Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເຊີນທ່ຽວຊົມ ງານເທດສະການປື້ມ ປະຈໍາປີ 2017.

Details
Category: Education
Hits: 873

ໃນວັນທີ 18 ທັນວາ 2017 ສະມາຄມນັກປະພັນລາວ - ວາລະສາວັນນະສີນ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ຮ້ານໂຕໜອນຫນັງສື ເພື່ອເປີດໂຄງການ ເທດສະການປື້ມ ປະຈໍາປີ 2017 . ໃນຫົວຂໍ້ ເສີມຄວາມຮູ້ ສູ່ຄວາມສະແຫວງອ່ານ, ໃຫ້ກຽດຖະແຫລງຂ່າວໃນຄັ້ງນີ້ໂດຍ ທ່ານນາງ. ພິວລາວັນ ຫຼວງວັນນາ ຮອງປະທານສະມາຄົມນັກປະພັນລາວ, ທ່ານນາງ. ພັດສະມາລີ ວັນຍາ ເຈົ້າຂງຮ້ານໂຕໜອນຫນັງສື ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ-ສື່ມວນຊົນເຂົ້າຮ່ວມ.

ຈຸດປະສົງໃນການ ຈັດງານເທດສະການປື້ ປະຈໍາປີ 2017ນີ້ ແມ່ນເພື່ອເປັນການສົ່ງເສີມການອ່ານ, ການຂຽນ, ການພີມຈໍາໜ່າຍ ສື່ສິ່ງພີມພາຍໃນປະເທດ , ເຮັດໃຫ້ງານດັ່ງກ່າວເປັນເວທີສົນທະນາ ການພົບປະແລກປ່ຽນ ລະຫວ່າງ ຜູ້ອ່ານ ແລະ ຜູ້ຂຽນ ເພື່ອສ້າງກິດຈະກໍາຕ່າງໆ ກ່ຽວກັບການອ່ານ, ການຂຽນ ບົດປະພັນວັນນະກໍາ ໂດຍໃຫ້ມວນຊົນໄດ້ມີສ່ວນຮ່ວມ ແລະ ໄດ້ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບປື້ມອ່ານ ໂດຍສະເພາະປື້ມວັນນະກໍາລາວ.

ສໍາລັບງານ ເທດສະການປື້ມ ປະຈໍາປີ 2017 ນີ້ ແມ່ນມີຫລາຍກິດຈະກໍາເຊັ່ນ: ມີການວາງສະແດງ ແລະ ຈໍາໜ່າຍປື້ມ ປະເພດຕ່າງໆ ພ້ອມດ້ວຍອຸປະກອນເຄື່ອງຂຽນ ຈໍານວນ 60 ຮ້ານ, ມີການແຂ່ງຂັນ ການແຕ່ງກາບກອນ, ການອ່ານ, ມີເວທີເສວະນາ ໃຫ້ນັກປະພັນ, ນັກຂຽນ, ນັກຮຽນ, ຄູ-ອາຈານ ແລະ ຜູ້ເຂົ້າຮ່ວມໄດ້ ແລກປ່ຽນບົດຮຽນ, ມີການສະແດງລະຄອນ, ສີລະປະ, ການຮ້ອງເພງຈາກສີນລະປີນ, ການເດີນແບບຊຸດຫຸ່ນຕຸກກະຕາ ເຊັ່ນ: ທ້າວ ກໍາກາດໍາ, ສັງສີນໄຊ, ພະຍາຄັນຄາກ ແລະ ອື່ນໆ

ງານແມ່ນຈະເລີ່ມຂື້ນ ໃນວັນທີ 21 ທັນວາ 2017 ກໍ່ຄືມື້ອື່ນນີ້ ຈົນເຖິງວັນທີ 25 ທັນວາ 2017 ທີ່ ໄອເຕັກມໍ ຊັ້ນ 6 ນະຄອນຫຼວງວຽງຈັນ. ຂໍເຊີນຊວນພໍ່ແມ່ປະຊາຊົນ ທຸກພາກສ່ວນ ທີ່ມັກໃນການອ່ານ, ການຂຽນ ຫຼື ພໍ່ແມ່ຜູ້ປົກຄອງ ທີ່ ຢາກປູກຈິດສໍານຶກ ໃຫ້ແກ່ນ້ອງນຸງ - ລູກຫລານ ໃຫ້ຮັກໃນການອ່ານ ການຂຽນ ກໍ່ສາມາດພາລູກຫຼານ ໄປທ່ຽວຊົມ ໄປສະແດງຄວາມສາມາດ ແລະ ຮ່ວມກິດຈະກໍາ ພາຍໃນງານ ກໍ່ສາມາດໄປຮ່ວມງານກັນໄດ້.

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04new.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top