີຖະແຫລງຂ່າວ ຜົນສໍາເລັດຂອງນ້ອງນັກຮຽນ ທີ່ສ້າງຜົນງານ ແລະ ຊື່ສຽງໃຫ້ແກ່ປະເທດຊາດ ໃນການແຂ່ງຂັນຮູບເງົາວີດີໂອເລື່ອງສັ້ນຢູ່ ປະເທດຍີ່ປຸ່ນ ແລະ ປະເທດຟີລີປິນ ຂື້ນໃນວັນທີ 27 ທັນວາ 2017 ນີ້ທີ່ກົມຮູບເງົາ ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ, ໂດຍການເປັນປະທານຂອງ ທ່ານ ວິທູນ ສູນດາລາ ຫົວຫນ້າກົມຮູບເງົາ ພ້ອມດ້ວຍບັນດາ ແຂກທີ່ຖືກເຊີນ, ຄູ - ອາຈາກ, ນ້ອງນັກຮຽນ ແລະ ພາກສ່ວນກກ່ຽວຂ້ອງເຂົ້າຮ່ວມ.

ໂຄງການແຂ່ງຂັນຮູບເງົາວີດີໂອເລື່ອງສັ້ນຂອງນ້ອງນັກຮຽນມໍຕົ້ນ ແລະ ມໍປາຍ ເພື່ອຄັດເລືອກເອົາຮູບເງົາດີເດັ່ນ ເຂົ້າຮ່ວມແຂ່ງຂັນ ຮູບເງົາເດັກນ້ອຍສາກົນອາຊີ ຢູ່ປະເທດຍີ່ປຸ່ນ ສໍາລັບ ສປປລາວ, ແມ່ນໄດ້ເລີ່ມມາແຕ່ປີ 2009 ຕະຫຼອດໄລຍະ 9 ປີ ຂອງການເຂົ້າຮ່ວມແຂ່ງຂັນງານດັ່ງກ່າວ ມີບາງປີນ້ອງນັກຮຽນຂອງລາວເຮົາ ກໍສາມາດຍາດໄດ້ລາງວັນ ແລະ ສໍາລັບປີ 2017 ນີ້ ກົມຮູບເງົາ ກໍໄດ້ມີການຈັດຕັ້ງປະຕິບັດໂຄງການຝຶກອົບຮົມ, ແຂ່ງຂັນ ໃຫ້ແກ່ນ້ອງນັກຮຽນ, ຊາວ ໜຸ່ມ - ເຍົາວະຊົນ ແລະ ໄດ້ຄັດເລືອກເອົາຮູບເງົາ 3 ເລື່ອງ, ຈາກ 51 ເລື່ອງ ທີ່ມາຈາກໂຮງຮຽນມັດທະຍົມມຕ່າງໆໃນທົ່ວປະເທດ, ຮູບເງົາທັງ 3 ເລື່ອງ ທີ່ໄດ້ເຂົ້າຮ່ວມການແຂ່ງຂັນທີ່ປະເທດຍີ່ປຸ່ນ ແມ່ນຮູບເງົາທີ່ມີຊື່ວ່າ: ຄູສາຍພັນໃຫມ່, ຮູບເງົາໂອກາດ ແລະ ຮູບເງົາສໍດໍາ, ຜ່ານການເຂົ້າຮ່ວມການແຂ່ງຂັນ ໃນວັນທີ 25 ພະຈິກ 2017 ຜ່ານມາ, ຮູບເງົາຂອງນ້ອງນັກຮຽນຈາກ ສປປ ລາວ ເຮົາ 2 ເລື່ອງ ສາມາດຍາດໄດ້ລາງວັນ ຮູບເງົາດີເດັ່ນ ( Award for Excellence ) ຄື: ຮູບເງົາເລື່ອງສັ້ນ ໂອກາດ ແລະ ຮູບເງົາເລື່ອງສັ້ນ ຄູສາຍພັນໃຫມ່ ໄດ້ຮັບລາງວັນຜູ້ຊະນະ ( Award Winner ). ໃນຂະນະດຽວກັນການແຂ່ງຂັນຮູບເງົາເດັກນ້ອຍອາຊຽນ ຄັ້ງທີ 1 ທີ່ໄດ້ຈັດຂື້ນທີ່ ປະເທດຟີລີປີນ ໃນລະຫວ່າງ ວັນທີ 27 – 30 ພະຈິກ 2017 ຜ່ານມາ ໃນຫົວຂໍ້ ພູມໃຈໃນຕົວເອງ, ຄຸນຄ່າຂອງຄອບຄົວ ແລະ ຮີດຄອງປະເພນີ. ຮູບເງົາຂອງນ້ອງນັກຮຽນລາວເຮົາ ທີ່ສົ່ງເຂົ້າປະກວດ ກໍໄດ້ຮັບລາງວັນ 2 ເລື່ອງຄື: ຮູບເງົາເລື້ອງສັ້ນ ທີມີຊື່ວ່າ: ແກະດໍາ ໄດ້ຮັບລາງວັນຊະນະເລີດປະເພດ ພູມໃຈໃນຕົວເອງ ແລະ ຮູບເງົາເລື້ອງສັ້ນ ຄູບ້ານນອກ ໄດ້ຮັບລາງວັນຊະນະເລີດ ປະເພດ ພູມໃຈໃນຄອບຄົວ

ພິເສດສໍາລັບ ນ້ອງນັກຮຽນທີ່ໄດ້ຮັບລາງວັນ ທັງ 4 ລາງວັນ ແມ່ນນ້ອງນັກຮຽນທີ່ມາຈາກ ໂຮງຮຽນ ຫ້ອມສະຫວັນ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ພ້ອມນັ້ນໃນພິທິຂອງການຖະແຫລງຂ່າວໃນຄັ້ງນີ້, ກໍໄດ້ມີການມອບ ລາງວັນປະເພດຕ່າງໆ ໃຫ້ແກ່ນ້ອງ ທີ່ໄດ້ຮັບລາງວັນຈາກ ການແຂ່ງຂັນຮູບເງົາວີດີໂອເລື່ອງສັ້ນຢູ່ ປະເທດຍີ່ປຸ່ນ ແລະ ປະເທດຟີລີປິນ ນອກນັ້ນນ້ອງນັກຮຽນທັງ 4 ກຸ່ມ, ກໍໄດ້ສະແດງຄວາມຮູ້ສຶກ, ບອກເລົ່າປະສົບການ ແລະ ແຮງບັນດາໃຈໃນການພະລິດຮູບເງົາຂອງຕົ້ນ ທີ່ຍາດໄດ້ລາງວັນອັນມີກຽດ ແລະ ສ້າງຊື່ສຽງໃຫ້ແກ່ປະເທດຊາດ, ໃນຕອນທ້າຍຂອງພິທີ ຍັງໄດ້ມີການສາຍຮູບເງົາ ທີ່ໄດ້ຮັບລາງວັນ ໃຫ້ບັນດາແຂກທີ່ເຂົ້າຮ່ວມພາຍໃນງານໄດ້ຮັບຊົມອີກດ້ວຍ.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05new.jpg
  • Click to enlarge image 06.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top