Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເທດສະການປື້ມ ປະຈໍາປີ 2017 ໄດ້ປິດລົງດ້ວຍຜົນສໍາເລັດ ອັນຈົບງາມ.

Details
Category: Education
Hits: 713

ໃນວັນທີ 25 ທັນວາ 2017 ສະມາຄມນັກປະພັນລາວ - ວາລະສາວັນນະສີນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ຮ້ານໂຕໜອນຫນັງສື ໄດ້ມີການຈັດພິທີ ສະຫຼຸບຜົນສໍາເລັດຈາກ ງານເທດສະການປື້ມ ປະຈໍາປີ 2017 ທີ່ ສູນການຄ້າໄອເຕັກມໍ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ. ບົວໄຂ ເພັງພະຈັນ ຫົວຫນ້າກົມພີມຈໍາໜ່າຍ, ກະຊວງ ຖວທ ພ້ອມດ້ວຍ ນັກປະພັນ, ນັກກາວີ, ຄູບາ-ອາຈານ ແລະ ນັກຮຽນນັກສືກສາເຂົ້າຮ່ວມ.

ເທດສະການປື້ມ ປະຈໍາປີ 2017 ໄດ້ເປີດມານັບຕັ້ງແຕ່ວັນທີ 21 ທັນວາ ຜ່ານມາ ງານດັ່ງກ່າວແມ່ນໄດ້ຈັດຂື້ນ ເພື່ອເປັນການສົ່ງເສີມການອ່ານ, ການຂຽນ, ການພີມຈໍາໜ່າຍ ສື່ສິ່ງພີມພາຍໃນປະເທດ, ເຮັດໃຫ້ງານເປັນເວທີສົນທະນາ ການພົບປະແລກປ່ຽນ ລະຫວ່າງ ຜູ້ອ່ານ ແລະ ຜູ້ຂຽນ ເພື່ອສ້າງກິດຈະກໍາຕ່າງໆ ກ່ຽວກັບການອ່ານ, ການຂຽນ ບົດປະພັນວັນນະກໍາ ໂດຍໃຫ້ມວນຊົນໄດ້ມີສ່ວນຮ່ວມ ແລະ ໄດ້ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບປື້ມອ່ານ ໂດຍສະເພາະປື້ມວັນນະກໍາລາວ. ຜ່ານການດໍາເນີນງານເປັນເວລາ 5 ວັນເຕັມ, ເຫັນວ່າ ມີຄົນໃຫ້ຄວາມສົນໃຈ ແລະ ເຂົ້າມາທ່ຽວຊົມ ພາຍໃນງານຫລາຍພໍສົມຄວນ ປະກອບກັບການສ້າງກິດຈະກໍາຕ່າງໆ ທີ່ເຮັດໃຫ້ງານມີສີສັນ, ມີຫລາຍອັນພົ້ນເດັ່ນ ແລະ ເປັນເວທີໃຫ້ແກ່ການພົບປະແລກປ່ຽນ ຜູ້ອ່ານ - ຜູ້ຂຽນ ພ້ອມທັງເປັນການປູກຈິດສໍານືກໃຫ້ແກ່ນ້ອງນຸ່ງ - ລູກຫຼານ ໃຫ້ມີຈິດໃຈມັກຮັກໃນການສຶກສາ ຄົ້ນຄົ້ວ-ຮໍ່າຮຽນ ແລະ ສ້າງແຮງບັນດາໃຈໃຫ້ແກ່ຜູ້ ທີ່ເຂົ້າມາທ່ຽວຊົມພາຍໃນງານອີກດ້ວຍ.

ໃນຕອນທ້າຍຂອງພິທີ ສະມາຄົມນັກປະພັນລາວ - ວາລະສາວັນນະສີນ ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ກໍໄດ້ມີການມອບ ລາງວັນ ແລະ ໃບຍ້ອງຍໍ້ ໃນແກ່ບຸກຄົນ ແລະ ພາກສ່ວນທີ່ມີຜົນງານ ປະກອບສ່ວນ ເຮັດໃຫ້ງານ ເທດສະການປື້ມ ປະຈໍາປີ 2017 ຄັ້ງນີ້ມີຜົນສໍາເລັດ ຕາມລະດັບຄາດໝາຍ, ພ້ອມນັ້ນ ທ່ານ ນາງ. ບົວໄຂ ເພັງພະຈັນ ຫົວຫນ້າກົມພີມ ຈໍາໜ່າຍ ກໍໄດ້ກ່າວປິດງານ ເທດສະການປື້ມ ປະຈໍາປີ 2017 ລົງຢ່າງຈົບງາມ.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04new.jpg
  • Click to enlarge image 05.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top